
ປິດງານວາງສະແດງສິນຄ້າ ແລະ ຜະລິດຕະພັນກອງທັບ
ເວລາອອກຂ່າວ: 2019-01-11 09:35:46 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 993 | ຄວາມນິຍົມ:
ໃນຕອນແລງ ວັນທີ 9 ມັງ ກອນ 2019 ນີ້, ກະຊວງປ້ອງ ກັນປະເທດ ໄດ້ປິດງານວາງສະ ແດງສິນຄ້າ ແລະ ຜະລິດຕະພັນ ກອງທັບເນື່ອງໃນໂອກາດສະ ເຫລີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019), ຢູ່ທີ່ເດີ່ນພະ ທາດຫລວງ ພາຍຫລັງໄດ້ດຳ ເນີນເປັນເວລາ 6 ວັນ (ນັບ ແຕ່ວັນທີ 4-9 ມັງ ກອນ), ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນຕີ ພູວົງ ວົງພົມ ຮອງ ລັດຖະມົນຕີກະຊວງປ້ອງກັນ ປະເທດ, ປະທານຈັດງານວາງ ສະແດງສິນຄ້າ ແລະ ຜະລິດ
ຕະພັນກອງທັບ, ມີບັນດາຜູ້ຕາງ ໜ້າຄະນະນໍາ 4 ກົມໃຫຍ່, ຫ້ອງ ວ່າການ, ກົມກອງ, ຫົວໜ່ວຍ ທຸລະກິດບໍລິສັດຫ້າງຮ້ານ ແລະ ມວນຊົນຊາວນະຄອນຫລວງ ວຽງຈັນເຂົ້າຮ່ວມ.
ທ່ານ ພົນຕີ ພູວົງ ວົງພົມ ໄດ້ ກ່າວ ບາງຕອນສໍາຄັນ ວ່າ: ງານວາງສະແດງສິນຄ້າ ແລະ ຜະລິດຕະພັນກອງທັບໃນຄັ້ງນີ້, ມີຈຳນວນຮ້ານວາງສະແດງສິນ ຄ້າ ທັງໝົດ 72 ຫົວໜ່ວຍ ໃນ ນັ້ນ, ມີຫົວໜ່ວຍທຸລະກິດ ຂອງ ກອງທັບ 15 ຫົວໜ່ວຍ; ວິສາ ຫະກິດຜະລິດສິນຄ້າຂອງກອງ ທັບ 24 ຫົວໜ່ວຍ; ຫົວໜ່ວຍ ຜະລິດຕະພັນການຄ້ານະຄອນ ຫລວງ 4 ຫົວໜ່ວຍ ແລະ ບໍລິ ສັດຫ້າງຮ້ານຂາຍຍ່ອຍຂຶ້ນກັບ ການຄ້ານະຄອນຫລວງ 29 ຫົວ ໜ່ວຍ ທີ່ໄດ້ນຳເອົາສິນຄ້າ ຜະ ລິດຕະພັນຂອງຕົນມາຮ່ວມວາງ ສະແດງ ແລະ ຈໍາໜ່າຍ ເພື່ອໃຫ້ ເຫັນເຖິງຜົນງານ ແລະ ຄວາມ ສາມາດໃນການຄົ້ນຄ້ວາ ແລະ ພັດທະນາຜະລິດຕະພັນຕ່າງໆ ທີ່ມີຄຸນຄ່າຂອງກອງທັບປະຊາ ຊົນລາວ ທັງເປັນການຢັ້ງຢືນ ເຖິງມູນເຊື້ອອັນອົງອາດກ້າ ແກ່ນ, ວີລະກຳອັນລ້ຳເລີດຂອງ ກອງທັບປະຊາຊົນລາວ ພາຍ ໃຕ້ຮົ່ມທຸງຂອງພັກ ແລະ ຍັງສະ ແດງໃຫ້ເຫັນເຖິງຄວາມເຕີບ ໃຫຍ່ເຂັ້ມແຂງຂອງກອງທັບ ປະຊາຊົນລາວ ໃນໄລຍະ 70 ປີ ຜ່ານມາ.
ພ້ອມນີ້, ເພື່ອເປັນການຊົມ ເຊີຍຕໍ່ຜົນສຳເລັດຂອງງານວາງ ສະແດງສິນຄ້າ ແລະ ຜະລິດຕະ ພັນກອງທັບດັ່ງກ່າວ, ຄະນະ ຮັບຜິດຊອບຈັດງານ ໄດ້ຈັດ ການສະແດງກາຍະສິນ ແລະ ສິລະປະວັນນະຄະດີຕ່າງໆ ໂດຍ ນັກສະແດງຈາກກອງສິລະປະ ກອນກອງທັບ ແລະ ກອງກາຍະ ສິນສູນກາງ, ລວມມີ 10 ລາຍ ການສະແດງເປັນຕົ້ນ: ບົດເພງ ຈົດຈຳບຸນຄຸນ ລຸງໄກສອນ ພົມ ວິຫານ, ບົດຟ້ອນດວງຈຳ ປາ, ບົດຟ້ອນລຳຕັ່ງຫວາຍ, ຟ້ອນ ໝູ່ຍິງ, ບົດເພງ 20 ມັງ ກອນ ແລະ ລາຍການສະແດງກາຍະ ສິນຕ່າງໆເພື່ອໃຫ້ມວນຊົນຜູ້ທີ່ ມາທ່ຽວຊົມງານ ໄດ້ເບິ່ງໄດ້ຊົມ ດ້ວຍບັນຍາກາດຟົດຟື້ນມ່ວນ ຊື່ນ.
ໂດຍ: ບຸນທະວີ ອິນທະມິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ