ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຜີຍແຜ່ຂໍ້ຕົກລົງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການກະກຽມກອງປະຊຸມສຳມະນາ ວິທະຍາສາດວັນຍຶດອຳນາດທົ່ວປະເທດ
ເວລາອອກຂ່າວ: 2021-10-15 09:33:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 231 | ຄວາມນິຍົມ:



ວັນທີ 14 ຕຸລາ 2021 ນີ້, ຢູ່ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດ ໃຫ້ມີກອງປະຊຸມເຜີຍແຜ່ຂໍ້ຕົກລົງຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ຂໍ້ຕົກລົງເພີ່ມເຕີມຂອງລັດຖະມົນຕີກະຊວງປ້ອງກັນປະເທດ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ແລະ ບັນດາສະຫາຍຕາງໜ້າຈາກ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດເຂົ້າຮ່ວມ. ໃນພິທີສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມການເມືອງສູນກາງພັກສະບັບເລກທີ 05/ຄຊຊ ລົງວັນທີ 14ທັນວາ2020 ແລະ ຄຳສັ່ງແນະນຳລະດັບຊາດຂອງຄະນະເລຂາທິການສູນກາງພັກສະບັບເລກທີ 06/ຄຊຊ ລົງວັນທີ 14ທັນວາ2020 ແລະ ຂໍ້ຕົກລົງເພີ່ມເຕີມຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການກະກຽມກອງປະຊຸມສຳມະນາວິທະຍາສາດລະດັບຊາດ ຫົວຂໍ້ວັນຍຶດອຳນາດທົ່ວປະເທດ ເນື່ຶອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ. ໂອກາດນີ້ສະຫາຍຫົວໜ້າກົມໃຫຍ່ການເມືອງກອງທັບ ປະທານສະພາວິທະຍາສາດ ກະຊວງປ້ອງກັນປະ ເທດ ໄດ້ເນັ້ນໜັກໃຫ້ອານຸກຳມະການທຸກພາກສ່ວນ ທີ່ເຂົ້າຮ່ວມຄັ້ງນີ້ຈົ່ງເຂົ້າໃຈສິດໜ້າທີ່ ພາລະບົດບາດຂອງຕົນເອງ ຕໍ່ການຕົກລົງມອບໝາຍຂອງຂັ້ນເທິງ ເປັນຕົ້ນອານຸກຳມະການເນື້ອໃນ, ອານຸກຳມະການພິທີການ, ອານຸກຳ ມະການງົບປະມານ, ສະຖານທີ່, ອານຸກຳມະການປ້ອງກັນ ຈົ່ງພ້ອມກັນກຳໄດ້ໜ້າວຽກຂອງຕົນເອງ ບັນຫາສຳຄັນຂອງກອງປະຊຸມສຳມະນາລະດັບຊາດ ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້ ແມ່ນການລວມຍອດເອົາວິທະຍາສາດ ຜົນສຳເລັດຂອງການລຸກຮືຂຶ້ນຕໍ່ສູ້ ຕ້ານກັບຈັກກະພັດຜູ້ຮຸກຮານລາວ ໂດຍສະເພາະເນື້ອໃນບົດສຳມະນາ 12 ບົດ ໃນນັ້ນ 3 ບົດ ແມ່ນປະກອບມີບົດຂອງຄະນະໂຄສະນາອົບຮົມສູນກາງພັກ, ຫ້ອງວ່າການສູນກາງພັກ, ສະຖາບັນວິທະຍາສາດສັງຄົມແຫ່ງຊາດ. ສ່ວນ 9 ບົດແມ່ນຂອງກະຊວງປ້ອງກັນປະເທດ ເປັນຜູ້ກະກຽມໂດຍມອບໃຫ້ ກົມວິທະຍາສາດ-ປະຫວັດສາດ ການທະຫານ ເປັນຜູ້ປະສານງານ ພາຍຫຼັງກະກຽມ ແລະ ຂຽນສຳເລັດແລ້ວຕ້ອງຜ່ານຄະນະຊີ້ນຳແຕ່ລະຂັ້ນ ຢາກເຮັດໄດ້ບັນຫາທີ່ຂັ້ນເທິງມອບໝາຍໃຫ້ສຳເລັດທັນກຳນົດເວລາ ໃນຍຸກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ພວມປະເຊີນຢູ່ໃນປະຈຸບັນ ຮຽກຮ້ອງໃຫ້ທຸກພາກສ່ວນ ທຸກອານຸກຳມະການຕ້ອງໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ພ້ອມກັນປະສານງານເກັບຂໍ້ມູນ ແລະ ມອບໝາຍໃຫ້ບຸກຄົນຮັບຜິດຊອບລະອຽດ ຊ່ວຍເຫຼືອປະກອບສ່ວນຄຳຄິດຄຳເຫັນເພື່ອເຮັດໃຫ້ເນື້ອໃນອຸດົມສົມບູນ ແລະ ທັນກຳນົດເວລາ. ໂດຍ: ສອນໄຊ ສຸກສິງຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ