ລັດຖະບານປະກາດວາງນະໂຍບາຍສົ່ງເສີມການຜະລິດພາຍໃນໃຫ້ແຂງແຮງ ແລະ ຫລຸດຜ່ອນການນໍາເຂົ້າ
ເວລາອອກຂ່າວ: 2021-11-03 09:53:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5288 | ຄວາມນິຍົມ: ![]()
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ດໍາເນີນໃນປັດຈຸບັນວ່າ: ໃນຕໍ່ໜ້ານີ້, ລັດຖະບານ ຈະສຸມໃສ່ ການຄົ້ນຄວ້າມາດຕະການຕ່າງໆ ເພື່ອຊຸກຍູ້ການຜະລິດ ພາຍໃນໃຫ້ເຂັ້ມແຂງ, ໂດຍສະເພາະການສ້າງນະໂຍບາຍສໍາລັບສິນເຊື່ອ ໃນການສົ່ງເສີມການຜະລິດກະສິກໍາ ເພື່ອທົດແທນ ການນໍາເຂົ້າ, ໂດຍສະເພາະກຸ່ມການຜະລິດ, ຫົວໜ່ວຍທຸລະກິດ ທີ່ໄດ້ຮັບຜົນກະທົບຈາກ ພະຍາດໂຄວິດ-19, ເພີ່ມທະວີການຕິດຕາມຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ, ການນໍາເຂົ້າ-ສົ່ງອອກສິນຄ້າ ໃຫ້ໄປຕາມລະບຽບກົດໝາຍຢ່າງເຂັ້ມງວດ, ຊຸກຍູ້ສົ່ງເສີມ ການຜະລິດ ແລະ ຊົມໃຊ້ສິນຄ້າພາຍໃນຢ່າງກວ້າງຂວາງ, ໄປພ້ອມກັບການດັດສົມ ແລະ ຄຸ້ມຄອງການສະໜອງສິນຄ້າ ແລະ ການຈໍລະຈອນສິນຄ້າໃຫ້ທົ່ວເຖິງ, ເອົາໃຈໃສ່ຊຸກຍູ້ສົ່ງ ເສີມການຜະລິດເພື່ອຄໍ້າປະກັນສະບຽງອາຫານ, ທົດແທນການນໍາເຂົ້າ ແລະ ເປັນສີນຄ້າ ສົ່ງອອກ, ສຸມໃສ່ປູກ ແລະ ເກັບກູ້ພືດຕາມລະດູ ຫລື ລະດູແລ້ງໃຫ້ເພີ່ມຂຶ້ນ, ພ້ອມທັງ ສົ່ງເສີມທາງດ້ານການນໍາໃຊ້ເຕັກນິກ-ວິຊາການ ໃນການປູກ, ການລ້ຽງ, ຄຽງຄູ່ກັບ ການຄົ້ນຄວ້າສະໜອງທຶນທີ່ມີລັກສະນະຜ່ອນຜັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ ແລະ ຊາວກະສິກອນ ໃຫ້ສາມາດແຂ່ງຂັນໄດ້. ນອກນີ້ ກໍຕ້ອງເອົາໃຈໃສ່ວຽກງານຕ້ານໄພແລ້ງ-ນ້ຳຖ້ວມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ.
ທ່ານ ສອນໄຊ ສີພັນດອນ ກ່າວຕື່ມວ່າ: ໃນໄລຍະ 9 ເດືອນຜ່ານມາ, ຜົນຜະ ລິດເຂົ້ານາແຊງປະຕິບັດໄດ້ທັງໝົດ 392.490 ໂຕນ ເທົ່າກັບ 93,2% ຂອງແຜນການ, ເຂົ້າໄຮ່ ໄດ້ທັງໝົດ 165.187 ໂຕນ, ເຂົ້ານາປີ ໄດ້ປະມານ 3,1 ລ້ານໂຕນ. ສ່ວນການ ຜະລິດພືດເປັນສິນຄ້າທີ່ມີທ່າແຮງຂອງແຕ່ລະທ້ອງຖິ່ນ ໂດຍສະເພາະບັນດາພືດສີນຄ້າຕົ້ນຕໍ ທີ່ມີສັນຍາສົ່ງອອກຕະຫລາດທັງ ພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 410.705 ເຮັກຕາ, ຜົນຜະລິດ 5,69 ລ້ານໂຕນ ເທົ່າກັບ 82,46% ຂອງແຜນການປີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















