ໂຄງການກໍ່ສ້າງເສັ້ນທາງລຽບແມ່ນ້ຳຂອງຕອນເໜືອ ມີຄວາມຄືບໜ້າແລ້ວ 70%
ເວລາອອກຂ່າວ: 2019-01-11 09:28:56 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 548 | ຄວາມນິຍົມ:
ວັນທີ 5 ມັງກອນ 2019 ຜ່ານ
ມານີ້, ພັນເອກ ປອ ສີພອນໄຊ ຄໍາ
ທອງເຫວີນ ຮອງຫົວໜ້າກົມ
ຊ່າງແສງ ກົມໃຫຍ່ເສນາທິການ ກອງທັບ ພ້ອມດ້ວຍຄະນະ, ພາກ ສ່ວນທີ່ກ່ຽວຂ້ອງ ແລະ ວິຊາ ການປະຈຳພາກສະໜາມໄດ້ລົງ ເຄື່ອນໄຫວກວດກາຄວາມຄືບ ໜ້າຂອງໂຄງການກໍ່ສ້າງເສັ້ນ ທາງລຽບຕາມແມ່ນໍ້າຂອງຕອນ ເໜືອຂອງລາວ ໂດຍແມ່ນກະ
ຊວງປ້ອງກັນປະເທດເປັນເຈົ້າ ຂອງໂຄງການ.
ອີງຕາມການລາຍງານຂອງ
ຜູ້ຮັບຜິດຊອບການກໍ່ສ້າງໃຫ້ຮູ້ ວ່າ: ໂຄງການດັ່ງກ່າວແມ່ນໄດ້ ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 22 ມີນາ 2017 ແລະ ຕາມແຜນ ການແມ່ນຈະໃຫ້ສໍາເລັດໃນ ເດືອນ ຕຸລາ 2019 , ມາຮອດປັດຈຸ ບັນ, ສາມາດດໍາເນີນການກໍ່ ສ້າງສໍາເລັດແລ້ວປະມານ 70% ເຊິ່ງແມ່ນທຶນຊ່ວຍເຫຼືອລ້າຈາກ ສປ ຈີນ. ໂຄງການກໍ່ສ້າງເສັ້ນ ທາງລຽບຕາມແມ່ນໍ້າຂອງຕອນ ເໜືອຂອງລາວເລີ່ມແຕ່ບ້ານ ມອນຫາບ້ານຫ້ວຍໄຄ້ ເມືອງ
ຕົ້ນເຜີ້ງ ແຂວງບໍແກ້ວ ມີໄລຍະ
ທາງ 22, 431 ກິໂລແມັດ
ເຊິ່ງປະກອບມີ 4 ບໍລິສັດຮັບ ເໝົາການກໍ່ສ້າງຄື: ກຸ່ມບໍລິສັດ
ທາງລົດໄຟທີ 17ຈຳກັດ ສປ
ຈີນ, ບໍລິສັດທີ່ປຶກສາວິສະວະ ກໍາກໍ່ສ້າງທາງຫຼວງເຮີ່ຍຫຼົງ ຈ່ຽງ, ບໍລິສັດຫຼົງຈ້ຽນກໍ່ສ້າງ-ຂົວທາງຫຸ້ນສ່ວນຈໍາກັດ, ບໍລິ
ສັດອອກແບບກໍ່ສ້າງ: ສະຖາ
ບັນສຳຫຼວດ - ອອກແບບທາງລົດ ໄຟເລກທີ 3 ຈໍາກັດ.
ໂຄງສ້າງຫຼັກຂອງເສັ້ນທາງປະ ກອບມີ : ຊັ້ນວັດສະດຸຄັດເລືອກ
( sub grabe ), ຊັ້ນຮອງພື້ນ ທາງ
( sub base ), ຊັ້ນພື້ນທາງ (BaseCoure), ໜ້າທາງ ກວ້າງ 7 ແມ້ດ , ໃນນັ້ນມີໜ້າ ທາງປູຢາງກວ້າງ 6 ແມັດ . ບ່າ
ທາງກວ້າງເບື້ອງລະ 50 ຊມ. ໄລ
ຍະທາງທັງໝົດ22,431ກິ
ໂລແມັດ. ອອກແບບຕາມມາດ ຕະຖານເຕັກນິກທາງຂັ້ນ 3 ຂອງ ສປ ຈີນ ແລະ ທາງຂັ້ນ 4 ຂອງລາວ, ມີຮ່ອງລະບາຍນໍ້າ ຂ້າງທາງ, ທໍ່ລອດທາງ, ຂົວ, ທາງແຍກ , ປ້າຍຈະລາຈອນ ແລະ ຫຼັກປະກັນໄພຕ່າງໆຕາມເສັ້ນ ທາງມີຂົວ 5 ແຫ່ງລວມລວງຍາວ ທັງໝົດຂອງຂົວ 310,9 ແມັດ,
ມີທໍ່ລອດພື້ນທາງ 71 ຈຸດ , ຮ່ອງ
ລະບາຍນໍ້າມີຝາປິດ 26 ຈຸດ , ບໍ
ລິມາດດິນຂຸດ ( ລວມທັງດິນຂຸດ ແກ້ບວມ ) 973, 615 ແມັດ
ກ້ອນ. ບໍລິມາດດິນຖົມ (ລວມທັງ
ຖົມຄືນດິນດຸດລອກ ແລະ ຖົມ ດິນແກ້ບວມ ) 229 , 913 ແມັດ
ກ້ອນ. ອະນາໄມ ແລະ ດຸດລອກ ໜ້າດິນ 18, 689 ຕາແມັດ, ຕ້ານ ເຈື່ອນ 40, 648 ແມັດກ້ອນ, ຄວາມຍາວຂອງຮ່ອງລະບາຍ ນໍ້າຂ້າງທັງໝົດ 36, 873 ແມັດ. ໜ້າທາງປູຢາງ 161, 870 ແມັດ, ມີມູນຄ່າການກໍ່ສ້າງທັງໝົດ 155. 483 .600 ຢວນ ( ສະກຸນ
ເງິນຈີນ ).
ເສັ້ນທາງດັ່ງກ່າວເປັນເສັ້ນ ທາງຍຸດທະສາດພາຍຫຼັງໄດ້ຮັບ ການກໍ່ສ້າງສໍາເລັດຈະອໍານວຍຄວາມສະດວກໃຫ້ແກ່ການຂົນ ສົ່ງສີນຄ້າ ແລະ ການສັນຈອນໄປ- ມາຂອງປະຊາຊົນບັນດາບ້ານຕໍ່ ບ້ານ, ລະຫວ່າງເມືອງຕົ້ນເຜີ້ງ ຫາເມືອງເມິງ ແລະ ແຂວງ ບໍ່ແກ້ວ
ຫາແຂວງຫຼວງນໍ້າທາໃຫ້ມີ ຄວາມວ່ອງໄວ. ພ້ອມກັນນັ້ນກໍ ຈະອໍານວຍຄວາມສະດວກໃຫ້ ແກ່ການເຄື່ອນໄຫວເຮັດວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຕາມເຂດຊາຍ ແດນແມ່ນໍ້າຂອງອີກດ້ວຍ.
ໂດຍ : ເກນ ວິໄລສານ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ