ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

30 ປີແຫ່ງມິດຕະພາບ ອາຊຽນ-ຣັດເຊຍ ແລະ 25 ປີແຫ່ງການເປັນຄູ່ຮ່ວມສົນທະນາ
ເວລາອອກຂ່າວ: 2021-10-27 14:26:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 611 | ຄວາມນິຍົມ:



ນັບຕັ້ງແຕ່ສະຫະພັນຣັດເຊຍ ໄດ້ກາຍເປັນຄູ່ຮ່ວມມືປຶກສາຫາລືສົມບູນ ຂອງອາຊຽນໃນປີ 1996 ການພົວພັນລະຫວ່າງສອງຝ່າຍໄດ້ຮັບການພັດທະນາຢ່າງຫຼວງຫຼາຍ. ອາຊຽນ ແລະ ຣັດເຊຍໄດ້ຈັດກອງປະຊຸມສຸດຍອດເປັນປະຈຳ 3 ຄັ້ງ (2005, 2010, 2018) ແລະ ໃນປີ 2021 ຍັງໄດ້ຈັດສອງກອງປະຊຸມລະດັບລັດຖະມົນຕີອາຊຽນ-ຣັດເຊຍ ແລະ ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ -ຣັດເຊຍ ຄັ້ງທີ 17. ທ່າມກາງສະຖານະການດ້ານການເມືອງ ທີ່ຂາດສະຖຽນລະພາບໃນໂລກ ເຊິ່ງມີທັງຄວາມທ້າທາຍ ແລະໄພຂົ່ມຂູ່ແບບເກົ່າ ແລະ ໃໝ່, ແຕ່ຣັດເຊຍຢຶດໝັນເຊື່ອຖືອາຊຽນ ໂດຍສະເພາະແມ່ນການປະສານງານ ວິທີການແກ້ໄຂບັນຫາຄວາມຫຍຸ້ງຍາກ. ທັງນີ້ ຣັດເຊຍໄດ້ສະໜັບສະໜູນຄວາມເປັນກາງ ແລະ ຄວາມສາມັກຄີຂອງອາຊຽນ ລວມທັງມີສ່ວນຮ່ວມວຽກງານ ໃນຂົງເຂດອາຊີ-ປາຊີຟິກຢ່າງມີລັກສະນະສ້າງສັນ. ຫວ່າງມໍ່ໆນີ້ ທ່ານ ເຊີເກ ລາໂຣບ ລັດຖະມົນຕີການຕ່າງປະເທດຣັດເຊຍ ໄດ້ເຄື່ອນໄຫວຢ້ຽມຢາມບັນດາປະເທດອາຊຽນ ເພື່ອເພີ່ມທະວີໃນການມີສ່ວນຮ່ວມເຈລະຈາອາຊຽນ-ຣັດເຊຍ. ນອກນັ້ນ ຍັງໄດ້ມີການພົບປະກັບທ່ານ ດາໂຕ ລິມຈັອກໂຮຍ ເລຂາທິການໃຫຍ່ອາຊຽນ. ທ່ານ ເຊີເກ ລາໂຣບກ່າວວ່າ: ປີ 2021 ແມ່ນປີທີ່ພິເສດຂອງອາຊຽນ ແລະ ຣັດເຊຍ ເພາະເປັນປີທີ່ຄົບຮອບ 30 ປີແຫ່ງການພົວພັນອາຊຽນ-ຣັດເຊຍ ແລະ ຄົບຮອບ 25 ປີແຫ່ງການປຶກສາຫາລື ອາຊຽນ-ຣັດເຊຍ. ໃນການຮ່ວມມືນີ້ພວກເຮົາໄດ້ເອົາໃຈໃສ່ເປັນພິເສດໃນຂົງເຂດວຽກງານເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີ, ການຕອບໂຕ້ສຸກເສີນ, ວຽກງານດ້ານມະນຸດສະທໍາ, ບັນຫາສະຖາປັດຕະຍະກຳພາກພື້ນ, ການຟື້ນຟູເສດຖະກິດພາຍຫຼັງວິກິດການ, ການຕໍ່ສູ້ຕ້ານການກໍ່ການຮ້າຍອື່ນໆ. ຣັດເຊຍ ມີຄວາມຈິງໃຈໃນການປະກອບສ່ວນເຂົ້າໃນພາກພື້ນອາຊີ ແລະ ບໍ່ໄດ້ກຳນົດກ່ຽວກັບວິໄສທັດຂອງບັນດາປະເທດພາກພື້ນ ແລະ ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນກັບປະເທດສະມາຊິກອາຊຽນໂດຍບໍ່ແຊກແຊງລະບົບການເມືອງພາຍໃນ ພ້ອມທັງເຄົາລົບອະທິປະໄຕຂອງແຕ່ລະປະເທດ. ໃນປັດຈຸບັນ ອາຊຽນ-ຣັດເຊຍ ໄດ້ເພີ່ມທະວີການຮ່ວມມືໃນການຜະລິດວັກຊີນຕ້ານ COVID-19 ເຊິ່ງເປັນການຍົກລະດັບການຮ່ວມມື ໃນນີ້ໄດ້ມີຫຼາຍປະເທດສະມາຊິກອາຊຽນ ລວມທັງ ລາວ, ມຽນມາ, ຫວຽດນາມ, ສ.ອິນໂດເນເຊຍ ແລະ ຟີລິບປິນໄດ້ຮັບວັກຊີນ "Sputnik V" ຈາກຣັດເຊຍແລ້ວ ແລະ ຫວ່າງມໍ່ໆມານີ້ວັກຊີນ "Sputnik Light" ຈໍານວນໜຶ່ງຊຸດໄດ້ຖືກມອບໃຫ້ ສປປ ລາວ ອັນເປັນສ່ວນໜຶ່ງຂອງການຊ່ວຍເຫຼືອດ້ານມະນຸດສະທຳ. ທ່ານ ວາລາດິເມຍ ປູຕິນ ປະທານາທິບໍດີແຫ່ງຣັດເຊຍກ່າວວ່າ: ຣັດເຊຍ ແມ່ນປະເທດດຽວບໍ່ພຽງແຕ່ພັດທະນາເຕັກໂນໂລຊີທີ່ເປັນເອກະລັກສໍາລັບການຜະລິດວັກຊີນທີ່ທັນສະໄຫມ, ແຕ່ຍັງໄດ້ຖ່າຍຖອດເຕັກໂນໂລຊີໃຫ້ແກ່ປະເທດອື່ນໆໃນການຈັດຕັ້ງການຜະລິດວັກຊີນ "Sputnik V" ດ້ວຍຕົວເອງເຊັ່ນ: ປະເທດຫວຽດນາມ. ນອກຈາກນີ້, ຍັງຈະໄດ້ຈັດກອງປະຊຸມສຸດຍອດອາຊຽນ-ຣັດເຊຍ ໃນວັນທີ 28 ຕຸລາ 2021, ພ້ອມສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ-ຣັດເຊຍ ແລະ ຄົບຮອບ 25 ປີແຫ່ງການພົວພັນຄູ່ເຈລະຈາອາຊຽນ-ຣັດເຊຍຕື່ມອີກ, ເຊິ່ງມັນສະແດງໃຫ້ເຫັນເຖິງການຮ່ວມມືຢ່າງບໍ່ຢຸດຢັ້ງລະຫວ່າງ ອາຊຽນ ແລະ ຣັດເຊຍ ແລະ ເພື່ອລົງນາມແຜນການຮ່ວມມືຍຸດທະສາດ (2021-2025). ກອງປະຊຸມສຸດຍອດອາຊຽນ-ຣັດເຊຍ ເຖິງວ່າຈະມີຄວາມຫຍຸ້ງຍາກ ແລະ ມີສິ່ງທ້າທາຍທີ່ເກີດຈາກໂລກລະບາດ COVID-19, ແຕ່ພວກເຮົາເຊື່ອວ່າ ມັນຈະນຳເອົາການພັດທະນາທາງບວກເຂົ້າມາສູ່ການພົວພັນ ອາຊຽນ-ຣັດເຊຍ ເພື່ອຜົນປະໂຫຍດຂອງປະຊາຊົນພວກເຮົາ, ສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ອາຊີ-ປາຊີຟິກ ແລະ ໃນໂລກ. ວີລາດິເມຍ ກາລິນິນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຂອງສະຫະພັນລັດເຊຍ ປະຈໍາ ສປປ ລາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ