ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງແຂວງຊຽງຂວາງ ມອບເຄື່ອງບໍລິໂພກໃຫ້ພະແນກສາທາລະນະສຸກ
ເວລາອອກຂ່າວ: 2021-10-15 09:30:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 295 | ຄວາມນິຍົມ:



ໃນວັນທີ 13 ຕຸລາ 2021 ນີ້ ກອງບັນຊາການທະຫານແຂວງຊຽງຂວາງເຊິ່ງນຳໂດຍ ພົນຈັດຕະວາ ຂັນທອງ ວົງອຳຄາ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ພ້ອມຄະນະ ໄດ້ນຳເອົາເຄື່ອງບໍລິໂພກເຊິ່ງປະກອບມີ ນ້ຳດື່ມຫົວເສືອຈຳນວນ 60 ແກັດ, ໝີ່ 30 ແກັດ ແລະ ໄຂ່ໄກ່ 20 ແຕະ ລວມມູນຄ່າ 4 ລ້ານກີບ ໄປມອບໃຫ້ພະແນກສາທາລະນະສຸກແຂວງຊຽງຂວາງ ກ່າວມອບໂດຍ ພົນຈັດຕະວາ ຂັນທອງ ວົງອຳຄາ ແລະ ກ່າວຮັບໂດຍ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ໃນໂອກາດດັ່ງກ່າວ ທ່ານ ສີວິໄລ ແສງຈະເລີນ ກໍໄດ້ກ່າວສະແດງຄວາມຂອບໃຈ ມາຍັງກອງບັນຊາການທະຫານແຂວງຊຽງຂວາງ ທີ່ໄດ້ນຳເອົານ້ຳມິດຈິດໃຈມາມອບໃຫ້ໃນຄັ້ງນີ້ ແລະ ຈະນຳເອົາເຄື່ອງດັ່ງກ່າວໄປແຈກຢາຍໃຫ້ພະນັກງານທີ່ພວມປະຕິບັດໜ້າທີ່ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19. ສົມຮັກ ຈັນທະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ