ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າກົມທະຫານຊາຍແດນຢ້ຽມຢາມກົມກອງທະຫານຊາຍແດນແຂວງໄຊຍະບູລີ
ເວລາອອກຂ່າວ: 2021-11-23 09:54:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 366 | ຄວາມນິຍົມ:



ໃນວັນທີ 18 ພະຈິກ 2021 ນີ້, ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານ ຊາຍແດນກົມໃຫຍ່ເສນາທິການ ກອງທັບ ພ້ອມດ້ວຍຄະນະໄດ້ ເຄື່ອນໄຫວຢ້ຽມຢາມ ແລະ ພົບ ປະໂອ້ລົມກອງຮ້ອຍທະຫານ ຊາຍແດນ 152 ໂດຍມີ ສະຫາຍ ພົນຈັດຕະວາ ກູດ ພົມມາ ຫົວ ໜ້າການທະຫານກອງບັນຊາ ການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາກອງ ຮ້ອຍທະຫານ ຊາຍແດນ 150, 151 ແລະ 153 ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ຮ້ອຍເອກ ອິນສະແຫວງ ສຸກສະຫວັດ ຫົວ ໜ້າການທະຫານກອງຮ້ອຍທະ ຫານຊາຍແດນ 152, ກໍໄດ້ລາຍ ງານສະພາບການໂດຍລວມຂອງ ກົມກອງຕິດພັນກັບການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະ ເທດວາງອອກ ແລະ ການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ ເຄື່ອນໄຫວລາດຕາເວນລຽບ ຕາມຊາຍແດນ ແລະ ຂອບເຂດ ຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມສະຫງົບປອດໄພໂດຍ ພື້ນຖານ. ຈາກນັ້ນ ສະຫາຍຫົວ ໜ້າກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບ ກໍ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ-ຄະນະບັນຊາກອງຮ້ອຍທະຫານ ຊາຍແດນ 152, 150, 151 ແລະ 153 ເຊິ່ງສະຫາຍໄດ້ຍົກ ໃຫ້ເຫັນສະພາບການລວມທັງ ພາຍໃນ ແລະ ຕ່າງປະເທດໂດຍ ສະເພາະແມ່ນການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນປັດ ຈຸບັນ ພ້ອມທັງຍ້ອງຍໍຊົມເຊີຍຜົນ ງານທີ່ບັນດາກົມກອງປະຕິບັດ ໄດ້ໃນໄລຍະຜ່ານມາ ແລະ ເນັ້ນ ໜັກໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ, ກອງຮ້ອຍທະ ຫານຊາຍແດນແຂວງໄຊຍະບູລີ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ນຳພາແນວຄິດໃຫ້ ພະນັກງານ-ນັກຮົບມີແນວຄິດ ອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການ ນຳພາຂອງພັກ-ລັດ, ຈຳແນກໃຫ້ ໄດ້ມິດສັດຕູຢ່າງຈະແຈ້ງ, ເອົາໃຈ ໃສ່ເຝິກແອບຮໍ່າຮຽນດ້ານສິລະ ປະຢຸດ-ຍຸດທະວິທີ, ມີສະຕິເປັນ ເຈົ້າການປ້ອງກັນຂອບເຂດບໍລິ ເວນທີ່ຢູູ່ໃນຄວາມຮັບຜິດຊອບ ຂອງຕົນ ຖ້າເຫັນສິ່ງທີ່ຜິດປົກ ກະຕິໃຫ້ຮີບຮ້ອນລາຍງານຂັ້ນ ເທິງ ແລະ ແກ້ໄຂໃຫ້ທັນກັບສະ ພາບການ, ເອົາໃຈໃສ່ເພີ່ມພູນຜະ ລິດຜົນຕາມຄຳຂວັນທີ່ວ່າເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ໂອກາດນີ້, ສະຫາຍ ໄດ້ມອບເຈວ ລ້າງມື ແລະຜ້າປິດປາກ-ດັງໃຫ້ ແຕ່ລະກອງຮ້ອຍທະຫານຊາຍ ແດນເພື່ອປ້ອງກັນພະຍາດໂຄ ວິດ-19 ອີກດ້ວຍ. ຂ່າວ: ໄຊຍະສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ