ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຜົນສຳເລັດກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 11
ເວລາອອກຂ່າວ: 2021-10-26 16:27:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 539 | ຄວາມນິຍົມ:



ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 11 ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມໃນວັນທີ 26 ຕຸລາ 2021 ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ກອງປະຊຸມຄັ້ງນີ້ໄດ້ສະຫຼຸບຕີລາຄາຄືນການປະຕິບັດວຽກງານຈັດຕັ້ງ,ກໍ່ສ້າງພັກ-ພະນັກງານໄລຍະ 5 ປີ (2016-2020) ແລະ ທິດທາງໜ້າທີ່ 5 ປີ (2021-2025) ຕະຫຼອດໄລຍະດໍາເນີນກອງປະຊຸມບັນດາສະຫາຍຜູ້ແທນໄດ້ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ພ້ອມກັນຄົ້ນຄວ້າປະກອບຄຳຄິດເຫັນຢ່າງເລິກເຊິ່ງກົງໄປກົງມາຕໍ່ການຕີລາຄາໝາກຜົນການຈັດຕັ້ງປະຕິບັດເນື້ອໃນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 10, ພ້ອມທັງສະເໜີມາດຕະການ, ວິທີການປັບປຸງແກ້ໄຂບັນ ດາຈຸດອ່ອນຂໍ້ຄົງຄ້າງໄລຍະຜ່ານມາ. ການຈັດຕັ້ງປະຕິບັດແນວທາງການຈັດຕັ້ງຂອງພັກໄດ້ຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມ ເຫັນວ່າມີຜົນສຳເລັດໃນແຕ່ລະໄລຍະເປັນຕົ້ນ:ການປັບປຸງລະບົບການເມືອງໄດ້ສຸມໃສ່ກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ທັງ 4 ດ້ານຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ດ້ານແບບແຜນນຳພາວິທີເຮັດວຽກມີບາດກ້າວດີຂຶ້ນ ເຮັດໃຫ້ການຈັດຕັ້ງຮາກຖານພັກ, ສະມາຊິກພັກໄດ້ເພີ່ມຂຶ້ນທາງດ້ານຈຳນວນ ແລະ ຄຸນນະພາບ ປະຈຸບັນທົ່ວປະເທດມີ 36 ຄະນະພັກກະຊວງ-ອົງການ, ມີ 18 ຄະນະພັກແຂວງ-ນະຄອນຫຼວງ, ມີ 148 ຄະນະພັກເມືອງ-ນະຄອນ, ມີ 22.675 ການຈັດຕັ້ງຮາກຖານພັກ ທຽບໃສ່ ປີ 2015 ເພີ່ມຂຶ້ນ 2.895 ຮາກຖານພັກ; ໃນນີ້ມີ 2.237 ຄະນະພັກຮາກຖານ, ມີ 20.438 ໜ່ວຍພັກ; ຜ່ານການຕີລາຄາຄຸນນະພາບ ແລະ ຈັດປະເພດໃນປີ 2020 ໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 13.451 ໜ່ວຍ ກວມ 65,81% ຂອງໜ່ວຍພັກທັງໝົດ, ໜ່ວຍພັກແຂງມີ 3.987 ໜ່ວຍ ກວມ 19,50%, ໜ່ວຍພັກກາງມີ 654 ໜ່ວຍ ກວມ 3,19%, ໜ່ວຍພັກອ່ອນ 21 ໜ່ວຍ ກວມ 0,10% ແລະ ບໍ່ໄດ້ຈັດປະເພດມີ 2.325 ໜ່ວຍ ກວມ 11,37%. ການຂະຫຍາຍພັກແມ່ນຖືເອົາ 5 ຫຼັກການ 3 ທິດນໍາຂອງພັກເປັນໄມ້ຫລາວັດແທກຄຸນທາດການເມືອງ, ຖືເອົາຄຸນນະພາບເປັນກົກ, ຄັດເລືອກເອົາຜູ້ທີ່ພົ້ນເດັ່ນຈາກຂະບວນການຕົວຈິງ ອັນໄດ້ເຮັດໃຫ້ສະມາຊິກພັກເພີ່ມຂື້ນທາງດ້ານຈໍານວນ ແລະ ຄຸນນະພາບ, ສາມາດເປັນກໍາລັງແຮງນໍາພາຢູ່ທຸກຂົງເຂດວຽກງານນັບແຕ່ຮາກຖານຂຶ້ນມາ, ປະຈຸບັນມີສະມາຊິກພັກທັງໝົດ 348.686 ສະຫາຍ, ຍິງ 88.433 ສະຫາຍ ທຽບໃສ່ ປີ 2015 ເພີ່ມຂຶ້ນ 67.673 ສະຫາຍ; ຜ່ານການຕີລາຄາຄຸນນະພາບ ແລະ ຈັດປະເພດໃນປີ 2020 ມີສະມາຊິກພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະເພດແຂງ 274.401 ສະຫາຍ ກວມເອົາ 78,69% ຂອງຈໍານວນສະມາຊິກພັກທັງໝົດ, ກາງ 9.858 ສະຫາຍ ກວມ 2,82% ອ່ອນ 424 ສະຫາຍ ກວມ 0,12% ແລະ ບໍ່ໄດ້ຈັດປະເພດມີ 64.003 ສະຫາຍ ກວມ18,35%. ເດັ່ນກວ່າໝູ່ແມ່ນໃນເວລາດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຕາມຄໍາສັ່ງເລກທີ 04 ຂອງຄະນະເລຂາທິການສູນກາງພັກ ກາຍເປັນຂະບວນການປັບປຸງປົວແປງພັກຢ່າງເລິກເຊິ່ງ, ໜັກແໜ້ນ; ພາຍຫຼັງກອງປະຊຸມໃຫຍ່ 3 ຂັ້ນຂອງພັກສໍາເລັດ, ດ້ານຄຸນນະພາບຂອງຄະນະພັກແຕ່ລະຂັ້ນໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ, ບັນດາສະຫາຍທີ່ໄດ້ຮັບເລືອກຕັ້ງສ່ວນຫຼາຍແມ່ນນອນຢູ່ໃນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ຖືກຕ້ອງຕາມເງື່ອນໄຂ-ມາດຕະຖານທີ່ໄດ້ກຳນົດໄວ້ ເຊິ່ງມີລະດັບຄວາມຮູ້ທິດສະດີການເມືອງ, ວິຊາສະເພາະແຕ່ຊັ້ນສູງຂຶ້ນໄປກວມອັດຕາສ່ວນຫຼາຍ ແລະ ໄດ້ຜ່ານຂະບວນການວຽກງານຕົວຈິງ, ໂຄງປະກອບຄະນະພັກຮັບປະກັນໄດ້ທັງຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ. ໂດຍເຫັນໄດ້ຄວາມສໍາຄັນທີ່ວ່າຂອງພະນັກງານແມ່ນປັດໄຈຕັດສິນຜົນໄດ້ຜົນເສຍຂອງການ ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ ແລະ ວຽກງານພະນັກງານແມ່ນຂໍກະແຈສໍາຄັນ ໃນຂະບວນວິວັດການຈັດຕັ້ງປະຕິບັດບົດບາດນໍາພາຂອງພັກຕໍ່ພາລະກິດປະຕິວັດ ດັ່ງນັ້ນ, ກົມການ ເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ໄດ້ປັບປຸງນິຕິກໍາກ່ຽວກັບວຽກງານພະນັກງານ ຈໍານວນ 4 ສະບັບ ແລະ ສ້າງໃໝ່ຈໍານວນ 4 ສະບັບ; ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ສ້າງ ແລະ ປະຕິບັດແຜນກໍານົດພະນັກງານນໍາພາ-ຄຸ້ມຄອງໃນຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງເປັນເຈົ້າການ, ຮອດ ປີ 2020 ໄດ້ສໍາເລັດການສ້າງແຜນກໍານົດພະນັກງານຂັ້ນສູນກາງຄຸ້ມຄອງ 53 ພາກ ສ່ວນ, ຕໍາແໜ່ງຂຶ້ນກັບສິດຄຸ້ມຄອງຂອງກະຊວງ-ອົງການ 168 ພາກສ່ວນ, ແຂວງ-ນະຄອນຫຼວງ 490 ພາກສ່ວນ, ຂັ້ນບ້ານ 1.279 ບ້ານ; ແຜນກໍານົດດັ່ງກ່າວໄດ້ເປັນບ່ອນອີງໃນການວາງແຜນບໍາລຸງ-ກໍ່ສ້າງ, ສັບຊ້ອນ, ຈັດວາງພະນັກງານ. ນອກນັ້ນ, ຄະນະພັກແຕ່ລະຂັ້ນຍັງໄດ້ເອົາໃຈໃສ່ບໍາລຸງ-ກໍ່ສ້າງພະນັກງານຢູ່ໃນສິດຄຸ້ມຄອງຂອງຕົນ, ສະເພາະການບໍາລຸງ-ກໍ່ສ້າງສາຍການເມືອງ-ການປົກຄອງ ຄະນະຈັດຕັ້ງສູນກາງພັກໄດ້ເປັນເຈົ້າການສົມທົບກັບບັນດາກະຊວງ-ອົງການ, ແຂວງ-ນະຄອນຫຼວງຄົ້ນຄວ້າເປົ້າໝາຍໄປບໍາລຸງ-ກໍ່ສ້າງຢູ່ພາຍໃນ ແລະ ຕ່າງປະເທດຈໍານວນ 4.785 ສະຫາຍ ຍິງ 924 ສະຫາຍ, ຜ່ານການຈັດຕັ້ງປະຕິບັດຕົວຈິງເຮັດໃຫ້ຖັນແຖວພະນັກງານມີຄວາມຮູ້, ຄວາມສາມາດ, ກໍາແໜ້ນແນວທາງ, ແຜນນະໂຍບາຍຂອງພັກ, ຫຼັກມູນພື້ນຖານທິດສະດີມາກ-ເລນິນ, ການບໍລິຫານຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ແລະ ວິຊາສະເພາະຕ່າງໆນັບມື້ເພີ່ມຂື້ນເປັນກໍາລັງແຮງໃນການປະຕິບັດໜ້າທີ່ການເມືອງຢູ່ແຕ່ລະຂົງເຂດວຽກງານ. ປະຕິບັດຕາມຫຼັກການພັກນໍາພາໂດຍກົງ, ເປັນເອກະພາບ ແລະ ມີການແບ່ງຂັ້ນຄຸ້ມຄອງພະນັກງານຢ່າງຈະແຈ້ງ ຄະນະພັກແຕ່ລະຂັ້ນໄດ້ຄຸ້ມຄອງ-ປ້ອງກັນພະນັກງານຕາມຂອບເຂດສິດຂອງຕົນ; ປະຈຸບັນມີພະນັກງານ-ລັດຖະກອນທັງໝົດ 178.821 ສະ ຫາຍ ຍິງ 83.852 ສະຫາຍ (ບໍ່ນັບກໍາລັງປະກອບອາວຸດ) ໃນນີ້ຢູ່ຂັ້ນສູນກາງກວມ 14,42%, ຂັ້ນແຂວງກວມ 20,29%, ຂັ້ນເມືອງກວມ 65,29%, ສະເພາະພະນັກງານຂັ້ນສູນກາງຄຸ້ມຄອງມີ 1.939 ສະຫາຍ ຍິງ 243 ສະຫາຍ; ກົງຈັກການຈັດຕັ້ງຢູ່ກະຊວງ-ອົງການ ແລະ ທ້ອງຖິ່ນ ໄດ້ຮັບການປັບປຸງໃຫ້ສອດຄອ່ງກັບກົນໄກການບໍລິຫານຄຸ້ມຄອງລັດຕາມທິດຄຸ້ມຄອງມະຫາພາກ ສັງລວມແລ້ວ ກົງຈັກການຈັດຕັ້ງໃນລະບົບການເມືອງແຕ່ລະຂັ້ນໄດ້ຮັບການປັບປຸງຢ່າງເປັນລະບົບຕໍ່ເນື່ອງ, ຖືກຕາມ ທິດກະທັດຮັດ, ສົມເຫດສົມຜົນ, ເຄື່ອນໄຫວມີປະສິດທິພາບ, ສອດຄ່ອງກັບສະພາບຄວາມເປັນຈິງ ເຮັດໃຫ້ການຈັດຕັ້ງແຕ່ລະຂັ້ນມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ປະຕິບັດພາລະບົດບາດ, ສິດ, ໜ້າທີ່ຂອງຕົນ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ມີຜົນສໍາເລັດ. ໃນຕອນທ້າຍກອງປະຊຸມ ຜູ້ແທນໄດ້ຮັບຟັງຄຳເຫັນໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງສະຫາຍໄດ້ມີຄຳເຫັນເນັ້ນໜັກບາງບັນຫາເປັນຕົ້ນ ວຽກງານກໍ່ສ້າງພັກ ເພີ່ມທະວີການນໍາພາການເມືອງ-ແນວຄິດ ໃຫ້ຫຼາຍຂຶ້ນກວ່າເກົ່າ, ເຮັດໃຫ້ຖັນແຖວພະນັກງານນຳພາຂັ້ນຍຸດທະສາດ, ພະນັກງານຫຼັກແຫຼ່ງແຕ່ລະຂັ້ນ ໄດ້ຮັບການປະກອບຄວາມຮູ້ລັດທິມາກ-ເລນິນ ແລະ ແນວຄິດປະທານ ໄກສອນ ພົມວິຫານ ທີ່ເປັນຜົນງານແຫ່ງການຄົ້ນຄວ້າ, ໝູນໃຊ້ ແລະ ປະດິດສ້າງທິດສະດີ ເຂົ້າໃນພາລະກິດປະຕິວັດຂອງພັກເຮົາ, ເຄື່ອນໄຫວກໍ່ສ້າງ ແລະ ປັບປຸງຕົນເອງ ໃນໄລຍະໃໝ່ຕາມ 5 ຫຼັກການ ແລະ 3 ທິດນຳ ທີ່ໄດ້ກຳນົດໄວ້ໃນກົດລະບຽບສະໄໝທີ XI ຂອງພັກ, ໃນນັ້ນ ໃຫ້ຖືເອົາການສ້າງຄວາມເຂັ້ມແຂງຂອງການຈັດຕັ້ງພັກແຕ່ລະຂັ້ນ ແລະ ຍົກສູງຄຸນນະພາບຂອງສະມາຊິກພັກ ດ້ວຍການສ້າງການຈັດຕັ້ງພັກຮາກຖານ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ມີແບບແຜນນໍາພາທີ່ຖືກຕ້ອງ, ເວົ້າ ແລະ ປະຕິບັດຕາມມະຕິຢ່າງເຂັ້ມງວດ, ເຄົາລົບ ແລະ ປະຕິບັດຕາມລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຕ່າງໆ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ມີການສ້າງແຜນການເຄື່ອນໄຫວວຽກງານລະອຽດ, ມີການຕິດຕາມກວດກາ, ປະເມີນຜົນການຈັດຕັ້ງປະຕິບັດເນື້ອໃນວຽກງານທີ່ວາງອອກ ຢ່າງປົກກະຕິ, ເພີ່ມທະວີການຕິດຕາມ, ກວດກາ ແລະ ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ຢູ່ພາຍໃນພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນພັກໃຫ້ໜັກແໜ້ນ, ເປັນຄັນທຸງ ແລະ ເປັນຫຼັກແຫຼ່ງ ເຕົ້າໂຮມຄວາມສາມັກຄີໃນທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນ. ວຽກງານພະນັກງານ ຂຶ້ນແຜນກໍານົດພະນັກງານ ຢ່າງເປັນລະບົບຕໍ່ເນື່ອງ, ສືບຕໍ່ກໍ່ສ້າງພະນັກງານ ທີ່ພວມປະຈຳຕຳແໜ່ງນຳພາ-ຄຸ້ມຄອງ ແລະ ພະນັກງານສືບທອດປ່ຽນແທນຢູ່ແຕ່ລະຂັ້ນ, ການບໍາລຸງ-ສ້າງພະນັກງານໃນເປົ້າໝາຍດັ່ງກ່າວ ຕ້ອງປະຕິບັດຕາມແຜນກຳນົດ-ສ້າງພະນັກງານ, ຕ້ອງສ້າງ ແລະ ປັບປຸງ ລະບອບເລືອກເຟັ້ນ ແລະ ສັບຊ້ອນພະນັກງານ ດ້ວຍການວາງລະບຽບ, ກົນໄກ, ມາດຕະຖານ ຕໍ່ພະນັກງານນຳພາຄຸ້ມຄອງແຕ່ລະປະເພດ ໃຫ້ລະອຽດ, ຊັດເຈນ, ຈະແຈ້ງ, ຕອບສະໜອງການເລັ່ງທວງຂອງສະພາບການໃນໄລຍະໃໝ່, ເອົາໃຈໃສ່ປັບປຸງລະບອບນະໂຍບາຍ ແລະ ສະຫວັດດີການຕໍ່ພະນັກງານຢ່າງສົມເຫດສົມຜົນ, ຕ້ອງປະຕິບັດລະບອບຄຸ້ມຄອງພະນັກງານຢ່າງເຂັ້ມງວດ ເຮັດຢ່າງເປັນລະບົບຕໍ່ເນື່ອງ ນັບແຕ່ການເກັບກຳບັນຊີ, ສະຖິຕິ, ປະຫວັດການເຄື່ອນໄຫວ ແລະ ການປ່ຽນແປງຂອງສະມາຊິກພັກ-ພະນັກງານ ແລະ ລັດຖະກອນ, ປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ, ເພີ່ມທະວີການຊີ້ນໍາ, ນໍາພາຂອງພັກຕໍ່ກົງຈັກການຈັດຕັ້ງທີ່ເປັນເສນາທິການໃຫ້ຄະນະພັກ ໃນວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວລະບົບການເມືອງຂອງພັກ; ຄະນະພັກທຸກຂັ້ນ ຕ້ອງເອົາໃຈໃສ່ຈັດຕັ້ງເຊື່ອມຊຶມ, ເຜີຍແຜ່ ແລະ ປະຕິບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ຢ່າງເຂັ້ມງວດ ແລະ ທັນຕາມກໍານົດເວລາ, ສຸມໃສ່ແກ້ໄຂສະພາບຊ້ຳຊ້ອນດ້ານພາລະບົດບາດ ແລະ ເຮັດໃຫ້ສາຍໄຍການຈັດຕັ້ງ ມີການກຳນົດພາລະບົດບາດທີ່ຈະແຈ້ງ ແລະ ຮັດກຸມ. ຂ່າວ ແລະ ພາບ: ນັກຂ່າວສື່ກໍ່ສ້າງພັກ ຄະນະຈັດຕັ້ງສູນກາງພັກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ