ທຫລ ໄດ້ສືບຕໍ່ຊຸກຍູ້ການປະຕິບັດນະໂຍບາຍຜ່ອນຜັນດ້ານສິນເຊື່ອໃຫ້ແກ່ລູກຄ້າ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ
ເວລາອອກຂ່າວ: 2021-11-04 11:20:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3209 | ຄວາມນິຍົມ: ![]()
ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ກໍໄດ້ຊີ້ແຈງ ວ່າ: ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ທຫລ ໄດ້ສືບຕໍ່ຊຸກຍູ້ການປະຕິບັດນະໂຍບາຍຜ່ອນຜັນດ້ານສິນເຊື່ອໃຫ້ແກ່ລູກຄ້າເງິນກູ້ຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ທີ່ໄດ້ຮັບຜົນກະທົບ ເປັນຕົ້ນການເລື່ອນເວລາການຊໍາລະໜີ້, ການປັບຫລຸດອັດຕາດອກເບ້ຍ-ຄ່າທໍານຽມ, ການສະໜອງເງິນກູ້ບ້ວງໃໝ່ ແລະ ການປັບໂຄງສ້າງໜີ້ເງິນກູ້.
ສໍາລັບທະນາຄານທຸລະກິດມີລູກຄ້າສິນເຊື່ອທີ່ໄດ້ຮັບຜົນກະທົບທັງໝົດຈໍານວນ 11.046 ລາຍ ລວມມູນຄ່າ 19.857,51 ຕື້ກີບ. ປັດຈຸບັນ ກໍາລັງສືບຕໍ່ປະຕິບັດນະໂຍບາຍຜ່ອນຜັນດ້ານສິນເຊື່ອທັງໝົດ 6.090 ລາຍ ລວມມູນຄ່າ 15.750,31 ຕື້ກີບ ກວມເອົາ 14,92% ຂອງຍອດເງິນກູ້ທົ່ວລະບົບ. ນະໂຍບາຍສິນເຊື່ອທີ່ທະນາຄານປະຕິບັດສ່ວນ ໃຫຍ່ແມ່ນການເລື່ອນຊໍາລະໜີ້ທັງຕົ້ນທຶນ ແລະ ດອກເບ້ຍ, ຮອງລົງມາແມ່ນນະໂຍບາຍການປັບຫລຸດອັດຕາດອກເບ້ຍ, ນະໂຍບາຍປັບຫລຸດຄ່າທໍານຽມ ແລະ ນະໂຍບາຍປ່ອຍກູ້ໃໝ່ເພື່ອຟື້ນຟູການຜະລິດ. ຖ້າລົງເລິກສິນເຊື່ອຕາມຂະແໜງ ການເສດຖະກິດເຫັນວ່າຂະແໜງການຄ້າ ກວມເອົາ 29%, ຮອງລົງມາແມ່ນຂະແໜງບໍລິການ ກວມ 24%, ອຸດສາຫະກໍາກວມ 23%, ຂະແໜງກໍ່ສ້າງກວມ 12%, ກະສິກໍາກວມ 5% ແລະ ຂະແໜງອື່ນໆ ກວມ 7% ຂອງເງິນກູ້ທີ່ໄດ້ຮັບນະໂຍບາຍທັງໝົດ.
ສໍາລັບສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ມີລູກຄ້າສິນເຊື່ອທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະ ຍາດ ທັງໝົດ 459.681 ລາຍ ລວມມູນຄ່າເກືອບ 300 ຕື້ກີບ. ປັດຈຸບັນ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ກໍາລັງສືບຕໍ່ປະຕິບັດນະໂຍບາຍຜ່ອນຜັນ ດ້ານສິນເຊື່ອທັງໝົດ 5.504 ລາຍ ລວມມູນຄ່າ 31,94 ຕື້ກີບ ກວມເອົາ 0,52% ຂອງຍອດເງິນກູ້ທົ່ວລະບົບ. ນະໂຍບາຍສິນເຊື່ອທີ່ປະຕິບັດສ່ວນໃຫຍ່ແມ່ນນະໂຍບາຍເລື່ອນຊໍາລະໜີ້ທັງຕົ້ນທຶນ ແລະ ດອກເບ້ຍ, ຮອງລົງມາແມ່ນນະໂຍບາຍຍົກເວັ້ນຄ່າປັບໃໝ ແລະ ຄ່າທໍານຽມໃຫ້ລູກຄ້າ. ໃນນີ້ຂະແໜງການຊົມໃຊ້ແມ່ນກວມເອົາຫລາຍກວ່າ 81%, ຮອງລົງມາແມ່ນຂະແໜງບໍລິການ ກວມເອົາ 7%, ຄ້າຂາຍ ແລະ ການຄ້າ ກວມ 5%, ສ່ວນທີ່ເຫລືອແມ່ນຂະແໜງການອື່ນໆ.
ສ່ວນການປະຕິບັດໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກການລະບາດຂອງພະ ຍາດໂຄວິດ-19 ບ້ວງ 1.800 ຕື້ກີບ ທີ່ໄດ້ອະນຸມັດແລ້ວໃຫ້ລູກຄ້າ 503 ລາຍ. ມາຮອດປັດຈຸບັນ ໄດ້ມີການເບີກຖອນນໍາໃຊ້ແລ້ວ 1.665 ຕື້ກີບ. ໃນນັ້ນເປັນສິນເຊື່ອໃຫ້ຂະແໜງກະສິກໍາ, ປູກຝັງ ແລະ ລ້ຽງສັດ ກວມ 58% ຂອງຍອດການປ່ອຍກູ້ທັງໝົດ ແລະ ສ່ວນທີ່ເຫລືອແມ່ນຂະແໜງການຫັດຖະກໍາ, ອຸດສາຫະກໍາປຸງແຕ່ງ, ຂະແໜງການທ່ອງທ່ຽວ, ການບໍລິການປິ່ນອ້ອມ ແລະ ທຸລະກິດອື່ນໆ ທີ່ສົ່ງເສີມການຜະລິດ ແລະ ການສົ່ງອອກ ໃນຂອບເຂດທົ່ວປະເທດ ຄື: ນະຄອນຫລວງວຽງຈັນ ກວມ 39%, ແຂວງວຽງຈັນ ກວມ 18%, ຈໍາປາສັກ ກວມ 11% ຂອງຍອດການປ່ອຍກູ້ທັງໝົດ ແລະ ຢູ່ບັນດາແຂງອື່ນໆໃນທົ່ວປະເທດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















