ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າກອງບັນຊາການຕຳຫຼວດລາດຕະເວນທາງນ້ຳແຂວງຢູນນານ ເຄື່ອນໄຫວເຮັດວຽກຢູ່ສູນປະສານງານ ລາວ-ຈີນ
ເວລາອອກຂ່າວ: 2021-10-25 14:27:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 417 | ຄວາມນິຍົມ:



ວັນທີ 24 ຕຸລາ 2021 ນີ້, ສະຫາຍ ພົນຕີ ຢວນຢ້າພິງ ຫົວໜ້າກອງບັນຊາການຕຳຫຼວດ ລາດຕະເວນທາງນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ສູນປະສານງານ ລາວ-ຈີນ ແຂວງບໍ່ແກ້ວ, ໂດຍມີສະຫາຍ ພັນເອກ ທອງໄຂ ສີຍາລາດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນຢູ່ທີ່ສູນປະສານງານ ລາວ-ຈີນ ບ້ານມອມ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ. ສະຫາຍ ພັນເອກ ທອງໄຂ ສີຍາລາດ ໄດ້ກ່າວວ່າ: ການມາເຄື່ອນໄຫວຂອງຄະນະດັ່ງກ່າວແມ່ນເພື່ອປະຕິບັດສັນຍາວ່າດ້ວຍການລາດຕະເວນຮ່ວມທາງນໍ້າຕະຫຼອດໄລຍະຜ່ານມາ ໃນການຮ່ວມມື 4 ຝ່າຍ (ຈີນ, ລາວ, ມຽນມາ ແລະ ໄທ) ຄັ້ງທີ 110 ເຫັນໄດ້ເຖິງຜົນສຳເລັດ ພິເສດແມ່ນ 2 ຝ່າຍ ລາວ-ຈີນ, ນັ້ນແມ່ນຂີດໝາຍການເພີ່ມພູນຄູນສ້າງມູນເຊື້ອອັນດີງາມຂອງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ໃນການແກ້ໄຂບັນຫາສະພາບການຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດຕາມຊາຍແດນ ທີ່ໄດ້ມີການພົວພັນປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການປະຕິບັດກົດໝາຍລາດຕະເວນຮ່ວມກັນ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຂອງສອງປະເທດ (ລາວ-ຈີນ), ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບົນພື້ນຖານຈິດໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມືຮອບດ້ານ, ຍົກລະດັບການພົວພັນຮ່ວມມືປະສານສົມທົບລະຫວ່າງກຳລັງປ້ອງກັນຊາຍແດນຂອງສອງປະເທດ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກເພື່ອພ້ອມກັນສ້າງຊາຍແດນລາວ-ຈີນ ໃຫ້ເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາຮອບດ້ານ, ຕາມການລົງທຶນ ເປັນແຫຼ່ງທ່ອງທ່ຽວ (ສົນທິສັນຍາປັກກິ່ງ) ໃຫ້ກາຍເປັນ 4 ຫຼ່ຽມເສດຖະກິດໃນອານາຄົດ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ:ໃນວັນທີ 19 ຕຸລາ 2021 ນີ້, ຢູ່ໂຮງຮຽນການທະຫານທ້ອງຖິ່ນແຂວງບໍ່ແກ້ວ ໄດ້ ມອບ-ຮັບໜ້າທີ່ຫົວໜ້າການເມືອງ-ການທະຫານ ລະຫ່ວາງຜູ້ເກົ່າ ແລະ ຜູ້ໃໝ່ ຢູ່ທີ່ສະໂມສອນໂຮງຮຽນການທະຫານທ້ອງຖິ່ນ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນມີ ພາມີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ມີບັນດາຄະນະພັກ-ຄະນະບັນຊາກົມ, ພະແນກການກ່ຽວຂ້ອງ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ໂດຍ: ວໍລະສິດ ພິດສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ