ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານອາກາດ ມອບຫຼຽນກາມິດຕະພາບກອງທັບປະຊາຊົນລາວໃຫ້ຄະນະວິຊາການໂຮງງານ 748
ເວລາອອກຂ່າວ: 2021-10-16 12:07:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 190 | ຄວາມນິຍົມ:



ໃນວັນທີ 14 ຕຸລາ 2021 ນີ້, ຢູ່ທີ່ກອງຮ້ອຍ ຮາດາ ກອງບັນຊາການທະຫານອາກາດ ໄດ້ຈັດພິທີປະດັບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ ຄະນະວິຊາການໂຮງງານ 748 (ໂຮງງານຜະລິດຮາດາ) ສປຈີນ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູຫຼວງ ບົວພະຈັນ ຫົວໜ້າການ ເມືອງ ກອງບັນຊາການທະຫານອາກາດ, ມີ ຄະນະພັກ - ຄະນະບັນຊາ ກອງບັນຊາການທະຫາອາກາດ ແລະ ພະນັກ ງານວິຊາການທັງສອງຝ່າຍເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ຄໍາຫຼ້າ ສິມະວົງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານອາກາດ ໄດ້ຂື້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ຄະນະວິຊາການໂຮງງານ 748 ( ໂຮງງານຜະລິດຮາດາ ) ສປຈີນ ຈໍານວນ 16 ສະຫາຍ ເພື່ອເປັນການຍ້ອງຍໍ ແລະ ສັນລະເສີນຜົນງານ ຂອງ ຄະນະວິຊາການດັ່ງກ່າວ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອຢ່າງຕັ້ງໜ້າ ແລະ ທຸມເທສະຕິປັນຍາເຂົ້າໃນວຽກງານຝຶກອົບຮົມ ເປັນເວລາ 90 ວັນ, ໃຫ້ແກ່ກອງຮ້ອຍ ຮາດາ ກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ໂດຍປະຕິບັດຕາມແຜນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ລາວ- ສປ ຈີນ ໃນການຊ່ວຍເຫຼືອຕິດຕັ້ງ ຮາດາ ແລະ ຝືກອົບຮົມພາກທິດສະດີ, ການນຳໃຊ້ຕົວຈີງໃຫ້ແກ່ກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ (ຢູ່ກອງຮ້ອຍເຮດາ) ໄດ້ສຳເລັດດ້ວຍໝາມຜົນອັນງົບງາມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ