ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງການບໍລິຫານ ກສນ ຈັດພິທີພົບປະພະນັກງານອາວຸໂສບຳນານ
ເວລາອອກຂ່າວ: 2019-01-10 09:55:15 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 5636 | ຄວາມນິຍົມ:



ຫວ່າງມໍ່ໆນີ້ຫ້ອງການບໍລິຫານ ກົມໃຫຍ່ເສນາທິການກອງທັບໄດ້ຈັດພິທີພົບປະພະນັກງານອາວຸ ໂສບຳນານບັນດາອະດີດຫົວໜ້າ ຫ້ອງການບໍລິຫານເນື່ອງໃນໂອ ກາດວັນສ້າງຕັ້ງກອງທັບປະຊາ ຊົນລາວຄົບຮອບ 70 ປີ ໂດຍ ການເຂົ້າຮ່ວມເປັນປະທານ ຂອງພັນເອກ ສີສະຫງຽມ ອຸດົມ ຫົວໜ້າຫ້ອງການບໍລິຫານກົມ ໃຫຍ່ເສນາທິການກອງທັບມີອະ ດີດພະນັກງານບຳນານອາວຸໂສ ແລະ ຄະນະຫ້ອງ, ພະແນກການ ແລະ ພະນັກງານ-ນັກຮົບພາຍ ໃນຫ້ອງການເຂົ້າຮ່ວມ. ພັນເອກ ສີສະຫງຽມ ອຸດົມ ເລ ຂາຄະນະພັກຮາກຖານຫົວໜ້າ ຫ້ອງການບໍລິຫານກົມໃຫຍ່ເສ ນາທິການກອງທັບກໍໄດ້ໃຫ້ກຽດ ໂອ້ລົມ ແລະ ລາຍງານຫຍໍ້ໃນການ ຈັດຕັ້ງປະຕິບັດໜ້າທີ່ວິຊາສະ ເພາະໃນໄລຍະທີ່ຜ່ານມາ ແລະ ຮອດປັດຈຸບັນເຊິ່ງໄດ້ມີຜົນງານທີ່ ພົ້ນເດັ່ນເຕີບໃຫຍ່ຂະຫຍາຍຕົວ ເປັນແຕ່ໄລຍະຈາກໃນເມື່ອກ່ອນ ມາຮອດປັດຈຸບັນ ເຊິ່ງຫ້ອງການບໍ ລິຫານກໍໄດ້ເຮັດສຳເລັດຫນ້າທີ່ ການເມືອງຂອງຕົນຕະຫລອດມາ ໂດຍເປັນເສນາທິການໃຫ້ແກ່ກົມ ໃຫຍ່ກໍຄືບັນດາກົມກອງເຫຼົ່າຮົບ ທີ່ຂຶ້ນກັບກົມໃຫຍ່ເສນາທິການ ກອງທັບ ໃນການເຮັດໜ້າທີ່ບໍລິ ຫານຄຸ້ມຄອງ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ, ນອກຈາກນັ້ນຍັງເຮັດໜ້າທີ່ຮັບໃຊ້ໃຫ້ແກ່ບັ້ນ ຫັດແອບຊ້ອມຮົບຂັ້ນຍຸດທະສາດ, ຂັ້ນຕ່າງໆທີ່ກະຊວງປ້ອງກັນປະ ເທດ, ກໍຄືກົມໃຫຍ່ເສນາທິການ ກອງທັບຈັດຂຶ້ນແມ່ນມີຜົນສຳ ເລັດ ແລະ ຮັບປະກັນໄດ້ 100%, ພ້ອມທັງໄດ້ຍົກໃຫ້ເຫັນການເຕີບ ໃຫຍ່ຂະຫຍາຍຕົວຂອງການບໍລິ ຫານ ເຊິ່ງເມື່ອກ່ອນເປັນພຽງແຕ່ຫ້ອງການບໍລິຫານ ເຊິ່ງມາຮອດປັດຈຸບັນນີ້ຫ້ອງການບໍລິຫານກົມ ໃຫຍ່ເສນາທິການກອງທັບ ມີ 5 ພະແນກ, ມີ 2 ຂະແໜງຂຶ້ນກັບ ແລະ ມີ 1 ກອງຮ້ອຍເອກະລາດ, ນອກນີ້ກໍໄດ້ຍົກໃຫ້ເຫັນໃນການ ເຕີບໃຫຍ່ຂະຫຍາຍຕົວ ແລະ ການ ຊີ້ນຳ-ນຳພາຂອງພະນັກງານ- ນັກຮົບໃນເມື່ອກ່ອນທີ່ມີຜົນງານ ໂດດເດັ່ນໃນການເຮັດຫນ້າທີ່ ການເມືອງຂອງຕົນໃນແຕ່ລະໄລ ຍະ. ໂອກາດດັ່ງກ່າວກໍໄດ້ມອບຂອງຂວັນໃຫ້ແກ່ພະນັກງານອາວຸໂສບຳນານເພື່ອເປັນຂວັນກຳ ລັງໃຈໃນການປຸກລະດົມຊຸກຍູ້ຜູ້ທີ່ມີຜົນງານໃນເມື່ອກ່ອນ ແລະ ເປັນ ການສ້າງຂະບວນການຂໍ່ານັບຮັບ ຕ້ອນວັນສ້າງກອງທັບປະຊາຊົນລາວຄົບຮອບ 70 ປີ ໃຫ້ເຕັມໄປ ດ້ວຍເນື້ອໃນຄວາມໝາຍເລິກ ເຊິ່ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ