ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ພິທີມອບ-ຮັບລູກລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ສໍາພາວຸດທີ່ປອດທາດແຕກ
ເວລາອອກຂ່າວ: 2021-10-28 12:01:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2458 | ຄວາມນິຍົມ:



ວັນທີ 28 ຕຸລາ 2021 ນີ້, ຢູ່ທີ່ຫໍພິພິທະພັນປະຫວັດສາດກອງທັບ ໄດ້ຈັດພິທີມອບ-ຮັບລູກລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ສໍາພາວຸດທີ່ປອດທາດແຕກ ລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກັບ ກະຊວງປ້ອງກັນປະເທດ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງສະຫາຍ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ທ່ານ ນາງ ໃບຄໍາ ຂັດຕິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ, ພະນັກງານຫຼັກແຫຼງກະຊວງປ້ອງກັນປະເທດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມເຂົ້າຮ່ວມ. ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ, ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກຕົກຄ້າງຢູ່ ສປປ ລາວ ຕາງໜ້າກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຂຶ້ນລາຍງານ ແລະ ກ່າວມອບ, ແລະ ກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ບຸນທອນ ສິດສຸວົງ ຮອງຫົວໜ້າຫ້ອງວ່າການ, ຕາງໜ້າກະຊວງປ້ອງກັນປະເທດ ເຊິ່ງ ປະເພດລະເບີດທີ່ຕົກຄ້າງ ແລະ ສໍາພາວຸດ ທີ່ນໍາມາມອບໃນຄັ້ງນີ້ ປະກອບດ້ວຍ: 1. ບົ່ມໃຫຍ່ ມີ 7 ປະເພດຄື: ບົ່ມໃຫຍ່ທີ່ຖິ້ມຈາກຍົນ ແອັມ 117, ແອມເຄ 81, ແອມເຄ82, ແອມເຄ 84, 2. ບົ່ມບີ່ ມີ 6 ປະເພດຄື: ບົ່ມບີ່ 26, ບົ່ມບີ່ 3, ບົ່ມບີ່ 63, ບົ່ມບີ່ 42, ບົ່ມບີ່ 24 ແລະ ລາງຫຸ້ມເກາະລະເບີດ 30 ບີ່ ຈໍານວນ 1 ລາງ, 3. ລູກປືນຄົກ ມີ 2 ປະເພດຄື: 60 ມມ ຈໍານວນ 2 ລູກ ແລະ 81 ມມ ຈໍານວນ 2 ລູກ. 4. ລູກປືນໃຫຍ່ ມີ 1 ປະເພດຄື: 57 ມມ ຈໍານວນ 1 ລູກ, 5. ລູກຈະຫຼວດ ມີ 2 ປະເພດຄື: ລູກຈະຫຼວດ 35 ນີ້ວ ແລະ ລູກຈະຫຼວດ 66 ມມ, 6. ປະເພດສໍາພາວຸດອື່ນໆ ຈໍານວນ 14 ລາຍການ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ