ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ມີນາ 2025

  

ເຄື່ອນຍ້າຍອັດຖິນັກຮົບແຂ່ງຂັນ ພະນັກງານຂັ້ນສູງ ແລະ ພະນັກງານປະຕິວັດອາວຸໂສສະຖິດໄວ້ຢູ່ສຸສານນັກຮົບປະຕິວັດແຫ່ງຊາດຫຼັກ 24
ເວລາອອກຂ່າວ: 2019-01-11 09:34:24 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 817 | ຄວາມນິຍົມ:



ເພື່ອເປັນການສະແດງ ເຖິງຄວາມກະຕັນຍູ້ຮູ້ບຸນຄຸນຕໍ່ ຜົນງານ ແລະ ຄຸນງາມຄວາມ ດີຂອງນັກຮົບແຂ່ງຂັນແຫ່ງຊາດ ພະນັກງານປະຕິວັດອາວຸໂສ ແລະ ນາຍທະຫານຂັ້ນສູງທີ່ເສຍ ຊີວິດໄປແລ້ວນັ້ນ, ກະຊວງປ້ອງ ກັນປະເທດໄດ້ຈັດພິທີນຳເອົາ ອັດຖິນັກຮົບແຂ່ງຂັນ, ພະນັກງານຂັ້ນສູງແລະ ພະນັກງານປະ ຕິວັດອາວຸໂສ ຈາກທີ່ຕັ້ງເດີມມາ ສະຖິດໄວ້ຢູ່ສຸສານນັກຮົບປະຕິ ວັດຫລັກ 24 ເປັນຊຸດທີ 10 ໃນ ວັນທີ 10 ມັງກອນ 2019 ນີ້ ຢ່າງສົມກຽດ ໂດຍການເຂົ້າ ຮ່ວມເປັນປະທານຂອງທ່ານ ພົນ ຈັດຕະວາ ວັນທອງ ກອງມະນີ ກຳມະການຄະນະພັກກະຊວງ ຮອງຫົວຫນ້າກົມໃຫ່ຍການ ເມືອງກອງທັບ, ມີການນຳພັກ- ລັດ, ການນຳກະຊວງປ້ອງກັນ ປະເທດ, ຄອບຄົວບັນດາພະນັກ ງານ, ຍາດຕິພີ່ນ້ອງນາຍ ແລະ ພົນທະຫານເຂົ້າຮ່ວມ. ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ໄດ້ຂຶ້ນກ່ວາຄໍາສະດຸ ດີວ່າ: ໃນທ່າມກາງຄວາມຄິດ ຮອດຄິດເຖິງ ແລະ ອາໄລອາ ວອນຂອງຄອບຄົວຍາດພີ່ນ້ອງ ແລະ ການຈັດຕັ້ງ ເຊິ່ງການຈັດ ຕັ້ງຂັ້ນເທິງພັກ-ລັດ ແລະ ປະຊາ ຊົນບັນດາເຜົ່າຮູ້ບຸນຄຸນ ຮູ້ໄດ້ຄຸນ ງາມຄວາມດີຂອງບັນດາສະ ຫາຍນັກຮົບແຂ່ງຂັນແຫ່ງຊາດ, ນາຍທະຫານຂັ້ນສູງ ແລະ ພະ ນັກງານປະຕິວັດອາວຸໂສທີ່ເສຍ ຊີວິດເຊິ່ງບັນດາສະຫາຍເຫຼົ່ານັ້ນ ໄດ້ອຸທິດເລືອດເນື້ອເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການ ປະກອບສ່ວນຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ມື້ນີ້ການຈັດ ຕັ້ງພັກ-ລັດກໍຄືກະຊວງປ້ອງກັນ ປະເທດ ຈຶ່ງໄດ້ຈັດພິທີເພື່ອນຳ ເອົາບັນດາອັດຖິນັກຮົບດັ່ງກ່າວ ມາສະຖິດໄວ້ຢູ່ສຸສານນັກຮົບປະ ຕິວັດແຫ່ງຊາດຫລັກ 24 ຢ່າງ ສົມກຽດ. ອັດຖິຈໍານວນ 34 ອັດຖິທີ່ນໍາ ມາ ສະຖິດໄວ້ຢູ່ສຸສານນັກຮົບປະຕິ ວັດແຫ່ງຊາດໃນຄັ້ງນີ້ລວມມີ:ອັດ ຖິທ່ານ ພົນຕີ ວິໄສ ຈັນທະມາດ ອະດີດຫົວໜ້າກົມວິທະຍາສາດ- ປະຫວັດສາດການທະຫານ, ພົນ ຈັດຕະວາ ບຸນເຮັ່ງ ບັນຊາລິດ ອະດີດຮອງຫົວຫນ້າກົມໃຫຍ່ ການເມືອງກອງທັບ, ພົນຈັດຕະ ວາ ສີໂສພົນ ບັງອອນແສງເດດ ອະດີດຮອງຫົວໜ້າຫ້ອງວ່າ ການກະຊວງປ້ອງກັນປະເທດ, ພັນເອກ ເມກສຸວັນ ນ້ອຍຜິວພັນ ອະດີດຫົວຫນ້າຫ້ອງການວິທະ ຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ນັກຮົບແຂ່ງຂັນ, ພັນ ເອກ ບຸນເອື້ອ ອິນທະກຸມມານ ອະດີດຫົວຫນ້າຫ້ອງການກົມ ໃຫຍ່ເສນາທິການກອງທັບ, ພັນ ເອກ ແສ່ວ ວິໄລ ອະດີດຫົວຫນ້າ ກົມອົບຮົມກົມໃຫ່ຍພະລາທິການ ກອງທັບ, ພັນເອກ ບົວໄທ ໄຊຍະ ວົງ ອະດີດຫົວຫນ້າກົມປ້ອງກັນ ອາກາດກົມໃຫຍ່ເສນາທິການ ກອງທັບ, ພັນເອກ ໄຊຍະພົນ ຈັນທະວົງ ອະດີດຫົວຫນ້າກົມ ສື່ສານ, ພັນເອກ ພັນສາຍ ເພັງຄຳໄມ ອະດີດຫົວຫນ້າວິຊາ ເສດຖະສາດການເມືອງ ວປກ, ພັນເອກ ບຸນເລີດ ຄຳພະລານໄຊ ອະດີດຫົວຫນ້າກົມຮັກສາສຸຂະ ພາບສູນກາງ, ພັນໂທ ສົມໄພ ໄຜ່ ສານອະດີດຮອງຫົວຫນ້າກົມ ວສ-ປສ, ພັນໂທ ອ່ອນຕາ ໄຊຍະວົງ ອະດີດຫົວຫນ້າຫ້ອງ ການ ວປກ ນັກຮົບແຂ່ງຂັນແຫ່ງ ຊາດ, ພັນໂທ ສີຮັກ ພົມສີຈັນ ອະດີດຮອງຫົວຫນ້າຫ້ອງການ ເມືອງ ວປກ, ພັນໂທ ຄຳຕັນ ສຸກສະຫວັນ ອະດີດຫົວຫນ້າ ການທະຫານໂຮງຮຽນ 303, ພັນໂທ ອຸ່ນຄຳ ທຳມະວົງ ອະດີດ ຫົວຫນ້າພະແນກຈັດຕັ້ງກົມ 49, ພັນໂທ ບຸນທັນ ແກ້ວມະນີໂຄດ ອະດີດຫົວໜ້າພະແນກຈັດຕັ້ງ ກົມ 49, ພັນໂທ ທອງດີ ແກ້ວ ທອງບິນ ອະດີດຫົວຫນ້າ ພະ ແນກເຕັກນິກກອງພັນໃຫຍ່ 11, ພັນໂທ ນາງ ດວງສີ ພໍລະສິມ ອະດີດຫົວຫນ້າພະແນກປະ ກັນສັງຄົມຫ້ອງວ່າການກະ ຊວງປ້ອງກັນປະເທດ, ພັນໂທ ຄຳກ້ຽວ ພົມມະຈັກ ອະດີດຫົວ ຫນ້າຫ້ອງການເຕັກນິກກົມ 213, ພັນໂທ ບົວໃສ ແພງສົມ ບັດອະດີດຫົວຫນ້າພະແນກ ວສ- ປສ, ພັນຕີ ບົວພັນ ວັນນະສິນ ອະດີດຫົວຫນ້າຫ້ອງການເມືອງ ໂຮງຮຽນວຽງໄຊ, ພັນຕີ ຄໍາມິ່ງ ວົງປັນຍາ ອະດີດຫົວຫນ້າຫ້ອງ ການບໍລິຫານ ກມທ, ພັນຕີ ທອງລຸນ ພົມມະທີ ອະດີດຫົວ ຫນ້າພະແນກພະລາທິການກອງ ພັນໃຫ່ຍ 641, ພັນຕີ ສີພັນທອງ ພອນຄຳມາ ອະດີດຫົວຫນ້າພະ ແນກບໍລິຫານວິທະຍາຄານການ ແພດກອງທັບ, ພັນຕີ ອິນທະວີ ສີຫາເທບ ອະດີດຮອງທີ່ປຶກສາ ທູດຝ່າຍທະຫານປະຈໍາ ສສ ຫວຽດນາມ ນັກຮົບແຂ່ງຂັນ, ພັນຕີ ນາງ ຄໍາເພັດ ສີຫາເທບ ອະດີດຮອງຫົວໜ້າພະແນກຍ້ອງ ຍໍກົມນະໂຍບາຍ ກມທ, ພັນຕີ ບຸນເລີດ ຈິນນະວົງ ອະດີດຫົວ ຫນ້າພະແນກແຜນການກົມຄຸ້ມ ຄອງອາວຸດກະສູນກົມໃຫ່ຍພະ ລາທິການ, ພັນຕີ ວັນທອງ ບຸນມີໄຊ ອະດີດຮອງຫົວຫນ້າ ຫ້ອງການເມືອງ ກບຊ ທະຫານ ແຂວງຫລວງພະບາງ, ພັນຕີ ບຸນຊູ ຄຳມະນີ ອະດີດຮອງຫົວ ຫນ້າຫ້ອງການ ກມທ, ຮ້ອຍ ເອກ ຄຳໄມ ອ້ວນກວາງຈູມ ອະດີດຫົວຫນ້າພະແນກເສນາທິ ການກອງພັນໃຫ່ຍ 641, ຮ້ອຍ ເອກ ບຸນຍີ ໃຈລາວົງ ນັກຮົບ ແຂ່ງຂັນອະດີດຫົວຫນ້າການ ທະຫານ ກບຊ ທະຫານເມືອງພູ ກູດ, ຮ້ອຍເອກ ແກ້ວວິໄຊ ວິໄລ ທອງ ນັກຮົບແຂ່ງຂັນອະດີດຄູ ສອນປືນໃຫຍ່ ວກ, ຮ້ອຍໂທ ບຸນເຫລືອງ ບັນຊາລິດ ອະດິດ ຫົວໜ້າສາງອຸປະໂພກ-ບໍລິໂພກ ກົມໃຫ່ຍພະລາທິການ ແລະ ຮ້ອຍໂທ ທອງເພັງ ທອງມະວົງ ອະດີດແພດພື້ນເມືອງໂຮງຫມໍ ທະຫານແຂວງຫົວພັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ