ໃນວັນທີ 03 ພະຈິກ 2021 ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 1.062 ຄົນ
ເວລາອອກຂ່າວ: 2021-11-03 12:16:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3862 | ຄວາມນິຍົມ: ![]()
ອີງຕາມການຖະແຫຼງຂອງ ດຣ ບົວຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນວິເຄາະລະບາດວິທະຍາ, ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19, ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 03 ພະຈິກ 2021ໃຫ້ຮູ້ວ່າ: ໃນວັນທີ 02 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6.602 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1.062 ຄົນ (ຕິດເຊື້ອພາຍໃນ ມີ 1.053 ຄົນ ແລະ ຕິດເຊື້ອນໍາເຂົ້າ 09 ຄົນ). ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.053 ຄົນ ຈາກ 13 ແຂວງ ປະກອບມີ: ນະຄອນຫຼວງ 517 ຄົນ: ມາຈາກ 247 ບ້ານ, ໃນ 9 ເມືອງ ຄື: ເມືອງຈັນທະບູລີ ມີ 65 ຄົນ 32 ບ້ານ, ເມືອງສີໂຄດ ມີ 81 ຄົນ ມີ 47 ບ້ານ, ໄຊເສດຖາ ມີ 107 ຄົນ ແລະ 44 ບ້ານ, ສີສັດຕະນາກ ມີ 75 ຄົນ ມີ 30 ບ້ານ ເມືອງນາຊາຍທອງ ມີ 35 ຄົນ ມີ 16 ບ້ານ ເມືອງໄຊາທານີ ມີ 82 ຄົນ ມີ 41 ບ້ານ ເມືອງຫາດຊາຍຟອງ ມີ 47 ຄົນ ແລະ 31 ບ້ານ ເມືອງປາກງື່ມ ມີ 03 ຄົນ 03 ບ້ານ ເມືອງສັງທອງ ມີ 05 ຄົນ ມີ 03 ບ້ານ ສືບຕໍ່ເກັບກໍາຂໍ້ມູນ 17 ຄົນ; ຫຼວງພະບາງ: 122 ຄົນ ມາຈາກ 19 ບ້ານ, ໃນ 4 ເມືອງ; ບໍ່ແກ້ວ: 53 ຄົນ ມາຈາກ 12 ບ້ານ, ໃນ 3 ເມືອງ; ອຸດົມໄຊ: 24 ຄົນ ມາຈາກ 10 ບ້ານ, ໃນ 1 ເມືອງ; ຫຼວງນໍ້າທາ: 134 ຄົນ ມາຈາກ 35 ບ້ານ, ໃນ 4 ເມືອງ; ວຽງຈັນ: 100 ຄົນ ມາຈາກ 23 ບ້ານ, ໃນ 6 ເມືອງ; ຊຽງຂວາງ: 1 ຄົນ ມາຈາກ 1 ບ້ານ, ໃນ 1 ເມືອງ; ໄຊສົມບູນ: 13 ຄົນ ມາຈາກ 2 ບ້ານ, ໃນ 2 ເມືອງ. ຄໍາມ່ວນ: 20 ຄົນ ມາຈາກ 9 ບ້ານ, ໃນ 2 ເມືອງ; ສາລະວັນ: 5 ຄົນ ມາຈາກ 3 ບ້ານ, ໃນ 2 ເມືອງ; ສະຫວັນນະເຂດ: 20 ຄົນ ມາຈາກ 9 ບ້ານ, ໃນ 4 ເມືອງ; ຈໍາປາສັກ: 26 ຄົນ ມາຈາກ 11 ບ້ານ, ໃນ 5 ເມືອງ; ເຊກອງ: 18 ຄົນ. ມາຈາກ 8 ບ້ານ, ໃນ 1 ເມືອງ. ສ່ວນການຕິດເຊືື້ອຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 09 ຄົນ: 5 ຄົນຈາກແຂວງໄຊຍະບູລີ, 03 ຄົນຈາກ ນະຄອນຫຼວງວຽງຈັນ ແລະ 1 ຄົນຈາກແຂວງຈໍາປາສັກ
ມາຮອດວັນທີ 3 ພະຈິກ 2021 ພະຍາດໂຄວິດ-19 ຢູ່ ສປປ ລາວ ພົບຜູ້ຕິດເຊື້ອໃໝ່ 1062 ຄົນ ຕົວເລກຜູ້ຕິດເຊື້ອສະສົມ 42.891 ຄົນ, ເສຍຊີວິດສະສົມ 73 ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານ ມີ 384 ຄົນ, ກໍາລັງປິ່ນປົວ 7.864 ຄົນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















