ອົງການກາແດງລາວ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງໝໍພາກສະໜາມ ຫຼັກ 27
ເວລາອອກຂ່າວ: 2021-10-20 16:15:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4105 | ຄວາມນິຍົມ: ![]()
ວັນທີ 20 ຕຸລາ 2021 ນີ້, ອົງການກາແດງລາວ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ ໂຮງໝໍພາກສະໜາມ ປິ່ນປົວພະຍາດໂຄວິດ-19 ຫຼັກ 27, ນໍາໂດຍທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ ແລະ ໄດ້ຮັບການຕ້ອນຮັບຈາກ ສະຫາຍ ພົນຈັດຕະວາ ດຣ ຄໍາແພງ ພູມມະແກ້ວ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ, ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ.
ທ່ານ ພູທອນ ເມືອງປາກ ໄດ້ກ່າວວ່າ: ການລົງຢ້ຽມຢາມ ແລະ ເຮັດວຽກໃນຄັ້ັ້ງນີ້ ແມ່ນຍ້ອນເຫັນໄດ້ເຖິງຄວາມຕ້ອງການທາງດ້ານອາຫານການກິນຂອງຜູ້ທີ່ມາຈໍາກັດບໍລິເວນ ແລະ ຄົນທີ່ມາປິ່ນປົວພະຍາດໂຄວິດ-19 ດັ່ງນັ້ນ ອົງການກາແດງຈຶ່ງໄດ້ຄົ້ນຄວ້າງົບປະມານທີ່ໄດ້ຈາກການຊ່ວຍເຫຼືອຈາກສັງຄົມ, ຈາກອົງການຈັດຕັ້ງສາກົນ ຄູ່ຮ່ວມພັດທະນາ ມາຈັດເປັນອາຫານ, ນໍ້າດື່ນເພື່ອບັນເທົາທຸກຕໍ່ປະຊາຊົນທີ່ມາຈຳກັດບໍລິເວນ ແລະ ປິ່ນປົວຢູ່ສູນແຫ່ງນີ້ ທັງອົງການກາແດງລາວຈະສະໜອງອາຫານ ແລະ ນໍ້າດື່ມຕັ້ງແຕ່ວັນທີ່ 21 ຈົນຮອດ 31 ຕຸລາ 2021 ແລະ ຈະພະຍາຍາມຂົນຂວາຍແຫຼ່ງທຶນອື່ນໆຈາກສັງຄົມມາສືບຕໍ່ສະໜັບສະໜູນຕໍ່ໄປ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















