
ສິລະປະກອນກອງທັບສະແດງຜ່ານລາຍການ ເພື່ອກຽມຮັບໃຊ້ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-11 09:38:24 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 349219737 | ຄວາມນິຍົມ:
ວັນທີ 10 ມັງກອນ 2019 ນີ້, ສິລະປະກອນກອງທັບໄດ້ຈັດ ຕັ້ງສະແດງຜ່ານລາຍການສະ ແດງຂຶ້ນທີ່ໂຮງລະຄອນຂອງ ກອງສິລະປະກອນກອງທັບ ເພື່ອກະກຽມຄວາມພ້ອມຮັບ ໃຊ້ງານສະເຫຼີມສະຫຼອງວັນ
ສ້າງຕັ້ງກອງທັບປະຊາຊົນລາວ
ຄົບຮອບ 70 ປີ ທີ່ຈະມາເຖິງໃນມໍ່ໆນີ້ ໂດຍໃຫ້ກຽດເຂົ້າຮ່ວມ ຊົມຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການ ກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນ ປະເທດ ມີບັນດາຄະນະນຳກະ ຊວງ, ຫົວໜ້າກົມ, ຫ້ອງການ ແລະ ແຂກຖືກເຊີນເຂົ້າຮ່ວມ.
ການສະແດງຜ່ານລາຍການ ລາຍການ ຂອງກອງສິລະປະ ກອນກອງທັບໃນຄັ້ງນີ້ກໍເພື່ອເປັນ ການສ້າງບັນຍາກາດໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບ ຮອບ 70 ປີ ທັງເປັນການປະ ກອນສ່ວນໂຄສະນາເຜີຍແຜ່
ມູນເຊື້ອ, ສິລະປະ-ວັດທະນະທຳ, ຮີດຄອງປະເພນີຂອງຊາດ, ຜົນ
ງານອັນໃຫຍ່ຫຼວງ, ການເຕີບ ໃຫຍ່ຂະຫຍາຍຕົວຂອງກອງທັບ ປະຊາຊົນລາວຕະຫຼອດໄລຍະ 70 ປີ. ຜ່ານມາເຊິ່ງກອງສິລະ ປະກອນກອງທັບໄດ້ຄັດຈ້ອນ ເອົາບັນດາລາຍການທີ່ຈະນຳໄປ ສະແດງຮັບໃຊ້ການນຳພັກ-ລັດ, ກົມກອງ ແລະ ມວນຊົນທົ່ວໄປມີ 16 ລາຍການຄື: ລາຍການສະ ແດງເປີດສາກ 1 ລາຍການ, ເພງຮ້ອງໝູ່ດ່ຽວຍິງ-ຊາຍ 5 ລາຍການ, ຟ້ອນເອກະລາດ 5 ລາຍການ, ຂັບລຳທ້ອງຖິ່ນ 4 ລາຍການ ແລະ ລາຍການປິດສາກ 1 ລາຍການ.
ໂອກາດດັ່ງກ່າວ ທ່ານ ພົນ
ເອກ ຈັນສະໝອນ ຈັນຍາລາດ
ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ບັນດານັກສະແດງທີ່ໄດ້ຕັ້ງໜ້າ ປະດິດຄິດແຕ່ງ ແລະ ເຝິກຊ້ອມ ລາຍການສະແດງເພື່ອຂໍ່ານັບ ຊົມເຊີຍວັນປະຫວັດສາດທີ່ມີ ຄວາມໝາຍຂອງຊາດ, ຂອງ ກອງທັບໃນຄັ້ງນີ້ພ້ອມທັງໄດ້ປະ ກອບຄຳຄິດຄຳເຫັນປັບປຸງຫາ ລາຍການສະແດງເພື່ອໃຫ້ມີ ຄວາມສົມບູນກວ່າເກົ່າ.
ໂດຍ: ທອງເພັດ ໄຊຍະເພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ