ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍ ວ່າດ້ວຍ ການສ້າງນິຕິກຳ ສະບັບປັງປຸງ
ເວລາອອກຂ່າວ: 2021-11-12 10:13:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1855 | ຄວາມນິຍົມ:



ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ໄດ້ສະເໜີຮ່າງກົດ ໝາຍວ່າດ້ວຍ ການສ້າງນິຕິກຳ ສະບັບປັງປຸງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ສສຊ ຄົ້ນຄວ້າປະກອບຄຳຄິດຄຳເຫັນ ເພື່ອແນໃສ່ເຮັດໃຫ້ກົດໝາຍສະ ບັບນີ້ ມີເນື້ອໃນຄົບຖ້ວນ, ຮັດກຸມ, ເປັນລະບົບ, ເປັນບ່ອນອີງໃຫ້ແກ່ການສ້າງ ແລະ ປັບປຸງກົດໝາຍ ໃນຕໍ່ໜ້າໃຫ້ດີກວ່າເກົ່າ. ພ້ອມທັງປະກອບສ່ວນ ສ້າງລັດທີ່ປົກຄອງດ້ວຍກົດໝາຍ ໃຫ້ມີຄຸນນະພາບສູງຂຶ້ນ. ສຳລັບ ໂຄງປະກອບຂອງຮ່າງກົດໝາຍສະບັບນີ້ ໂດຍພື້ນຖານ ຍັງຮັກສາຕາມໂຄງປະກອບ ຂອງກົດໝາຍສະບັບປັດຈຸບັນ, ປະກອບມີທັງໝົດ 9 ພາກ, 16 ໝວດ, 128 ມາດຕາ ຖ້າທຽບໃສ່ກົດໝາຍສະບັບປັດຈຸບັນ ທີ່ມີ 7 ພາກ, 12 ໝວດ, 92 ມາດຕາ, ເພີ່ມເຂົ້າຕື່ມ 2 ພາກ, 5 ໜວດ, 43 ມາດຕາ ແລະ ໄດ້ປັບປຸງ 44 ມາດຕາ. ທ່ານ ລັດຖະມົນຕີກະຊວງຍຸຕິທຳ ໄດ້ກ່າວວ່າ: ພາຍ ຫລັງກົດໝາຍວ່າດ້ວຍການສ້າງນິຕິກໍາ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 2012, ກະຊວງຍຸຕິທໍາ ກໍຄືອົງການຈັດຕັ້ງທີ່ກ່ຽວຂ້ອງ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ມີຄວາມເອົາໃຈໃສ່ໃນການໂຄສະນາເຜີຍແຜ່ກົດໝາຍດັ່ງກ່າວ ຢ່າງຕັ້ງຫນ້າ; ໄດ້ຈັດຝຶກອົບຮົມໃຫ້ແກ່ພະນັກງານ- ລັດຖະກອນ ທີ່ເຮັດໜ້າທີ່ໃນການສ້າງນິຕິກຳ ທັງຢູ່ສູນກາງ ແລະ ທ້ອງຖິ່ນ, ໄດ້ອອກນິຕິກໍາ ເພື່ອຜັນຂະຫຍາຍບາງເນື້ອໃນຈິດໃຈຂອງກົດໝາຍດັ່ງກ່າວ. ນັບແຕ່ ປີ 2013 ຈົນມາຮອດປັດຈຸບັນ ສປປ ລາວ ໄດ້ປັບປຸງ ລັດຖະທໍາມະນູນ 1 ຄັ້ງ, ສ້າງ ແລະ ປັບປຸງກົດໝາຍ ລວມທັງໝົດເກືອບ 100 ສະບັບ ແລະ ນິຕິກໍາໃຕ້ກົດໝາຍ ທັງນິຕິກໍາຂັ້ນສູນ ກາງ ແລະ ນິຕິກໍາຂັ້ນທ້ອງຖິ່ນ ຈຳນວນຫລາຍ. ທ່ານ ໄພວີ ສີບົວລິພາ ກ່າວຕື່ມວ່າ: ພາຍຫລັງກົດໝາຍວ່າດ້ວຍການສ້າງນິຕິກຳ ສະບັບປັບປຸງນີ້ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຄາດວ່າຈະມີຜົນໄດ້ຮັບ ໂດຍສະເພາະ ຈະເຮັດໃຫ້ຄະນະຮັບຜິດຊອບສ້າງຮ່າງນິຕິກໍາ ຂອງບັນດາກະຊວງ, ອົງການຂອງລັດ ມີການຄົ້ນຄວ້າຂໍ້ມູນລະອຽດ ແລະ ຮອບ ຄອບຫລາຍຂຶ້ນ ສາມາດຄາດຄະເນເຖິງຜົນກະທົບ, ຮູ້ໄດ້ເຖິງບັນຫາ, ເປົ້າໝາຍ ແລະ ວິທີທາງໃນການແກ້ໄຂບັນຫາທີ່ດີທີ່ສຸດ; ຈະສາມາດຮູ້ໄດ້ເຖິງເຫດຜົນ ແລະ ຄວາມຈຳ ເປັນ ຂອງການສ້າງ ຫລື ປັບປຸງນິຕິກຳ ທີ່ຈະສະເໜີເຂົ້າໃນແຜນການສ້າງ ຫລື ປັບປຸງນັ້ນ ຫລື ອາດເຫັນໄດ້ຄວາມບໍ່ຈຳເປັນທີ່ຈະສ້າງ ຫລື ປັບປຸງນິຕິກຳ ເຊິ່ງຈະເຮັດໃຫ້ລັດບໍ່ສູນເສຍງົບປະມານເຂົ້າໃນການສ້າງ ຫລື ປັບປຸງນິຕິກຳ; ພ້ອມກັນນີ້, ຍັງເປັນການເພີ່ມຄວາມກະຈ່າງແຈ້ງ ກ່ຽວກັບຂັ້ນຕອນໃນການສ້າງບາງນິຕິກຳຍິ່ງຂຶ້ນ ໂດຍສະເພາະການສ້າງນິຕິກໍາຂັ້ນທ້ອງຖິ່ນ; ເພີ່ມຄວາມກະຈ່າງແຈ້ງ ແລະ ເປັນບ່ອນອີງພື້ນຖານ ໃຫ້ບັນດາອົງການທີ່ຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ໃນການຄົ້ນຄວ້າ, ພິຈາລະນາອອກນິຕິກຳ ໂດຍສະເພາະການອອກນິຕິກໍາ ໃນກໍລະນີຈຳເປັນ ແລະ ຮີບດ່ວນ ເຊິ່ງສາມາດປະຕິບັດໄປຕາມຂັ້ນຕອນ ຂອງການສ້າງນິຕິກຳ ຕາມຂັ້ນຕອນເລັ່ງລັດ. ນອກຈາກນີ້, ມັນຈະເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່, ພະນັກງານລັດທີ່ກ່ຽວຂ້ອງ ໃນການນຳໃຊ້ນິຕິກຳ ໃຫ້ມີຄວາມສະດວກຍິ່ງຂຶ້ນ, ຮັບປະກັບຄວາມສອດຄ່ອງ ແລະ ຄວາມກົມກຽວ ລະຫວ່າງນິຕິກຳສະບັບທີ່ຍັງມີຜົນສັກສິດກັບນິຕິກຳທີ່ສ້າງໃໝ່ ທັງສາມາດເປັນຂໍ້ມູນໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການ ຈັດຕັ້ງ ໄດ້ເຂົ້າເຖິງຂໍ້ມູນຂ່າວສານທາງດ້ານນິຕິກຳ ໄດ້ຢ່າງສະດວກຍິ່ງຂຶ້ນ; ເພີ່ມຄວາມກະຈ່າງແຈ້ງ ໃນການຕິດຕາມກວດກາຄວາມຖືກຕ້ອງ ຂອງການອອກນິຕິກຳ ໂດຍສະເພາະການຕິດຕາມກວດກາຂອງອົງການລັດຂັ້ນເທິງ ຕໍ່ການອອກນິຕິກຳຂອງ ອົງການລັດຂັ້ນລຸ່ມ ລວມໄປເຖິງການໂຈະ ຫລື ຍົກເລີກນິຕິກຳຂອງອົງການທີ່ກ່ຽວຂ້ອງ ແລະ ປະກອບສ່ວນ ໃນການສ້າງລັດ ແຫ່ງ ສປປ ລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍ ໃຫ້ປະກົດຜົນເປັນຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ