ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າພົບປະຂອງເອກອັກຄະລັດຖະທູດ ສ ອິນໂດເນເຊຍ ແລະ ສ ອິນເດຍ
ເວລາອອກຂ່າວ: 2021-10-27 15:57:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 514 | ຄວາມນິຍົມ:



ໃນວັນທີ 27 ຕຸລາ 2021 ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ພ້ອມຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງ ທ່ານ ປາຕິໂຕ້ ໂຊຮາໂຢ ເອກອັກຄະລັດຖະທູດ ສ ອິນໂດເນເຊຍ ປະຈຳ ສປປ ລາວ ການເຂົ້າພົບປະຄັ້ງນີ້, ເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ທີ່ໄດ້ເຊັນກັນໃນເດືອນທັນວາປີ 2019 ພ້ອມທັງສົ່ງ ເສີມການຮ່ວມມືດ້ານວຽກງານປ້ອງກັນຊາດຂອງສອງປະເທດ ລາວ-ອິນໂດເນເຊຍ, ອິນໂດເນເຊຍ-ລາວ ແລະ ບັນຫາອື່ນໆອີກທີ່ສອງຝ່າຍຕ້ອງໄດ້ປະຕິບັດຮ່ວມກັນໃນຕໍ່ໜ້າໃຫ້ບັນລຸຜົນຍິ່ງໆຂຶ້ນ. ໂອກາດນີີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ທ່ານ ປາຕິໂຕ້ ໂຊຮາໂຢ ທີ່ເຂົ້າພົບປະໃນຄັ້ງນີ້, ເຊີ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ເພີ່ມທະວີສາຍພົວພັວຮ່ວມມືລະຫວ່າງສອງປະເທດ ກໍຄືສອງກະຊວງປ້ອງກັນປະເທດ ລາວ-ອິນໂດເນເຊຍ, ອິນໂດເນເຊຍ-ລາວ ໃຫ້ເກີດດອກອອກຜົນຈະເລີນງອກງາມຍິ່ງໆຂຶ້ນ. ໂອກາດດຽວກັນນີ້, ທ່ານ ປາຕິໂຕ້ ໂຊຮາໂຢ ໄດ້ກ່າວຂອບໃຈຕໍ່ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ທີີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ພ້ອມທັງສະແດງຄວາມຍິນດີນຳທ່ານ ຈັນສະໝອນ ຈັນຍາລາດ ທີ່ໄດ້ຮັບຕຳແໜ່ງເປັນຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນວັນດຽວກັນ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ດິນກາ ອັດສຕານາ ເອກອັກຄະລັດຖະທູດ ສ ອິເດຍ ພ້ອມຄະນະ ເພື່ອປຶກສາຫາລືກ່ຽວກັບວຽກງານການຮ່ວມມືສອງຝ່າຍລະຫວ່າງ ລາວ-ອິນເດຍ, ວຽກງານດ້ານເຝິກອົບຮົມ ແລະ ສົ່ງພະນັກງານໄປເຝິກ ອົບຮົມຫຼັກສູດຕ່າງໆຢູ່ ສ ອິນເດຍ ທັງນີ້ກໍເພື່ອເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສອງຊາດ ສອງກອງທັບໃຫ້ໝັ້ນຄົງຕະຫລອດໄປ. ໂດຍ: ນາລີ ທະວີພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ