ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະທານປະເທດຈີນ ເນັ້ນເພີ່ມທະວີການພັດທະນາສູ່ຄຸນນະພາບສູງຕາມລໍາແມ່ນໍ້າເຫຼືອງ
ເວລາອອກຂ່າວ: 2021-10-21 15:42:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:



ສໍານັກຂ່າວຊີນຮວາໃຫ້ຮູ້ວ່າ: ໃນເດືອນ ກັນຍາ ປີ 2019, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເປັນປະທານຈັດກອງປະຊຸມສຳມະນາກ່ຽວກັບການອະນຸລັກລະບົບນິເວດ, ເຊິ່ງໃນນັ້ນສໍາຄັນແມ່ນແນໃສ່ພັດທະນາເຂດລ້ອງແມ່ນ້ຳເຫຼືອງດ້ວຍຄຸນນະພາບສູງ ແລະປະກອບຄຳເຫັນທີ່ສຳຄັນວ່າ:“ຕ້ອງພິຈາລະນາຈາກສະພາບສູງ, ການພັດທະນາຕ້ອງໃຫ້ໄປຕາມຄວາມເປັນຈິງ, ຢູ່ບ່ອນທີ່ມີທ່າແຮງກໍຕ້ອງພັດທະນາບ່ອນນັ້ນເຊັ່ນ: ຖ້າແມ່ນໍ້າເປັນບ່ອນທີ່ມີທ່າແຮງ ກໍຕ້ອງພັດທະນາທາງນໍ້າ, ມີທ່າແຮງທາງພູດອຍ, ດ້ານການຜະລິດທັນຍາຫານ, ການພັດທະນາກະສິກຳ, ການພັດທະນາອຸດສາຫະກຳ, ການພັດທະນາການຄ້າ, ກໍໃຫ້ພ້ອມກັນຕັ້ງໜ້າຊອກຫາເສັ້ນທາງໃໝ່ແຫ່ງການພັດທະນາທີ່ມີຄຸນນະພາບສູງ ແລະ ມີເອກະລັກພິເສດຂອງທ້ອງຖິ່ນ.” ໝາຍຄວາມວ່າ: ໃນແຜນແມ່ບົດທີ່ພັດທະນາເຂດລ້ອງແມ່ນໍ້າເຫຼືອງດ້ວຍຄຸນນະພາບສູງນັ້ນ, ເຂດຕ່າງໆຕ້ອງມີຈຸດສຸມທີ່ແຕກຕ່າງກັນໃນການພັດທະນາຄືກັນ. ເຂດສະຫງວນທຳມະຊາດ ແລະ ສິ່ງແວດລ້ອມ ກໍຄວນປະດິດສ້າງຜະລິດຕະພັນນິເວດໃຫ້ຫຼາຍກວ່າເກົ່າ, ເຂດແຫຼ່ງຜະລິດທັນຍາຫານກໍຕ້ອງຍົກສູງຄຸນນະພາບຂອງຜະລິດຕະພັນກະສິກຳ, ເຂດທຸກຍາກກໍ່ຕ້ອງສຸມທຸກຄວາມພະຍາຍາມເພື່ອຮັບປະກັນ ແລະ ຊີວິດການຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ແມ່ນ້ຳເຫຼືອງແມ່ນແມ່ນ້ຳແຫ່ງມານດາຂອງປະຊາຊາດຈີນ, ມີຈຸດກຳເນີດຈາກພູພຽງຊິ່ງໄຫ ຕິເບດ, ມີຄວາມຍາວທັງໝົດ 5.464 ກິໂລແມັດ, ໄຫຼຜ່ານ 9 ແຂວງ ແລະເຂດປົກຄອງຕົນເອງຂອງຈີນ, ແມ່ນແມ່ນ້ຳຍາວອັນດັບສອງຂອງຈີນ ຖັດຈາກແມ່ນ້ຳຢາງຊີ. ຢູ່ເຂດລ້ອງແມ່ນ້ຳເຫຼືອງມີເຂດນິເວດລະດັບຊາດທີ່ສຳຄັນຫຼາຍແຫ່ງ, ປະລິມານສະສົມຖ່ານຫີນກວມຫຼາຍກວ່າເຄິ່ງໜຶ່ງຂອງທົ່ວປະເທດ, ມີບົດບາດສຳຄັນທີ່ສຸດໃນການພັດທະນາເສດຖະກິດສັງຄົມ ແລະ ຄວາມປອດໄພດ້ານນິເວດຂອງຈີນ. ປັດຈຸບັນລຽບຕາມສອງຝັ່ງແມ່ນນໍ້າເຫຼືອງ ແມ່ນມີການພັດທະນາພໍສົມຄວນ, ໂດຍສະເພາະແມ່ນສຸມໃສ່ລົງທຶນພັດທະນາການກະເສດສູ່ລະດັບສູງ, ສ້າງເຂດບໍລິເວນແຄມນໍ້າໃຫ້ເປັນສະຖານທີ່ພັກຜ່ອນຢ່ອນໃຈ ແລະ ເປັນແຫຼ່ງທ່ອງທຽວສີຂຽວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ