ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ມື້ນີ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19ເພີ່ມໃໝ່ 1.198 ກໍລະນີ
ເວລາອອກຂ່າວ: 2021-11-12 11:48:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3060 | ຄວາມນິຍົມ:



ອີງຕາມການຖະແຫລງ ຂອງ ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມແລະແກ້ໄການລະບາດພະຍາດCOVID-19ໃນວັນທີ 12 ພະຈິກ 2021 ວ່າ:ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໃນວັນທີ 11 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 6.729 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 1.198 ຄົນ (ຕິດເຊື້ອພາຍໃນ ມີ 1.196 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ).  ສຳລັບ ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊື້ອພາຍໃນໃໝ່ ທັງໝົດ 1,196 ຄົນ ຈາກ 17 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້: 1. ນະຄອນຫຼວງ 579 ຄົນ: ມາຈາກ 162 ບ້ານ, ໃນ 8 ເມືອງ • ເມືອງຈັນທະບູລີ ມີ 18 ບ້ານ (52 ຄົນ) • ເມືອງສີໂຄດຕະບອງ ມີ 37 ບ້ານ (92 ຄົນ) • ເມືອງໄຊເສດຖາ ມີ 32 ບ້ານ (165 ຄົນ) • ເມືອງສີສັດຕະນາກມີ 14 ບ້ານ (40 ຄົນ) • ເມືອງ ນາຊາຍທອງ ມີ 08 ບ້ານ (17 ຄົນ) • ເມືອງໄຊທານີ ມີ 31 ບ້ານ (116 ຄົນ) • ເມືອງຫາດຊາຍຟອງ ມີ 18 ບ້ານ (55 ຄົນ) • ປາກງື່ມ ມີ 04 ບ້ານ( 24 ຄົນ) • ຕ່າງແຂວງ (03 ຄົນ) • ຍັງສືບຕໍ່ເອົາຂໍ້ມູນ 16 ຄົນ 2. ຫຼວງພະບາງ ມີ 135 ຄົນ ໃນ 27 ບ້ານ ແລະ 7 ເມືອງ 3. ແຂວງວຽງຈັນ ມີ 85 ຄົນ ໃນ 37 ບ້ານ ແລະ 7 ເມືອງ 4. ຫຼວງນ້ຳທາ ມີ 13 ຄົນ ໃນ 9 ບ້ານ ແລະ 2 ເມືອງ 5. ຜົ້ງສາລີ ມີ 168 ຄົນ 6. ໄຊຍະບູລີ ມີ 53 ຄົນ ໃນ 10 ບ້ານ ແລະ 2 ເມືອງ 7. ຈຳປາສັກ ມີ 51 ຄົນ ໃນ 26 ບ້ານ ແລະ 4 ເມືອງ 8. ອຸດົມໄຊ ມີ 16 ຄົນ ໃນ 8 ບ້ານ ແລະ 1 ເມືອງ 9. ເຊກອງ ມີ 30 ຄົນ ໃນ 12 ບ້ານ ແລະ 2 ເມືອງ 10. ບໍລິຄຳໄຊ ມີ 10 ຄົນ ໃນ 5 ບ້ານ ແລະ 3 ເມືອງ 11. ຄຳມ່ວນ ມີ 8 ຄົນ ໃນ 5 ບ້ານ ແລະ 3 ເມືອງ 12. ສະຫວັນນະເຂດ ມີ 5 ຄົນ ໃນ 4 ບ້ານ ແລະ 2 ເມືອງ 13. ບໍ໋ແກ້ວ ມີ 32 ຄົນ ໃນ 10 ບ້ານ ແລະ 2 ເມືອງ 14. ສາລະວັນ ມີ 7 ຄົນ ໃນ 3 ບ້ານ ແລະ 2 ເມືອງ 15. ຊຽງຂວາງ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ 16. ອັດຕະປື ມີ 1 ຄົນ ໃນ  ບ້ານ ແລະ  ເມືອງ 17. ຫົວພັນ ມີ 2 ຄົນ ໃນ 2 ບ້ານ ແລະ 1 ເມືອງ ສໍາລັບຜູ້ຕິດເຊື້ອພາຍໃນ ທີມແພດປິ່ນປົວໄດ້ໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 02 ຄົນ ຈາກ ນະຄອນຫຼວງວຽງຈັນ 1 ຄົນ ແລະ ສາລະວັນ 1 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້. ມາຮອດວັນທີ 11 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວແມ່ນ 52.175 ຄົນ, ເສຍຊີວິດສະສົມ 94 ຄົນ (ໃໝ່ 01), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 507 ຄົນ, ກໍາລັງປິ່ນປົວ 10,422 ຄົນ.ສ່ວນລາຍລະອຽດຜູ້ເສຍຊີວິດໃໝ່ 01 ຄົນ ແມ່ນເພດຊາຍ, ອາຍຸ 79 ປີ, ບ້ານວຽງຄໍາ, ເມືອງສີໂຄດຕະບອງ, ນະຄອນຫລວງມີພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ, ຫົວໃຈຊຸດໂຊມ ແລະ ເປັນອໍາມະພາດ ລ່ອຍເຄີ່ງຊີກ 4 ປີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ