ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 530 ຄົນ
ເວລາອອກຂ່າວ: 2021-10-28 12:02:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4259 | ຄວາມນິຍົມ: ![]()
ອີງຕາມ ການຖະແຫລງ ຂອງ ທ່ານ ດຣ. ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ໃນວັນທີ 28 ຕຸລາ 2021 ວ່າ : ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ໃນວັນທີ 27 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 5.597 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 530 ຄົນ (ຕິດເຊື້ອພາຍໃນ ມີ 528 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ).
ສຳລັບ ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊື້ອພາຍໃນໃໝ່ ທັງໝົດ 528 ຄົນ ຈາກ 12 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 306 ຄົນ: ມາຈາກ 126 ບ້ານ, ໃນ 8 ເມືອງ
(ຍັງສືບຕໍ່ເກັບກຳຂໍ້ມູນລະອຽດຕື່ມອີກ 9 ຄົນ)
2. ບໍ່ແກ້ວ, ມີ 82 ຄົນ ໃນ 12 ບ້ານ ແລະ 2 ເມືອງ
3. ຫຼວງພະບາງ, ມີ 44 ຄົນ ໃນ 24 ບ້ານ ແລະ 6 ເມືອງ
4. ຄໍາມ່ວນ, ມີ 30 ຄົນ ໃນ 7 ບ້ານ ແລະ 1 ເມືອງ
5. ໄຊສົມບູນ, ມີ 21 ຄົນ ໃນ 2 ບ້ານ ແລະ 2 ເມືອງ
6. ຈໍາປາສັກ, ມີ 13 ຄົນ ໃນ 9 ບ້ານ ແລະ 3 ເມືອງ
7. ວຽງຈັນ, ມີ 10 ຄົນ ໃນ 9 ບ້ານ ແລະ 3 ເມືອງ
8. ບໍລິຄໍາໄຊ, ມີ 11 ຄົນ ໃນ 3 ບ້ານ ແລະ 3 ເມືອງ
9. ອຸດົມໄຊ, ມີ 2 ຄົນ ໃນ 2 ບ້ານ ແລະ 1 ເມືອງ
10. ສະຫວັນນະເຂດ, ມີ 6 ຄົນ ໃນ 6 ບ້ານ ແລະ 3 ເມືອງ
11. ເຊກອງ, ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ
12. ຜົ້ງລາລີ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
ສໍາລັບຜູ້ຕິດເຊື້ອພາຍໃນ ທີມແພດປິ່ນປົວໄດ້ໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 2 ຄົນ: ທັງສອງ ຈາກແຂວງຈໍາປາສັກ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
ມາຮອດວັນທີ 28 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 38.281 ຄົນ, ເສຍຊີວິດສະສົມ 59 ຄົນ (ໃໝ່ 0), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 759 ຄົນ, ກໍາລັງປິ່ນປົວ 6.777 ຄົນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















