ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງວຽງຈັນ ມອບໃບຢັ້ງຢືນໜ່ວຍພັກ ປອດໃສເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2020
ເວລາອອກຂ່າວ: 2021-10-22 15:50:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 507 | ຄວາມນິຍົມ:



ວັນທີ 21 ຕຸລາ 2021 ນີ້, ກອງບັນຊາການທະຫານແຂວງວຽງຈັນ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020 ຂຶ້ນ, ໂດຍການເປັນ ປະທານຂອງ ສະຫາຍ ພົນຈັດຕະວາ ບຸນມາ ວົງດາລາແສນ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງວຽງຈັນ, ມີບັນດາສະຫາຍຄະນະປະຈໍາພັກ, ຄະນະພັກກອງບັນຊາການ, ຄະນະພັກຮາກຖານ, ບັນດາໜ່ວຍພັກທີ່ຂຶ້ນກັບກອງບັນຊາການທະຫານແຂວງວຽງຈັນ ເຂົ້າຮ່ວມ. ສະຫາຍ ພັນເອກ ສົມພັນ ເຮືອງພະຈັນ ຄະນະພັກກອງບັນຊາການ, ເລຂາພັກຮາກຖານຫ້ອງການເມືອງທະຫານແຂວງວຽງຈັນ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງວຽງຈັນ ເລກທີ 171/ຄປພ.ວຈ. ລົງວັນທີ 17 ສິງຫາ 2021, ວ່າດ້ວຍ ການຮັບຮອງເອົາໜ່ວຍພັກ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງບັນດາກົມກອງທີ່ຂຶ້ນກັບຄະນະພັກກອງບັນຊາການທະຫານແຂວງວຽງຈັນ ຈຳປີ 2020, ຈໍານວນ 38 ໜ່ວຍພັກ ຄື: ຄະນະພັກຮາກຖານຫ້ອງເສນາທິການ ຈໍານວນ 3 ໜ່ວຍພັກ; ຄະນະພັກຮາກຖານ ຫ້ອງການເມືອງ 3 ໜ່ວຍພັກ; ຫ້ອງພະລາທິການ 3 ໜ່ວຍພັກ; ຫ້ອງເຕັກນິກ 2 ໜ່ວຍພັກ; ຫ້ອງການບໍລິຫານ 3 ໜ່ວຍພັກ; ຄະນະພັກຮາກຖານກອງພັນນ້ອຍ 103 ຈໍານວນ 5 ໜ່ວຍພັກ; ກອງພັນນ້ອຍ 614, 5 ໜ່ວຍພັກ; ກອງພັນນ້ອຍ 432, 3 ໜ່ວຍພັກ; ກອງພັນນ້ອຍ 102, 4 ໜ່ວຍພັກ; ໂຮງຮຽນການທະຫານທ້ອງຖິ່ນ 3 ໜ່ວຍພັກ ແລະ ໜ່ວຍພັກກອງຮ້ອຍເອກະລາດອີກ 4 ໜ່ວຍພັກ. ຈາກນັ້ນກໍ່ໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໃຫ້ບັນດາໜ່ວຍພັກທີ່ຖືກຮັບຮອງໃນຄັ້ງນີ້ ໂດຍແມ່ນສະຫາຍ ພົນຈັດຕະວາ ບຸນມາ ວົງດາລາແສນ ຂຶ້ນມອບຢ່າງສົມກຽດ. ໃນຕອນທ້າຍພິທີ ໄດ້ຮັບຟັງຈາການໂອ້ລົມຂອງ ສະຫາຍ ພົນຈັດຕະວາ ບຸນມາ ວົງດາລາແສນ ເຊິງກ່ອນອື່ນ ສະຫາຍ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາກົມກອງ ກໍ່ຄືແຕ່ລະໜ່ວຍພັກຍາດມາໄດ້ໄລຍະຜ່ານມາ ແລະເໜັ້ນໜັກໃຫ້ບັນດາໜ່ວຍພັກ, ສະມາຊິກພັກຕ້ອງເປັນເຈົ້າການ ເພີ່ມທະວີສຶກສາອົບຮົມການເມືອງແນວຄິດ ຢ່າງເລິກເຊິງເຖິງຖອງ, ສືບຕໍ່ປັບປຸງແບບແຜນວິທີນໍາພາ, ວິທີເຮັດວຽກໃຫ້ມີຄຸນນະພາບ, ໂດຍປະຕິບັດຕາມ 05 ຫຼັກການ 03 ທິດນໍາຂອງພັກ ໃນການກໍ່ສ້າງພັກ, ເຮັດໃຫ້ສະມາຊິກພັກພາຍໃນກົມກອງມີຄວາມເຊື່ອໝັ້ນຕໍ່ການນໍາພາ ຂອງພັກ-ລັດ ເອົາໃຈໃສ່ ຕ້ານປະກົດການຫຍໍ້ທໍ້ໃຫ້ ຫຼຸດໜ້ອຍຖອຍລົງ, ເຕົາໂຮມຄວາມສາມັກຄີພາຍໃນພັກ ໃຫ້ໜັກ ແໜ້ນກວ່າເກົ່າ, ສ້າງໜ່ວຍພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຫຼາຍສະໃໝຕິດຕໍ່ກັນ. ໂດຍ: ສາຍຄໍາ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ