ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງອຸດົມໄຊ ເປີດກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ III
ເວລາອອກຂ່າວ: 2021-10-25 14:32:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 398 | ຄວາມນິຍົມ:



ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ III ແລະ ວາງທິດທາງແຜນການປະຈຳໄຕມາດ IV ປະຈຳປີ 2021 ທົ່ວກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດຂື້ນໃນວັນທີ 19 ຕຸລາ ນີ້ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຢີນ ແສງສຸລີ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ມີຄະນະພັກ-ຄະນະກອງບັນຊາການ, ຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງ 7 ເມືອງ, ໂຮງຮຽນ, ໂຮງໝໍ, ກອງພັນ 414, ພະແນກການກ່ຽວຂ້ອງ ແລະກອງຮ້ອຍເອກະລາດເຂົ້າຮ່ວມ. ໃນວາລະດຳເນີນກອງປະຊຸມ ຜູ້ແທນໄດ້ຜັດປ່ຽນກັນຂື້ນລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງຂອບເຂດກົມກອງຄວາມຮັບຜິດຊອບໃນໄລຍະຜ່ານມາ ໂດຍຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ເຊິ່ງໄດ້ຍົກໃຫ້ເຫັນຫຼາຍດ້ານທີ່ມີຜົນສຳເລັດ, ໃນການເປັນເຈົ້າການຕິດຕາມກຳແໜ້ນສະພາບການ, ບັນດາເປົ້າໝາຍທີ່ຈະກໍ່ໃຫ້ເກີດຄວາມບໍ່ສະຫງົບ ແລະ ປະກົດການຫຍໍ້ທໍ້ທີ່ເກີດຂື້ນເປັນຕົ້ນແມ່ນ: ບັນຫາຢາເສບຕິດ, ຂີ້ລັກ, ງັດແງະ, ຄ້າຂາຍອາວຸດເຖື່ອນ, ຖາງປ່າເຮັດໄຮ່ແບບເລື່ອນລອຍ, ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນ ບໍ່ປະຕິບັດຕາມມະຕິຄຳສັ່ງຂອງຄະນະສະເພາະກິດ ໃນການຕອບຕ້ານການແຜ່ລະບາດຂອງພະຍາດໂຄວິດ-19, ທັງໝົດນີ້ກໍ່ເພື່ອກວດກາຄືນແບບແຜນວິທີເຮັດວຽກໃນໄລຍະຜ່ານມາ ຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ເພື່ອພ້ອມກັນແກ້ໄຂ, ສືກສາອົບຮົມການເມືອງແນວຄິດໃຫ້ພັກພະນັກງານ-ນັກຮົບ ເປັນເຈົ້າຕົນເອງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະ, ເອົາໃຈໃສ່ສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງຄອບຄົວ ແລະ ສ້າງໃຫ້ກົມກອງມີການພັດທະນາດີຂື້ນເປັນກ້າວໆ. ໃນໂອກາດດຽວກັນນີ້ ສະຫາຍ ພົນຈັດຕະວາ ຄຳຢີນ ແສງສຸລີ ໄດ້ເນັ້ນໜັກໃຫ້ບັນດາສະຫາຍຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ໃນກົມກອງຂອງຕົນ ເຮັດໃຫ້ເຂົາເຈົ້າມີຄຸນທາດການເມືອງໜັກແໜ້ນ, ເອົາໃຈໃສ່ກຳແໜ້ນແນວທາງ ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ກຳແໜ້ນຕໍ່ໜ້າທີ່ການເມືອງຂອງຕົນ, ຍົກສູງນ້ຳໃຈຄວາມຮັບຜິດຊອບ, ຄວາມຮູ້ ຄວາມສາມາດໃຫ້ສູງຂື້ນກວ່າເກົ່າ, ເອົາໃຈໃສ່ຍົກສູງສະຕິລະວັງຕົວກຽມພ້ອມສູ້ຮົບ ແລະ ກຽມພ້ອມຕອບຕ້ານໄພພິບັດຕ່າງໆ ນັບທັງການແຜ່ລະບາດຂອງພະຍາດໂຄວິດ-19, ປັບປຸງແບບແຜນວິທີເຮັດວຽກໃຫ້ມີຫຼັກການວິທະຍາສາດ, ຖືກຕ້ອງຕາມຄວາມເປັນຈິງ, ເພີ່ມທະວີຄວາມສາມັກຄີໃຫ້ໜັກແໜ້ນ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີຜົນສຳເລັດ. ຂ່າວ-ພາບ: ທະນູວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ