ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ລາວ-ໄທ ປຶກສາຫາລືວຽກງານຊາຍແດນ
ເວລາອອກຂ່າວ: 2021-11-24 10:11:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 149 | ຄວາມນິຍົມ:



ກອງປະຊຸມໜ່ວຍປະສານ ງານປະຈຳພື້ນທີ່ຊາຍແດນ ລາວ- ໄທ, ໄທ-ລາວ ລະຫວ່າງສອງ ແຂວງພາກເໜືອ ຄື: ແຂວງໄຊ ຍະບູລີ, ແຂວງບໍ່ແກ້ວ ກັບ ກອງ ກຳລັງຜາເມືອງ, ກອງທັບພາກທີ 3 ແຫ່ງຣາຊະອານາຈັກໄທ ຄັ້ງ ປະຖົມມະລຶກ ປະຈຳປີ 2021 ເຊິ່ງໄດ້ຈັດຂຶ້ນໃນວັນທີ 19 ພະ ຈິກ 2021 ນີ້, ທີ່ ອໍາເພີ ສະເຫຼີມ ພະກຽດ ຈັງຫວັດນ່ານ ປະເທດໄທ ໂດຍການເປັນປະທານຮ່ວມຝ່າຍ ລາວນຳໂດຍ ທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະ ຫານຊາຍແດນ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າຄະນະປະຕິບັດງານເພື່ອ ແກ້ໄຂບັນຫາຢາເສບຕິດຕາມ ຊາຍແດນ ລາວ-ໄທ ແລະ ຝ່າຍ ໄທ ໂດຍແມ່ນ ທ່ານ ພົນໂທ ພົງ ເທບ ແກ້ວໄຊໂຍ ເຈົ້າກົມກິດ ຈະ ການຊາຍແດນທະຫານ, ກອງ ບັນຊາການກອງ ທັບໄທ ຫົວໜ້າ ຄະນະປະຕິບັດງານເພື່ອແກ້ໄຂ ບັນຫາຢາເສບຕິດຕາມຊາຍແດນ ໄທ-ລາວ ແລະ ພາກສ່ວນທີ່ກ່ຽວ ຂ້ອງ ທັງສອງຝ່າຍ ລາວ-ໄທ, ໄທ-ລາວເຂົ້າຮ່ວມ. ກອງປະຊຸມໄດ້ມີການທົບ ທວນຄືນຜົນຂອງການປະຕິບັດ ງານທີ່ຜ່ານມາ, ທັງເປັນການ ແລກປ່ຽນຄວາມຄິດເຫັນ ແລະ ປຶກສາຫາລືການແກ້ໄຂບັນຫາ ຢາເສບຕິດຮ່ວມກັນ ເຊິ່ງໄລຍະ ຜ່ານມາເຫັນວ່າທັງສອງຝ່າຍ ໄດ້ຕັ້ງໜ້າ ແລະ ເອົາໃຈໃສ່ຈັດ ຕັ້ງຜັນຂະຫຍາຍແຜນການຮ່ວມ ມືຢ່າງເປັນປະຈຳ ແລະ ໄດ້ມີການ ສະກັດກັ້ນ, ແກ້ໄຂຈັບກຸມຜູ້ກະ ທຳຜິດຄ້າຂາຍຢາເສບຕິດໄດ້ ຢ່າງຕໍ່ເນື່ອງເຮັດໃຫ້ບໍລິເວນຊາຍ ແດນເປັນລະບຽບຮຽບຮ້ອຍ. ໃນຕອນທ້າຍຄະນະຜູ້ແທນ ກອງປະຊຸມທັງສອງຝ່າຍ ກໍໄດ້ ສະແດງຄວາມຂອບໃຈເຊິ່ງກັນ ແລະ ກັນ, ເຊິ່ງໃຫ້ການຮ່ວມມື ທັງສອງຝ່າຍເປັນເອກະພາບໃນ ຫຼາຍບັນຫາທີ່ສຳຄັນ, ອັນເປັນ ການປະກອບສ່ວນອັນສຳຄັນ ກ່ຽວກັບການແກ້ໄຂບັນຫາຢາ ເສບຕິດ ຕາມຊາຍແດນ ລາວ- ໄທ, ໄທ-ລາວໃຫ້ມີຄວາມຄືບ ໜ້າດີຂຶ້ນ, ມີຄວາມສອດຄ່ອງ ກ້າວໄປສູ່ການຮ່ວມມືໃນການ ແກ້ໄຂບັນຫາຢາເສບຕິດຕາມ ຊາຍແດນລາວ-ໄທ ໃຫ້ເກີດມີ ປະສິດທິພາບໃນພື້ນທີ່ພາກເໜືອ ຂອງລາວຄື: ແຂວງໄຊຍະບູລີ-ແຂວງບໍ່ແກ້ວ ກັບພື້ນທີ່ພາກ ເໜືອຂອງໄທຄື: ຈັງຫວັດຊຽງ ຣາຍ, ຈັງຫວັດພະເຍົາ, ຈັງຫວັດ ນ່ານ, ຈັງຫວັດອຸດຕະຣາດິດ ແລະ ຈັງຫວັດພິດສະນຸໂລກ. ກອງປະຊຸມຄັ້ງນີ້ຍັງໄດ້ຮ່ວມກັນ ລົງນາມໃນ່ຮ່າງບົດບັນທຶກກອງ ປະຊຸມໜ່ວຍປະສານງານປະ ຈຳພື້ນທີ່ຊາຍແດນລາວ-ໄທ ໂດຍການໃຫ້ກຽດລົງນາມຝ່າຍ ລາວ ທ່ານ ພົນຈັດຕະວາ ກູດ ພົມ ມາ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງໄຊ ຍະບູລີ ຫົວໜ້າໜ່ວຍປະສານ ງານປະຈຳພື້ນທີ່ຊາຍແດນລາວ-ໄທ ພາກເໜືຂອງລາວ ຝ່າຍໄທ ທ່ານ ພົນຕີ ນະຣິດ ຖາວອນວົງ ຜູ້ບັນຊາການກອງກຳລັງຜາ ເມືອງ ຫົວໜ້າໜ່ວຍປະສານງານ ປະຈຳພື້ນທີ່ຊາຍແດນ ໄທ-ລາວ ພື້ນທີ່ພາກເໜືອຂອງໄທ, ທັງນີ້ ກໍເພື່ອເສີມຂະຫຍາຍສາຍພົວ ພັນມິດຕະພາບອັນເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ດີລະຫວ່າງສອງຊາດ, ສອງກອງທັບ ລາວ-ໄທ ບົນພື້ນຖານຫຼັກການ ຂອງຄວາມສະເໝີພາບຕ່າງ ຝ່າຍຕ່າງມີຜົນປະໂຫຍດ, ການ ເຄົາລົບສິດອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ຄວາມເປັນເອກະລາດທາງດ້ານ ການເມືອງ ແລະ ບໍ່ແຊກແຊງ ເຂົ້າກິດຈະການພາຍໃນຂອງ ກັນ ແລະ ກັນໃຫ້ນັບມື້ກ້າວໜ້າຂະ ຫຍາຍຕົວ ແລະ ມີຄວາມສະ ຫງົບປອດໄພ, ຄວາມເປັນລະ ບຽບຮຽບຮ້ອຍຕາມຊາຍແດນ ຂອງສອງປະເທດອີກດ້ວຍ. ໂດຍ: ໄຊຍະສັກ ມະນີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ