ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ບໍລິສັດ ພີທີທີລາວ ຈຳກັດ ມອບເຄື່ອງບໍລິໂພກໃຫ້ແກ່ໂຮງໝໍສູນກາງ 103 ກອງທັບ
ເວລາອອກຂ່າວ: 2021-10-20 11:32:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1590 | ຄວາມນິຍົມ:



ໃນວັນທີ 18 ຕຸລາ 2021 ນີ້, ບໍລິສັດພີທີທີລາວ ຈຳກັດ ໄດ້ມອບເຄື່ອງບໍລິໂພກໃຫ້ແກ່ໂຮງໝໍສູນກາງ 103 ກອງທັບ, ເຄື່ອງທີ່ນໍາມາມອບໃຫ້ໃນຄັ້ງນີ້ມີ: ກາເຟ ແລະ ຊາຂຽວ ລວມມູນຄ່າ: 3.330.000 ກີບ, ມອບໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຕາງໜ້າອຳນວຍການບໍລິສັດພີທີທີລາວ ຈຳກັດ ພ້ອມດ້ວຍພະນັກງານວິຊາການ ແລະ ຮັບໂດຍ ທ່ານ ພັນໂທ ດຣ ນ.ອຳພອນ ພົມມະທາ ຮອງອຳນວຍການໂຮງໝໍສູນກາງ 103 ກອງທັບ ພ້ອມດ້ວຍຄະນະ ໃນນາມຕາງໜ້າຄະນະພັກ-ຄະນະອຳນວຍການໂຮງໝໍສູນກາງ 103 ກອງທັບ ໄດ້ກ່າວສະແດງຄວາມຂອບອົກຂອບໃຈ ແລະ ຊົມເຊີຍຕໍ່ບໍລິສັດພີທີີທີລາວ ຈຳກັດ ທີ່ຍາມໃດກໍ່ເປັນຫວ່ງເປັນໃຍ ແພດ-ໝໍ ພວກເຮົາ ທີ່ພວມປະຕິບັດໜ້າທີ່ຄັດກອງ-ປີ່ນປົວໂຄວິດ-19 ຢ່າງຕັ້ງໜ້າ ທີ່ບໍ່ຮູ້ອິດຮູ້ເມື່ອຍ ເຄື່ອງບໍລິໂພກທີ່ນຳມາມອບໃຫ້ໃນຄັ້ງນີ້ ໄດ້ສະແດງເຖິງຄວາມເສຍສະຫຼະປະກອບສ່ວນ ແລະ ຄວາມສາມັກຄີ ຂອງຄະນະພັກ-ຄະນະອຳນວຍການບໍລິສັດພີທີທີ ລາວຈຳກັດ ເພື່ອເປັນກຳລັງແຮງກາຍ, ກຳລັງໃຈໃຫ້ແພດ-ໝໍພວກເຮົາ ທີ່ປະຕິບັດໜ້າທີ່ດ້ວຍຄວາມຈູບຈ້າວຫ້າວຫັນ ແລະ ໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເຄື່ອງດັ່ງກ່າວໄປແຈກຢາຍໃຫ້ພະນັກງານແພດ-ໝໍ ໃຫ້ທົ່ວເຖິງ. ຂ່າວໂດຍ: ອະນຸສັກ ພົມໄຊຍະສອນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ