ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານຊາຍແດນແຂວງກວາງຈິ ມອບເຄື່ອງຊ່ວຍເຫຼືອ ທະຫານແຂວງ ສາລະວັນ
ເວລາອອກຂ່າວ: 2021-10-16 14:28:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 268 | ຄວາມນິຍົມ:



ໃນວັນທີ 13 ຕຸລາ 2021 ນີ້, ຢູ່ທີ່ດ່ານສາກົນລະໄລ ເມືອງສະໝ້ວຍ ແຂວງສາລະວັນ ກອງບັນຊາການທະຫານຊາຍແດນແຂວງກວາງຈິ ແຫ່ງ ສສ ຫວຽດນາມ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ປະເພດອຸປະກອນອີເລັກໂຕຼນິກ ຄື: ກ້ອງຖ່າຍວີດີໂອ 1 ໜ່ວຍ, ກ້ອງຖ່າຍພາບນິ້ງ 1 ໜ່ວຍ ແລະ ເຄື່ອງຮັບໃຊ້ທາງການທະຫານຈຳນວນໜຶ່ງ, ລວມມູນຄ່າທັງໝົດ 350.0000.000 ລ້ານດົ້ງ (ສະກຸນເງິນຫວຽດນາມ) ມາມອບໃຫ້ກອງບັນຊາການທະຫານແຂວງ ສາລະວັນ ເພື່ອນຳໄປໃຊ້ເຂົ້າໃນວຽກງານປ້ອງກັນຊາຍແດນ, ກ່າວມອບໂດຍ ສະຫາຍ ພັນໂທ ຫງຽນບາຢ໋ຽດ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງ ກວາງຈິ ແລະ ກ່າວຮັບຂອງ ສະຫາຍ ພັນໂທ ສຸດໃຈ ແສນຄຳບົວທອນ ຫົວໜ້າຫ້ອງເສນາທິການ ທະຫານແຂວງ ສາລະວັນ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ. ໂອກາດດຽວກັນນີ້ ສະຫາຍ ພັນໂທ ສຸດໃຈ ແສນຄຳບົວທອນ ກໍ່ໄດ້ກ່າວສະແດງຄວາມຂອບອົກ ຂອບໃຈ ຢ່າງລົ້ນເຫຼືອ ນຳ ສະຫາຍ ພັນໂທ ຫງຽນບາຢ໋ຽດ ພ້ອມຄະນະ ທີ່ໄດ້ນໍາເອົາ ອຸປະກອນອີເລັກໂຕຼນິກ ແລະ ເຄື່ອງຮັບໃຊ້ທາງການທະຫານ ມາມອບໃຫ້ໃນຄັ້ງນີ້. ພ້ອມທັງໄດ້ຕີລາຄາສູງ ຕໍ່ຄະນະນໍາກອງບັນຊາການທະຫານ ແຂວງ ກວາງຈິ ແຫ່ງ ສສ ຫວຽດນາມ ເຊີ່ງຍາມໃດ ກໍ່ມີຄວາມເປັນຫ່ວງເປັນໃຍ ໃຫ້ຄວາມສຳຄັນຕໍ່ກຳລັງປະກອບອາວຸດຂອງພວກເຮົາ ແລະ ໃຫ້ການຊວ່ຍເຫຼືອຕະຫຼອດມາ ບົນພື້ນຖານເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ ແລະ ມູນເຊື້ອສຳພັນສູ້ຮົບ, ຄວາມສາມັກຄີແບບພິເສດ ແລະ ການຊ່ວຍເຫຼື່ອເຊິ່ງກັນ ແລະ ກັນ ມາແຕ່ດົນນານ ລະຫວ່າງສອງຊາດ ລາວ - ຫວຽດນາມ, ຫວຽດນາມ - ລາວ ທີ່ຫາໄດ້ຍາກໃນໂລກ, ພ້ອມກັນຮັກສາສາຍພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ, ສອງກອງທັບ, ເວົ້າລວມ, ເວົ້າສະເພາະ ສອງກອງບັນຊາການທະຫານແຂວງ ສາລະວັນ ກັບ ກອງບັນຊາການທະຫານຊາຍແດນແຂວງກວາງຈິ ແຫ່ງສ.ສ ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນ ເພີ່ມພູນຄູນສ້າງ ງອກງາມຍີ່ງໆຂື້ນ. ຂ່າວ: ພອນມະນີ ລັດສະມີວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ