ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ລາວໂທລະຄົມມະນາຄົມ ມອບອຸປະກອນກິລາໃຫ້ ຫ້ອງພະລາທິການ ທະຫານແຂວງໄຊສົມບູນ
ເວລາອອກຂ່າວ: 2021-10-25 14:26:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 728 | ຄວາມນິຍົມ:



ຕອນແລງວັນທີ 21 ຕຸລາ 2021 ນີ້, ສະຫາຍ ເພັດຕະນາ ອິນທະວົງ ຫົວໜ້າສາຂາ ບໍລິສັດລາວໂທລະຄົມມະນາຄົມ ສາຂາແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ນໍາອຸປະກອນກິລາຈໍານວນໜຶ່ງ ມູນຄ່າ 5.870.000 ກີບ ມາມອບໃຫ້ຫ້ອງພະລາທິການ ກອງບັນຊາການທະຫານແຂວງ. ເຊິ່ງກ່າວຮັບເຄື່ອງໂດຍ ສະຫາຍ ພັນໂທ ເພັດລັງສີ ພິຈິດ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງໄຊສົມບູນ ພ້ອມດ້ວຍຄະນະ ໂອກາດດັ່ງກ່າວນີ້ສະຫາຍ ຫົວໜ້າຫ້ອງພະລາທິການ ກໍ່ໄດ້ສະແດງຄວາມຮູ້ບຸນຄຸນຢ່າງສູງນໍາສະຫາຍ ຫົວໜ້າສາຂາລາວໂທລະຄົມມະນາຄົມ ທີ່ໃຫ້ການຊ່ວຍເຫຼືອກົມກອງຂອງພວກເຮົາ ແລະ ສັນຍາວ່າຈະນໍາເອົາເຄື່ອງດັ່ງກ່າວນີ້ ໄປນໍາໃຊ້ເຂົ້າໃນການສ້າງຂະບວນການຕ່າງໆ ໃຫ້ມີຄວາມຄຶກຄື້ນມ່ວນຊື່ນ ພ້ອມທັງມອບໃບກຽດຕິຄຸນ ເພື່ອສະແດງເຖິງຄວາມມີນໍ້າໃຈຊຸກຍູ້ ຫ້ອງພະລາທິການຂອງພວກເຮົາອີກດ້ວຍ. ຂ່າວ: ມະລິ ສຸພັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ