ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທີມຊາດຫວຽດນາມ ກຽມຄວາມພ້ອມເພື່ອປ້ອງກັນ ແຊັມອາຊຽນ ຫຼື AFF SUZUKI CUP 2020
ເວລາອອກຂ່າວ: 2021-11-23 11:08:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 92 | ຄວາມນິຍົມ:



ທີມຊາດຫວຽດນາມ ແຊັມ ເກົ່າຄັ້ງຜ່ານມາ ປີ 2018 ທີ່ຄຸມ ທີມໂດຍ ປາກຮັງໂຊ ຄູເຝິກຊາວ ສາທາລະນະລັດເກົາຫຼີ ອາຍຸ 64 ປີ ໄດ້ປະກາດ 33 ນັກເຕະຊຸດ ກຽມຄວາມພ້ອມເຂົ້າຮ່ວມການ ແຂ່ງຂັນເຕະບານຊາຍຊີງແຊັມ ອາຊຽນ ຫຼື AFF SUZUKI CUP 2020 ທີ່ເລື່ອນໄປແຂ່ງ ຂັນ ໃນປີ 2021 ຍ້ອນຜົນກະທົບ ຂອງພະຍາດໂຄວິດ-19, ຈະ ແຂ່ງໃນວັນທີ 5 ທັນວາ 2021 ຫາ ວັນທີ 1 ມັງ ກອນ 2022, ເຊິ່ງທີມຊາດຫວຽດນາມ ຢູ່ກຸ່ມ B ຮ່ວມກັບ ມາເລເຊຍ ຮອງ ແຊັມເກົ່າ, ອິນໂດເນເຊຍ, ທີມ ຊາດລາວ ແລະ ກຳປູເຈຍ. ສຳລັບ 33 ນັກເຕະຊຸດນີ້ 26 ຄົນມາຈາກຊຸດຄັດເລືອກບານ ໂລກ 2022 ຂົງເຂດອາຊີ ຮອບ 12 ທີມສຸດທ້າຍ ແລະ ອີກ 7 ຄົນ ມາຈາກ U23 ຊຸດທີ່ຜ່ານຮອບ ຄັດເລືອກຊີງແຊັມອາຊີ 2022 ປະກອບມີ: ກອງຫຼັງ 12 ຄົນປະກອບມີ: ເກວ້ຫງັອກຮ໊າຍ, ບຸ່ຍຕ່ຽນຊຸ໊ງ, ຫງຽນແທັງບິ່ງ, ໂດ໊ຊຸຍແມັງ, ເຈິ່ນດິ່ງຈ໋ອງ, ຫງຽນແທັງຈຸງ, ບຸ່ຍຮວາງຫວຽດແອັງ, ວູ໊ວັນ ແທັງ, ຫງຽນຟອງຮົງຊຸຍ, ໂຮ່ໂຕນ ຕ່າຍ ຈາກ ບິງດິ້ງ, ຟາມຊວນ ແລະ ໂດແທັງທິ້ງ. ກອງກາງ 10 ຄົນ ປະກອບ ມີ: ເລືອງຊວນເຈື່ອງ, ຫງຽນ ຕວນແອັງ, ເຈິ່ນມິ່ງເວືອງ, ຫງຽນ ກວາງຮ໊າຍ, ຟ້າມດຶກຮຸຍ, ເລວັນ ຊວນ, ຫງຽນຮວາງດຶກ, ຟານວັນ ດຶກ, ລີກົງຮວາງແອັງ U23 ແລະ ເລວັນໂດ. ກອງໜ້າ 7 ຄົນ ປະກອບ ມີ: ຫງຽນກົງເຟືອງ, ຫງຽນ ວັນຕ່ວນ, ຫງຽນຕ່ຽນລິງ, ຮ່າ ດຶກຈິງ, ຟ້າມຕວນຮ໊າຍ, ໂຮ່ແທັງ ມິງ U23 ແລະ ເຈິ່ນວັນດ້າດ. ຜູ້ຮັກສາປະຕູ 4 ຄົນປະກອບ ມີ: ຫງຽນວັນຮວາງ, ບຸ່ຍໂຕນ ເຈື່ອງ, ເຈິ່ນຫງຽນແມັງ, ກວນ ວັນຈ໊ວນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ