ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ສສຊ ໃຫ້ຄວາມສົນໃຈການຜະລິດເປັນສິນຄ້າ ແລະ ການເຂົ້າເຖິງແຫລ່ງທຶນຂອງປະຊາຊົນ
ເວລາອອກຂ່າວ: 2021-11-03 11:59:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5326 | ຄວາມນິຍົມ:



ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຫລາຍເຂດເລືອກຕັ້ງ ໄດ້ສະແດງຄວາມເປັນຫ່ວງເລື່ອງການຜະລິດເປັນສິນຄ້າ ຂອງປະຊາຊົນ ເນື່ອງຈາກການສົ່ງເສີມທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ ຍັງຢູ່ໃນຂອບຈຳກັດຫລາຍເງື່ອນໄຂຂອງຜູ້ປະກອບການຍັງບໍ່ພຽງພໍ, ຜູ້ປະກອບການເອງຍັງບໍ່ທັນມີຄວາມເຂັ້ມແຂງໃນການດຳເນີນທຸລະກິດ, ຄວາມຮັບຮູ້ເຂົ້າໃຈຍັງເຮັດຄືເກົ່າ, ເຮັດທຸລະກິດແບບຄອບຄົວເປັນສ່ວນໃຫຍ່. ນອກຈາກນີ້, ການເຂົ້າເຖິງແຫລ່ງທຶນແມ່ນຍັງມີຄວາມຫຍຸ້ງຍາກຫລາຍ ແລະ ການເຂົ້າເຖິງໃຫ້ຄຳປຶກສາຊ່ວຍເຫລືອແກ່ວິສາຫະກິດ, ຜູ້ປະກອບການ, ການຂຶ້ນທະບຽນ ໃຫ້ມີຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງໃນການດຳເນີນທຸລະກິດ ແລະ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ. ທ່ານ ສາຍສະໝອນ ອິນທິເສນ ສສຊ ເຂດເລືອກຕັ້ງທີ 14 ແຂວງສາລະວັນ ໄດ້ມີຄຳຄິດເຫັນແລກປ່ຽນວ່າ: ສຳລັບການຜະລິດເປັນສິນຄ້າ ເຖິງວ່າບໍ່ສາມາດປະຕິບັດໄດ້ຕາມແຜນການກໍຕາມ ແຕ່ຖ້າທຽບໃສ່ໄລຍະດຽວກັນກັບປີຜ່ານມາເຫັນວ່າມີການເພີ່ມຂຶ້ນ ເນື່ອງຈາກລັດຖະບານມີຄວາມພະຍາຍາມທີ່ສຸດໃນການສົ່ງເສີມການປູກ, ການລ້ຽງ ແລະ ໃນການຜະລິດເປັນສິນຄ້າ, ການຜະລິດສະບຽງອາຫານຂອງປະຊາຊົນ, ແຕ່ຍັງມີຄວາມເປັນຫ່ວງໂດຍສະເພາະ ການຜະລິດເປັນສິນຄ້າ ກໍຄືການປູກມັນຕົ້ນ ປັດຈຸບັນເຫັນວ່າເນື້ອທີ່ສາມາດບັນລຸໄດ້ 112.500 ກວ່າເຮັກຕາ ແຕ່ພາກລັດຄວນມີມາດຕະການຄຸ້ມຄອງ ແລະ ສົ່ງເສີມປະຊາຊົນປູກໃຫ້ໄດ້ຮັບໝາກຜົນ ທັງຮັບປະກັນດ້ານຕະຫລາດຈຳໜ່າຍສ້າງລາຍຮັບທີ່ດີແກ່ປະຊາຊົນ. ສຳລັບການຜະລິດເຂົ້າ ເຫັນວ່າເນື້ອທີ່ຂອງການຜະລິດແມ່ນເພີ່ມຂຶ້ນໃນແຕ່ລະປີ ທຽບໃສ່ແຜນການແມ່ນລື່ນແຜນການ ສະເພາະໃນປີນີ້ມີເນື້ອທີ່ 940.800 ກວ່າເຮັກຕາ, ຄາດຄະເນຜົນຜະລິດໄດ້ 3,66 ລ້ານໂຕນ ຍ້ອນຄວາມຕື່ນຕົວຂອງປະຊາຊົນ, ແຕ່ກໍຍັງໜ້າເປັນຫ່ວງເຊັ່ນກັນ ຢາກໃຫ້ເບື້ອງລັດຖະບານເຂົ້າໄປແຊກຊຶມຊ່ວຍເຫລືອແຕ່ຫົວທີ ກ່ຽວກັບການຜະລິດຂອງເຂົາເຈົ້າຕື່ມ ເພື່ອຊ່ວຍປະຊາຊົນ ໃນດ້ານຕົ້ນທຶນການຜະລິດສູງ ໂດຍສະເພາະ ແມ່ນລາຄາປຸຍ, ນ້ຳມັນເຊື້ອໄຟ, ໄຟຟ້າ ແລະ ອື່ນໆ ມີການເໜັງຕີງຂຶ້ນເລື້ອຍໆ ໂດຍສະເພາະໄລຍະທີ່ມີການລະ ບາດ ຂອງພະຍາດໂຄວິດ-19. ສະນັ້ນ ລັດຖະບານຕ້ອງໄດ້ເອົາໃຈໃສ່ຕື່ມ. ສສຊ ເຂດເລືອກຕັ້ງທີ 14 ຍັງໄດ້ສະເໜີເຖິງທະນາຄານ ໃຫ້ເບິ່ງຄືນກ່ຽວກັບການປ່ອຍກູ້ ບາງຫົວໜ່ວຍບໍ່ໄດ້ປະຕິບັດຕາມລະດູການ ຂອງຄວາມຕ້ອງການຂອງຜູ້ກູ້ຢືມ ຫລື ຜູ້ກູ້ເງິນ ເຊິ່ງບໍ່ຖືກຕ້ອງຕາມເປົ້າໝາຍການຜະລິດ, ປ່ອຍເງິນກູ້ ສົ່ງເສີມການຜະລິດຂອງທະນານຄານ ຄວນປ່ອຍໃນໄລຍະເດືອນທີ 5-6 ຂອງທຸກປີອາດຈະເໝາະສົມກວ່າ ເນື່ອງຈາກຢູ່ໃນໄລຍະການກະກຽມການຜະລິດເຂົ້ານາປີ ແຕ່ກົງກັນຂ້າມເດືອນທີ 9, 10 ຫລື 11 ຈັ່ງປ່ອຍ ເຊິ່ງໄດ້ກາຍລະດູການຜະລິດແລ້ວ ສະນັ້ນຈິ່ງຢາກໃຫ້ທະນາຄານກວດກາຄືນ ແລະ ແກ້ໄຂໃຫ້ເໝາະສົມ. ໂອກາດດຽວກັນ, ທ່ານ ສຸກສຳລານ ໄຊຍະແສງ ສສຊ ເຂດເລືອກຕັ້ງທີ 17 ແຂວງອັດຕະປື ກໍໄດ້ມີຄຳເຫັນ ຕໍ່ແຜນປະຕິບັດແຜນເງິນຕາ ປະຈຳປີ 2021 ວ່າ: ຜ່ານມາແມ່ນປະຕິບັດໄດ້ດີຕາມລະດັບຄາດໝາຍ ແລະ ເພີ່ມຂຶ້ນບໍ່ເກີນ 20% ຕາມມະຕິສະພາແຫ່ງຊາດ, ແຕ່ບັນຫາຂອງການກະຕຸ້ນການເຕີບໂຕຂອງເສດຖະກິດ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ ໂດຍສະເພາະວຽກງານພາກການຜະລິດສິນຄ້າ ທັງພາຍໃນ ແລະ ສົ່ງອອກ ທີ່ຢູ່ໃນມະຕິ 03 ຂອງ 5 ຈຸດສຸມ ແລະ 14 ມາດຕະການ ຂອງແຜນແກ້ໄຂເສດຖະກິດ ຄວາມຫຍຸ້ງຍາກຂອງເສດຖະກິດ. ການສົ່ງເສີມທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ ຍັງຢູ່ໃນຂອບຈຳກັດຫລາຍ, ຍັງເຮັດໄດ້ໜ້ອຍ ຍ້ອນເງື່ອນໄຂຂອງຜູ້ປະກອບການບໍ່ພຽງພໍ, ຜູ້ປະກອບການເອງຍັງບໍ່ທັນມີຄວາມເຂັ້ມແຂງໃນການດຳເນີນທຸລະກິດ, ຄວາມຮັບຮູ້ເຂົ້າໃຈຍັງເຮັດຄືເກົ່າເຮັດທຸລະກິດແບບຄອບຄົວເປັນສ່ວນໃຫຍ່. ສຳລັບການສົ່ງເສີມທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ ບໍ່ແມ່ນພຽງແຕ່ອັດເມັດເງິນເຂົ້າໄປແລ້ວມັນຈະເກີດຂຶ້ນໂລດ ມັນຕ້ອງມີຄວາມຮັບຮູ້ໃນການຜະລິດສິນຄ້າຕື່ມອີກ. ຜ່ານມາແຜນວຽກດັ່ງກ່າວໄດ້ມີການກຳນົດໃນນະໂຍບາຍ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໃນການສົ່ງເສີມ SME ໄວ້ແລ້ວ, ແຕ່ການຈັດຕັ້ງປະຕິບັດຕົວຈິງ ຍັງບໍ່ທັນມີຄວາມສະດວກດີ ເປັນຕົ້ນການປັບປຸງບາງລະບຽບການ ຕ້ອງໃຫ້ໄປລວດດຽວກັນ ແລະ ເນັ້ນການສົ່ງເສີມ ແລະ ການນຳໃຊ້ນະວັດຕະກຳເຕັກໂນໂລຊີໃໝ່ໃຫ້ມີປະສິດທິພາບ, ພ້ອມນີ້ ຕ້ອງກຳນົດນຳໃຊ້ເຕັກໂນໂລຊີ ໃຫ້ແທດເໝາະກັບສະພາບດິນຟ້າອາກາດຂອງປະເທດເຮົາ. ສ່ວນການເຂົ້າເຖິງແຫລ່ງທຶນ ເຊິ່ງມີຄວາມຫຍຸ້ງຍາກຫລາຍ ໂດຍສະເພາະວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ຫລື ຈຸນລະວິສາຫະກິດ ທີ່ເຫັນວ່າມີຫລາຍຂັ້ນ ຫລາຍຂອດ, ການຖືບັນຊີ, ການຂຶ້ນທະບຽນທຸລະກິດ, ທຸລະກິດຕ້ອງໄດ້ສ້າງຕັ້ງມາກ່ອນ ປ່ອຍໃຫ້ທຸລະກິດຕໍ່ຍອດ ແລະ ເງື່ອນໄຂອື່ນໆ ເຖິງແມ່ນພວກເຮົາມີລະບຽບປ່ອຍຜ່ານທາງທະນາຄານ ແຕ່ມັນຍັງເປັນຂອດຈຳກັດ ເຮັດໃຫ້ມັນບໍ່ເຂົ້າເຖິງຈຸນລະວິສາຫະກິດແບບຄອບຄົວ ຫລື ຊາວໄຮ່ຊາວນາ ເຮັດໃຫ້ການຜະລິດພາຍໃນ ຍັງບໍ່ທັນກວ້າງຂວາງ ແລະ ຍັງບໍ່ເປັນຮູບປະທຳ ຈະໄດ້ແຕ່ຫົວໜ່ວຍວິສາຫະກິດຈຳນວນໜຶ່ງເທົ່ານັ້ນ. ສສຊ ເຂດເລືອກຕັ້ງທີ 17 ຍັງຢ້ຳຕື່ມວ່າ: ການເຂົ້າເຖິງໃຫ້ຄຳປຶກສາຊ່ວຍເຫລືອແກ່ວິສາຫະກິດ, ຜູ້ປະກອບການ, ການຂຶ້ນທະບຽນ ໃຫ້ມີຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ໃນການດຳເນີນທຸລະກິດ ຍັງເຮັດບໍ່ທັນໄດ້ດີ ເພາະວ່າລະດັບບ້ານເຮົາ, ບາງແຂວງຫາຄົນທີ່ມີຄວາມຮູ້ລະດັບຊ່ຽວຊານ ມາເປັນທີ່ປຶກສາແຕ່ລະດ້ານ ເປັນຕົ້ນດ້ານບັນຊີ, ວິຊາການ ຫລື ດ້ານການບໍລິຫານ ຈັດການຕ່າງໆ, ລວມທັງດ້ານການຕະຫລາດ, ດ້ານການນຳໃຊ້ນະວັດຕະກຳເຂົ້າມາຊ່ວຍ ຫລື ຕ່ອງໂສ້ເຄືອຂ່າຍທຸລະກິດອື່ນໆ ຍັງຫາຍາກໃນລະດັບທ້ອງຖິ່ນ. ຂະນະທີ່ການປ່ອຍເງິນ ຄື M2 ໃຫ້ຫົວໜ່ວຍທຸລະກິດກູ້ຢືມ ຜ່ານມາທິດທາງສ່ວນຫລາຍແມ່ນເນັ້ນໃສ່ແຕ່ການກູ້, ການປ່ອຍ ແຕ່ບໍ່ໄດ້ເນັ້ນເຖິງປະສິດທິພາບຂອງຜູ້ໄດ້ຮັບທຶນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ