ບໍລິສັດລາວລໍ ແອນຄອນຊາວແທນຊີ ກຣຸບ ມອບເງິນສົດ ແລະ ວັດຖຸ ອຸປະຖຳວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-11 09:31:11 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 349219886 | ຄວາມນິຍົມ:
ໃນຕອນບ່າຍວັນທີ 10 ມັງ ກອນ 2019 ນີ້, ຢູ່ທີ່ສະໂມສອນ ຫ້ອງວ່າການກະຊວງປ້ອງກັນ ປະເທດ, ທ່ານນາງ ສິລິໂສພາ ບຸດດາຄໍາ ປະທານ ບໍລິສັດ ລາວ ລໍ ແອນຄອນຊາວແທນຊີ ກຣຸບ ໄດ້ນຳເອົາເງິນສົດ ຈຳນວນ 100.000.000 ກີບ ແລະ ເຄື່ອງ
ບໍລິໂພກຈຳນວນໜຶ່ງເຊັ່ນ: ນໍ້າ ດື່ມ ແລະ ໝີ່ສໍາເລັດຮູບຄິດເປັນ ເງິນ 8.500.000 ກີບ, ລວມມູນຄ່າ ທັງໝົດ 108.500.000 ກີບ ມາມອບໃຫ້ກະຊວງປ້ອງກັນປະ ເທດ ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ ກ່າວຮັບໂດຍ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດ ຖະມົນຕີກະຊວງປ້ອງກັນປະ ເທດ ພ້ອມດ້ວຍພາກສ່ວນທີ່ ກ່ຽວຂ້ອງ ທັງສອງຝ່າຍເຂົ້າ ຮ່ວມເປັນສັກຂີພິຍານ.
ທ່ານ ພົນຕີ ອ່ອນສີ ແສນສຸກ ໄດ້ຕາງໜ້າໃຫ້ຄະນະນໍາ, ພະ ນັກງານ-ນັກຮົບ ກະຊວງປ້ອງ ກັນປະເທດສະແດງຄວາມຂອບ ອົກຂອບໃຈ ແລະ ຕີລາສູງຕໍ່ປະ ທານບໍລິສັດ ພ້ອມຄະນະທີ່ເຫັນ ໄດ້ຄວາມໝາຍຄວາມສໍາຄັນ ຂອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ເຊິ່ງໄດ້ຊຸກຍູ້ອຸປະຖໍາ ວັດຖຸ ແລະ ເງິນສົດໃນຄັ້ງນີ້ ພ້ອມທັງ, ມອບໃບສົມມະນາບຸນ ຄຸນຂອງກະຊວງປ້ອງກັນປະ ເທດ ໃຫ້ປະທານບໍລິສັດ ລາວລໍ ແອນຄອນຊາວແທນຊີ ກຣຸບ ຢ່າງສົມກຽດ.
ໂດຍ: ໂຊກໄຊ ໄຕແດງເມືອງຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ