
ທ່ານຮອງຫົວໜ້າກົມໃຫຍ່ເສນາທິການກອງທັບເຂົ້າຮ່ວມກອງປະຊຸມທາງໄກຜູ້ບັນຊາການທະຫານບົກອາຊຽນ ຄັ້ງທີ 22
ເວລາອອກຂ່າວ: 2021-11-12 21:05:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2328 | ຄວາມນິຍົມ:
ໃນຕອນເຊົ້າ ຂອງວັນທີ 12 ພະຈິກ 2021, ຄະນະຜູ້ແທນກອງທັບປະຊາຊົນລາວ ນຳໂດຍ ທ່ານ ພົນຈັດຕະວາ ພັນແສງ ບຸນພັນ, ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ ໄດ້ເຂົ້າຮ່ວມກອງປະຊຸມທາງໄກຜູ້ບັນຊາການທະຫານບົກອາຊຽນ ຄັ້ງທີ 22 ພາຍໃຕ້ການເປັນປະທານຂອງ ທ່ານຮອງພົນເອກອາວຸໂສ ໂຊວິນ, ຮອງປະທານສະພາບໍລິຫານງານແຫ່ງລັດ, ຮອງນາຍົກລັດຖະມົນຕີ, ຮອງຜູ້ບັນຊາການທະຫານສູງສຸດ, ຜູ້ບັນຊາການທະຫານບົກ ສສ ມຽນມາ. ກອງປະຊຸມໃນຄັ້ງນີ້ ດຳເນີນໄປພາຍໃຕ້ຄໍາຂວັນ “ບົດບາດຂອງກອງທັບບົກອາຊຽນ ໃນການຟື້ນຟູພາຍຫລັງຈາກການແຜ່ລະບາດຂອງພະຍາດໂຄວິດ-19”.
ບັນດາຜູ້ບັນຊາການທະຫານບົກຂອງ ປະເທດສະມາຊິກອາຊຽນ ໄດ້ຮ່ວມກັນແລກປ່ຽນປະສົບການ, ບົດຮຽນ ແລະ ການປະຕິບັດທີ່ດີ ຂອງກອງທັບບົກ ບັນດາປະເທດສະມາຊິກອາຊຽນ, ເຊິ່ງມີບົດບາດສຳຄັນໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂອງລັດຖະບານ ໂດຍສະເພາະແມ່ນ ການສະໜັບສະໜູນທາງດ້ານບຸກຄະລາກອນ, ອຸປະກອນການ ແພດ, ໂຮງໝໍພາກສະໜາມ, ການບໍລິການກວດໂຄວິດ ແລະ ສັກຢາວັກແຊັງແບບເຄື່ອນທີ່, ສູນຈຳກັດບໍລິເວນ, ຫ້ອງທົດລອງ, ການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ ແລະ ອື່ນໆ. ນອກຈາກນັ້ນ ກອງປະຊຸມຍັງໄດ້ຍົກໃຫ້ເຫັນເຖິງຜົນກະທົບ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ພ້ອມທັງ ຈຳນວນພົນລະເມືອງຜູ້ທີ່ຕິດເຊື້ອ, ເສຍຊີວິດ ແລະ ຜູ້ທີ່ໄດ້ຮັບການສັກຢາວັກແຊັງກັນພະຍາດ. ພ້ອມນີ້ ຍັງໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງບັນດາປະເທດສະມາຊິກອາຊຽນ ໃນການສືບຕໍ່ການຮ່ວມມືທັງຮູບແບບສອງຝ່າຍ ແລະ ຫລາຍຝ່າຍ ໃນການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ ແລະ ປະສົບການ ໂດຍຜ່ານການຈັດຕັ້ງ ກອງປະຊຸມ, ສຳມະນາ, ການຝຶກອົບຮົມ ແລະ ການຝຶກຊ້ອມຕ່າງໆ ເພື່ອເສີມສ້າງຂີດຄວາມສາມາດໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພະຍາດລະບາດອື່ນໆ ໃນອະນາຄົດ ກໍ່ຄືການປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ.
ໃນຕອນທ້າຍ, ໄດ້ມີພິທີມອບ-ຮັບການເປັນປະທານ ຈາກກອງທັບບົກ ສສ ມຽນມາ ໃຫ້ແກ່ກອງທັບປະຊາຊົນຫວຽດນາມ ເພື່ອສືບຕໍ່ເປັນເຈົ້າພາບຈັດກອງປະຊຸມຜູ້ບັນຊາການທະຫານບົກອາຊຽນ ຄັ້ງທີ 23, ການແຂ່ງຂັນຍິງປືນກອງທັບບົກອາຊຽນ ແລະ ກອງປະຊມຸປະຈຳປີນາຍທະຫານບົກອາຊຽນ ໃນປີ 2022.
ລາຍງານຂ່າວໂດຍ: ພະແນກການເມືອງ-ຄວາມໝັ້ນຄົງອາຊຽນ, ກົມພົວພັນຕ່າງປະເທດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ