ວິທະຍາຄານກົມມະດຳ ໄດ້ຮັບເຄື່ອງຊ່ວຍເຫລື່ອຕ້ານການລະບາດຂອງພະຍາດ ໂຄວິດ-19
ເວລາອອກຂ່າວ: 2021-11-03 12:34:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3981 | ຄວາມນິຍົມ: ![]()
ໃນວັນທີ 31 ຕຸລາ 2021 ຜ່ານມານີ້, ນຳໂດຍ ທ່ານ ສົມປະສົງ ສຸວົງຄຳຈັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂພນໂຮງ ພ້ອມດ້ວຍຄະນະສະເພາະກິດຂັ້ນເມືອງ, ໄດ້ລົງເຄື່ອນໄຫວຢ້ຽມຢາມຖາມຂ່າວ ພະນັກງານ-ນັກຮົບ ແລະ ນັກຮຽນ-ນັກສຶກສາຢູ່ວິທະຍາຄານ ພ້ອມທັງນຳເອົາເຄື່ອງອຸປະກອນຈຳນວນໝື່ງໄປມອບໃຫ້ເຊີ່ງປະກອບມີ: ນ້ຳດື່ມຕຸກນ້ອຍ, ເຈວລ້າງມື ແລະ ຜ້າປິດປາກດັງ ລວມມູນຄ່າທັງໝົດ 600,000 ກີບ.
ກ່າວຮັບໂດຍ ທ່ານ ພັນເອກ ຖາວອນ ແກ້ວອີນທະວົງ ຫົວໝ້າການເມືອງ ວິທະຍາຄານກົມມະດຳ ພ້ອມກັບການເປັນສັກຂີພະຍານຂອງພະນັກງານ-ນັກຮົບທັງສອງຝ່າຍ, ພ້ອມກັນນັ້ນ ຫົວໝ້າການເມືອງວິທະຍາຄານ ໄດ້ກ່າວສະແດງຄວາມຂອບໃຈມາຍັງການນຳຂັ້ນເມືອງ ທີ່ເຫັນໄດ້ຜົນຮ້າຍຂອງການລະບາດເຊື້ອພະຍາດໂຄວິດ-19 ທີ່ກຳລັງລະບາດຢູ່ຂອບເຂດວິທະຍາຄານຂອງພວກເຮົາ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳເອົາວັດຖຸດັ່ງກ່າວໄປແຈກຍາຍໃຫ້ພະນັກງານ-ນັກຮົບຢູ່ໃນກົມກອງຢ່າງທົ່ວເຖີ່ງ.
ຂ່າວ-ພາບ: ວັນນະເລດ ລໍວັນໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















