ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 27 ມີນາ 2024

  

ທະຫານແຂວງບໍ່ແກ້ວ ຈັດພິທີ ມອບ-ຮັບ ໜ້າທີ່ຢູ່ກອງຮ້ອຍທະຫານຊາຍແດນ 122
ເວລາອອກຂ່າວ: 2021-10-17 11:37:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 862 | ຄວາມນິຍົມ:



ວັນທີ 13 ຕຸລາ 2021 ນີ້, ກອງຮ້ອຍທະຫານຊາຍແດນ 122 ທະຫານແຂວງບໍ່ແກ້ວ ໄດ້ຈັດພິທີ ມອບ-ຮັບໜ້າທີ່ ຮອງຫົວໜ້າການເມືຶອງ ລະຫ່ວາງຜູ້ເກົ່າ ແລະ ຜູ້ໃໝ່ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຈັນເພັງ ໄມທະວົງ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ ມີບັນດາຄະນະພັກ-ຄະນະບັນຊາກົມກອງ, ພະແນກການກ່ຽວຂ້ອງ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພັນຕີ ມານິດ ຈັນສີ ຮອງຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານຂອງກອງບັນຊາການທະຫານແຂວງບໍ່ແກ້ວ ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 4 ມາດຕາ 26 ສະບັບເລກທີ 1685/ກທຂ-ບກ ລົງວັນທີ 16 ສິງຫາ 2021 ຕາມທິດທາງການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະກອບອາວຸດ ໃຫ້ເຂັ້ມແຂງ ໜັກແໜ້ນ, ຮອບດ້ານ ເພື່ອເຮັດສໍາເລັດຫນ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກອງບັນຊາການທະຫານແຂວງບໍ່ແກ້ວຕົກລົງ: ຍົກຍ້າຍ ສະຫາຍ ຮ້ອຍເອກ ສຸກສະຫວັນ ວິໄລຈິດ ຮອງຫົວໜ້າການເມືອງກອງຮ້ອຍ 122 (ຜູ້ເກົ່າ) ໄປລົງກໍ່ສ້າງຮາກຖານການເມືອງ ປະຈໍາກອງປະຕິບັດງານ 213, ແຕ່ງຕັ້ງ ສະຫາຍ ຮ້ອຍໂທ ທອງວັນ ຂັດຕິຍະ ເປັນຮອງຫົວໜ້າການເມືອງ (ຜູ້ໃໝ່). ຈາກນັ້ນຍັງໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງສົມກຽດ. ໂອກາດນີ້ ສະຫາຍປະທານ ໄດ້ໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ບັນດາສະຫາຍສາມາດຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໜັກຫລາຍບັນຫາເປັນຕົ້ນແມ່ນການເອົາໃຈໃສ່ສືກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ ກໍຄືວຽກງານວິຊາສະເພາະສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງໃນໄລຍະໃໝ່, ຍົກສູງຄວາມຮັບຜິດຊອບຊີ້ນຳ-ນຳພາ ການປັບປຸງກໍ່ສ້າງກົມກອງຢ່າງມີຫົວຄິດປະດິດສ້າງ, ມີແບບແຜນວິທີເຮັດວຽກແບບວິທະສາດສອດຄ່ອງແທດເໝາະກັບ ສະພາບການຕົວຈິງ ເພື່ອສ້າງໃຫ້ກົມກອງມີການພັດທະນາເຂັ້ມແຂງຮອບດ້ານ, ເພີ່ມທະວີມາດຕະການຕ່າງໆ ທີ່ຂັນເທິງໄດ້ວາງອອກໃຫ້ເຂັ້ມງວດ ເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ໝົດໄປຈາກປະເທດຂອງພວກເຮົາໂດຍໄວ. ໂດຍ: ສົມໄຊ ສີລາຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ