ສປປ ລາວໄດ້ຮັບວັກຊິນ ເອສຕຣາເຊເນກາ 523.200 ໂດສ ຈາກໂຄງການ COVAX
ເວລາອອກຂ່າວ: 2021-11-02 18:20:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5331 | ຄວາມນິຍົມ: ![]()
ວັນທີ 2 ພະຈິກ 2021 ນີ້, ຢູ່ທີ່ ສະໜາມບິນສາກົນວັດໄຕ ໄດ້ຈັດພິທີມອບ-ຮັບວັກຊິນກັນພະຍາດໂຄວິດ-19 ແອສຕຣາເຊເນກາ (Astra Zeneca/Oxford) ຊຸດໃໝ່ ຈໍານວນ 523.200 ໂດສ ໂດຍຜ່ານ ໂຄງການ COVAX Facility, ຕາງໜ້າຂຶ້ນກ່າວມອບຂອງ ທ່ານ ດຣ ເກົ່າ ຈຸ້ນ ຜູ້ຕາງໜ້າອົງການອານາໄມໂລກ ປະຈໍາ ສປປ ລາວ ແລະ ທ່ານ ດຣ ນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາລາວ ແລະ ກ່າວຮັບຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ, ເຊິ່ງແມ່ນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາ ເພື່ອຮັບມືກັບພະຍາດລະບາດ (CEPT), Gavi ເຊິ່ງເປັນພັນທະມິດວັກຊິນ ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນິເຊັບເປັນຄູ່ຮ່ວມງານສໍາຄັນໃນການຈັດສົ່ງ, ການສົ່ງ-ມອບວັກຊີນຄັ້ງຫລ້າສຸດນີ້ແມ່ນເປັນສ່ວນໜຶ່ງຂອງຄວາມພະຍາຍາມຢ່າງຕໍ່ເນື່ອງຂອງ COVAX Facility ເພື່ອຮັບປະກັນການເຂົ້າເຖິງວັກຊີນປ້ອງກັນພະຍາດ ໂຄວິດ-19 ຢ່າງເທົ່າທຽມກັນໃນທົ່ວໂລກ ແລະ ເປັນການສົ່ງມອບຕໍ່ຈາກການປະກອບສ່ວນຊ່ວຍເຫຼືອວັກຊີນປ້ອງກັນພະຍາດ ໂຄວິດ-19 ໃຫ້ເເກ່ ສປປ ລາວ ຜ່ານ COVAX Facility, ວັກຊີນຈໍານວນດັ່ງກ່າວຈະຖືກນຳໃຊ້ໂດຍລັດຖະບານແຫ່ງ ສປປ ລາວ ເພື່ອໃຫ້ການປ້ອງກັນແກ່ປະຊາຊົນລາວຢ່າງຕໍ່ເນື່ອງ ແລະ ບັນລຸເປົ້າໝາຍການສັກວັກຊິນປ້ອງກັນພະຍາດ ໂຄວິດ-19 ໃຫ້ໄດ້ 50 % ຂອງປະຊາກອນໃນທົ່ວປະເທດພາຍໃນທ້າຍປີນີ້.
ວັກຊີນດັ່ງກ່າວຈະຖືກນໍາໄປສັກໃຫ້ຜູ້ທີ່ມີຄວາມສ່ຽງສູງຕໍ່ການເປັນພະຍາດ ໂຄວິດ-19 ທີ່ຍັງບໍ່ທັນໄດ້ຮັບວັກຊີນຄົບສອງເຂັມເທື່ອ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















