ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ລາວ-ໄທ ເພີ່ມການຮ່ວມມືວຽກງານສະມາຄົມນັກຂ່າວ
ເວລາອອກຂ່າວ: 2021-11-13 09:06:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3261 | ຄວາມນິຍົມ:



ໃນວັນທີ 11 ພະຈິກ 2021 ສະມາຄົມນັກຂ່າວແຫ່ງ ສປປ ລາວ (ສຂລ) ແລະ ສະມາຄົມນັກຂ່າວນັກໜັງສືພິມແຫ່ງປະເທດໄທ (ສຂທ) ໄດ້ຈັດຕັ້ງກອງປະຊຸມທະວິພາຄີ ທາງໄກ ຜ່ານ Zoom ໂດຍການເປັນປະທານຮ່ວມຂອງທ່ານ ສະຫວັນຄອນ ລາຊະມຸນຕີ ປະທານ ສຂລ ພ້ອມຄະນະ ແລະ ທ່ານ ມົງຄົນ ບາງປຣະພາ ນາຍົກສະມາຄົມ ສຂທ ພ້ອມຄະນະ ເພື່ອທົບທວນຜົນການຈັດຕັ້ງປະຕິບັດການຮ່ວມມື ພາຍໃຕ້ກອບບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອເພີ່ມການສົ່ງເສີມ ແລະ ຂະຫຍາຍຄວາມສາພັນ ທີ່ດີຕໍ່ກັນ; ພ້ອມທັງປຶກສາຫາລື ແລະ ການສະໜັບສະໜູນໃນການອົບຮົມອອນລາຍ ໃຫ້ກັບສື່ມວນຊົນຂອງ ສປປ ລາວ ແລະ ພັດທະນາ, ປັບປຸງການຮ່ວມມືຂອງ 2 ສະມາຄົມ. ນັບແຕ່ປີ 1990 ເປັນຕົ້ນມາ, ສຂລ ໄດ້ພົວພັນ ແລະ ຮ່ວມມືກັບ ສຂທ ໂດຍຜ່ານການເຊັນ MOU 2 ຝ່າຍ ແລະ ມີການແລກ ປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂອງ 2 ສະມາຄົມ ຊຶ່ງຜັດປ່ຽນກັນໃນແຕ່ລະປີຈົນມາຮອດປະຈຸບັນ. ນອກຈາກນີ້, 2 ສະມາຄົມນັກຂ່າວ ຍັງແລກປ່ຽນທາງດ້ານວິຊາການລະຫວ່າງກັນ ໂດຍຜ່ານການຈັດກອງປະຊຸມ, ສຳມະນາໃນຫົວຂໍ້ຕ່າງໆ, ຈັດຊຸດອົບຮົມທາງດ້ານວິຊາການ ໂດຍນຳໃຊ້ສື່ທັງແບບເກົ່າ ແລະ ແບບໃໝ່; ຮ່ວມກັນລິເລີ່ມ ແລະ ຈັດຕັ້ງປະຕິບັດໂຄງການທັດສະນະສຶກສາ ເພື່ອຮຽນຮູ້ວັດທະນະທຳຂອງ 2 ປະເທດ ລະຫວ່າງໜັງສືພິມລາວ-ໄທ ແລະ ນັກຂ່າວບັນດາປະເທດສະມາຊິກອາຊຽນຄື: ໃນປີ 2018 ນີ້ ໃນໂອກາດປີທ່ອງທ່ຽວລາວ ແລະ ໄທ, ທັງ 2 ສະມາຄົມນັກຂ່າວໄດ້ລິເລີ່ມຮ່ວມກັບໂຄງການຢ້ຽມຢາມຂອງນັກຂ່າວອາຊຽນ ເພື່ອມາທ່ອງທ່ຽວ, ຮຽນຮູ້ວັດທະນະທໍາຂອງ ລາວ ແລະ ໄທ ເພື່ອຂຽນບົດຂ່າວ ຊ່ວຍໂຄສະນາໃຫ້ແຕ່ລະປະເທດສະມາຊິກອາຊຽນກໍ່ຄືໂລກໄດ້ຮູ້ຈັກ 2 ປະເທດນີ້ ຫຼາຍຂຶ້ນກ່ວາເກົ່າ. ໃນລະດັບທ້ອງຖິ່ນ, ນັບແຕ່ປີ 2015 ເປັນຕົ້ນມາ, ສຂລ ມີການພົວພັນຮ່ວມມືກັບສະມາຄົມນັກຂ່າວວິທະຍຸ-ໂທລະພາບ ແລະ ສະຖາບັນການພາລະສຶກສາ ວິທະຍາເຂດແຂວງ ເພັດສະບູນ ໂດຍມີການເຊັນ MOU ເພື່ອແລກປ່ຽນການຢ້ຽມຢາມລະຫວ່າງຄະນະຜູ້ແທນ ສາມຝ່າຍ, ລວມທັງລະຫວ່າງບັນດານັກຂ່າວ-ນັກວິຊາການຂອງທັງ 3 ຝ່າຍໃນແຕ່ລະປີ. ນອກຈາກການແລກປ່ຽນຂອງຄະນະ 3 ຝ່າຍໃນລະດັບຕ່າງໆ ແລະ ການແລກປ່ຽນທາງດ້ານວິຊາການແລ້ວ, ສະມາຄົມນັກຂ່າວວິທະຍຸ-ໂທລະພາບ ແລະ ສະຖາບັນການພາລະສຶກສາວິທະຍາເຂດແຂວງດັ່ງກ່າວ ຍັງຊ່ວຍມອບທຶນການສຶກສາໃຫ້ນັກຮຽນ-ນັກສຶກສາລາວ ປີລະ 10-15 ທຶນ ເພື່ອໄປສຶກສາຮຽນຕໍ່ທີ່ສະຖາບັນການພາລະ ສຶກສາວິທະຍາເຂດເພັດສະບູນໃນຂະແໜງສື່ສານການກີລາ, ລະດັບປະລິນຍາຕີ ເປັນໄລຍະເວລາ 4 ປີ ໂດຍບໍ່ເສຍຄ່າ ໂດຍມີການເຊັນ MOU ນຳກັນ. ມາຮອດປີ 2019, ສຂລ ໄດ້ຈັດສົ່ງນັກຮຽນລາວໄປຮຽນ ຕໍ່ທີ່ສະຖາບັນດັ່ງກ່າວນີ້ແລ້ວ 3 ຊຸດ. ແຕ່ມາຮອດປັດຈຸບັນ, ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ນັກຮຽນ-ນັກສຶກສາເຮົາ ຈໍາຕ້ອງໄດ້ກັບຄືນປະເທດ ແລະ ສືບຕໍ່ຮໍ່າຮຽນຢູ່ລາວ ຜ່ານລະບົບອອນລາຍ. ສຳລັບປີຕໍ່ໄປ ແລະ ຊຸມປີຕໍ່ໜ້າ ສຂລ ຈະສືບຕໍ່ຮ່ວມມື ແລະ ປະສານສົມທົບກັບ ສຂທ ເພື່ອເພີ່ມທະວີ ຮ່ວມມືລະຫວ່າງລາວກັບໄທໃນຂົງເຂດສື່ມວນຊົນໃນລະດັບຕ່າງໆ ໂດຍຜ່ານໂຄງການຕ່າງໆທີ່ໄດ້ລິເລີ່ມ ແລະ ຈັດຕັ້ງປະຕິບັດຮ່ວມກັນມາແລ້ວ ລວມທັງສະໜັບສະໜູນ ແລະ ຊຸກຍູ້ໂຄງການໃໝ່ໆ ໃນນີ້ໂຄງການແລກປ່ຽນການຢ້ຽມຢາມຂອງລະດັບການນຳ ແລະ ລະດັບນັກຂ່າວ-ນັກສື່ມວນຊົນ ເພື່ອຖອດຖອນບົດຮຽນທາງດ້ານວິຊາການ ໂດຍຜ່ານກອງປະຊຸມສຳມະນາ ແລະ ຊຸດອົບຮົມໃນຫົວຂໍ້ຕ່າງໆ ໃຫ້ຫຼາຍກ່ວາເກົ່າ, ນໍາໃຊ້ສື່ແບບໃໝ່ໃນການລາຍງານຂ່າວ ແລະ ການສ້າງຜະລິດຕະພັນໃໝ່ໆ, ການແລກປ່ຽນບົດຮຽນຕົວຈີງໃນການເຮັດວຽກຜະລິດຂ່າວ ທ່າມກາງສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ໃນແຕ່ລະປະເທດ, ລວມທັງການຫາລາຍໄດ້ດ້ວຍຫຼັກການການຕະຫຼາດແບບໃໝ່ແບບອອນລາຍ; ທັງນີ້ທັງນັ້ນກໍ່ແນໃສ່ເພື່ອເພີ່ມທະວີ ມິດຕະພາບ ແລະ ຄວາມເຂົ້າໃຈຊຶ່ງກັນ ແລະ ກັນ ລະຫວ່າງນັກສື່ມວນຊົນກໍ່ຄືລະຫວ່າງປະຊາຊົນຂອງທັງສອງປະເທດໃຫ້ເລິກເຊິ່ງແໜ້ນແຟ້ນຂຶ້ນກ່ວາເກົ່າ. ຂ່າວ: ຣັດສະໝີ ດວງສັດຈະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ