ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ລວມ 648 ຄົນ
ເວລາອອກຂ່າວ: 2021-10-24 11:47:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 588 | ຄວາມນິຍົມ:
ອີງຕາມການຖະແຫລງ ຂອງ ຄະນະສະເພາະກິດເພືື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດ ພະຍາດCOVID-19 ໃນວັນທີ 24 ຕຸລາ 2021 ໄດ້ລາຍງານໃຫ້ຮູ້ວ່າ ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວໃນວັນທີ 23 ຕຸລາ 2021 ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 6,838 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 648 ຄົນ ( ຕິດເຊື້ອພາຍໃນປະເທດ 635 ຄົນ (ປະກອບມີ: ແຂວງວຽງຈັນ 184 ຄົນ, ນະຄອນຫຼວງວຽງຈັນ 183 ຄົນ, ຫຼວງພະບາງ 165 ຄົນ, ບໍ່ແກ້ວ 27 ຄົນ, ສະຫວັນນະເຂດ 21 ຄົນ, ຈໍາປາສັກ 23 ຄົນ, ຫຼວງນໍ້າທາ 15 ຄົນ, ບໍລິຄໍາໄຊ 16 ຄົນ, ສາລະວັນ 10 ຄົນ, ຄໍາມ່ວນ 3 ຄົນ ແລະ ອັດຕະປື 1 ຄົນ), ເດີນທາງຈາກຕ່າງປະເທດ 13 ຄົນ )
ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະ ສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 35,633 ຄົນ, ເສຍຊີວິດສະສົມ 52 (ໃໝ່ 2) ປິນປົວຫາຍດີໃໝ່ 379, ຮອດປະຈຸບັນມີຈໍານວນຜູ້ທີ່ ປິ່ນປົວຫາຍດີທັງໝົດແມ່ນ 27.671 ແລະ ກວມເອົາ 77.65 % ທີ່ປີ່ນປົວຫາຍດີ
ສຳລັບ ຄົນເຈັບເສຍທີ່ຊີວີດ 2 ຄົນ, ມີລາຍລະອຽດ ດັ່ງນີ້
ຜູ້ເສຍຊີວິດ ທີ່ 1: ເພດຍິງ, ອາຍຸ 70 ປີ, ປະຈຸບັນຢູ່ບ້ານ ດານສະຫວັນ ເມືອງແກ້ວອຸດົມ, ແຂວງວຽງຈັນ
- ຄົນເຈັບໄດ້ໄປສະຖານທີທີ່ສ່ຽງ ຢູ່ພາຍໃນບ້ານດານສະຫວັນ ແລະ ໂຮງໝໍແຂວງ ທີ່ມີຄົນຕິດເຊື້ອ
- ຄອບຄົວຜູ້ກ່ຽວມີຜູ້ຕິດເຊື້ອນຳກັນ 06 ຄົນ
- ພະຍາດປະຈໍາຕົວ: ເປັນພະຍາດຫົວໃຈຊຸດໂຊມ, ຄວາມດັນເລືອດສູງ ໄດ້ກີນຢາປະຈໍາເປັນເວລາຫລາຍປີ, ເຄື່ອນໄຫວໄປມາບໍ່ໄດ້ ໄດ້ນອນກັບທີ່
- ຍັງບໍ່ໄດ້ຮັບການສັກຢາວັກຊີນ
- ວັນທີ 16 ຕຸລາ 2021: ຜູ້ກ່ຽວມີອາການໄອ, ຫາຍໃຈຝືດ, ແໜ້ນໜ້າເອິກ, ກິນດື່ມໄດ້ເລັກໜ້ອຍ ແລະ ບໍ່ມີອາການໄຂ້
- ວັນທີ 17 ຕຸລາ 2021: ຜູ້ກ່ຽວ ໄດ້ມາກວດພະຍາດ ເພື່ອແທກຫົວໃຈ ຢູ່ໂຮງໝໍແຂວງ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວີດ-19
- ວັນທີ 18 ຕຸລາ 2021: ຜູ້ກ່ຽວ ໄດ້ລໍຖ້າຜົນກວດ ຢູ່ບ້ານ ແລະ ຈົນມາຮອດເວລາ 13 ໂມງ 30 ນາທີ ຂອງມື້ດຽວກັນນັ້ນ, ຜູ້ກ່ຽວມີອາການອິດເມື່ອຍ, ຫາຍໃຈຝຶດ, ແໜ້ນໜ້າເອິກ, ໄອຫລາຍ ແລະ ນອນບໍ່ໄດ້ ຈື່ງໄດ້ມາກວດ ແລະ ນອນປີ່ນປົວຢູ່ໂຮງໝໍແຂວງ
- ວັນທີ 19 ຕຸລາ 2021: ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19 ຈື່ງໄດ້ເຂົ້ານອນປີ່ນປົວຢູ່ສູນປີ່ນປົວໂຄວິດ-19 ທີ່ເມືອງໂພນໂຮງ ແຂວງວຽງຈັນ
- ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແມ່ນແຕ່ວັນທີ 18-23 ຕຸລາ 2021 ເປັນເວລາ 06 ວັນ
- ມາຮອດເວລາ 07 ໂມງ 15 ນາທີເຊົ້າ ຂອງວັນທີ 23 ຕຸລາ 2021: ຜູ້ກ່ຽວອາການອີດເມື່ອຍຫລາຍ, ຈືດມ້ານ ຫລາຍ, ຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ, ແພດໝໍໄດ້ສຸມທຸກກຳລັງເພື່ອເຊີດຊູຄົນເຈັບ ແຕ່ອາການຄົນເຈັບບໍ່ຕອບສະໜອງ ແລະ ໄດ້ເສຍຊີວິດລົງ.
ຜູ້ເສຍຊີວິດ ທີ່ 2: ເພດຍິງ, ອາຍຸ 31 ປີ, ອາຊີບ ພະນັກງານອາສາສະໜັກ, ບ້ານຢູ່ ບ້ານຊຽງຫວາງທ່າ, ເມືອງ ໜອງບົກ, ແຂວງຄຳມ່ວນ
- ຜູ້ກ່ຽວມີພະຍາດປະຈຳຕົວ: ພະຍາດຫົວໃຈ
- ໄດ້ສັກຢາວັກຊີນຊີໂນຟາມຄົບ 2 ເຂັມ
- ວັນທີ 16 ຕຸລາ 2021: ມີອາການໄອ, ຫາຍໃຈຝືດ ແລະ ແໜ້ນໜ້າເອິກ ແຕ່ບໍ່ມາປີ່ນປົວຢູ່ສະຖານທີບໍລິການສາທາລະນະສຸກ, ຄອບຄົວໄດ້ພາຜູ້ກ່ຽວປີ່ນປົວດ້ວຍໄສຍະສາດ ແລະ ປີ່ນປົວຕາມຮິດຄອງປະເພນີ)
- ວັນທີ 22 ຕຸລາ 2021: ຜູ້ກ່ຽວມີອາການໜັກ, ຫາຍໃຈຝຶດ ແລະ ທ້ອງເບັງ ຈື່ງໄດ້ມາກວດຢູ່ໂຮງໝໍແຂວງຄໍາມ່ວນ ພ້ອມທັງໄດ້ເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວິດ-19 ແລະໃນມື້ດຽວກັນຜົນກວດອອກແມ່ນພົບເຊື້ອພະຍາດໂຄວິດ-19 ແລ້ວນໍາສົ່ງເຂົ້າມານອນປີ່ນປົວຢູ່ສູນປີ່ນປົວໂຄວິດ-19 ວັດທະນາທໍາແຂວງ , , ແພດໝໍໄດ້ສຸມທຸກກຳລັງເພື່ອປີ່ນປົວເຊີດຊູ ແຕ່ເນື່ອງຈາກຜູ້ກ່ຽວມາປີ່ນປົວໃນໂຮງໝໍຊ້າ ເຮັດໃຫ້ມີອາການໜັກຫຼາຍ ແລະ ຜູ້ກ່ຽວກໍ່ໄດ້ເສຍຊິວິດລົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ