ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າການທະຫານ ກອງພົນທີ 2 ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນ, ຄວບຄຸມພະຍາດໂຄວິດ-19 ຢູ່ໂຮງໝໍພາກສະໜາມ
ເວລາອອກຂ່າວ: 2021-11-24 10:32:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 477 | ຄວາມນິຍົມ:



ໃນວັນທີ 17 ພະຈິກ 2021 ນີ້, ສະຫາຍ ພັນເອກ ຄໍາດີ ໄຊຍະ ວົງ ຫົວໜ້າການທະຫານ ກອງພົນ ທີ 2 ໄດ້ເຄື່ອນໄຫວຊີ້ນໍາວຽກ ງານການປ້ອງກັນຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດ ຂອງ ພະຍາດໂຄວິດ - 19 ຢູ່ໂຮງໝໍ ພາກ ສະໜາມ ກອງພັນ 413, ມີສະ ຫາຍ ພັນໂທ ບຸນກໍ່າ ພີມພົງພັນ ຫົວໜ້າຫ້ອງພະລາທິການກອງ ພົນທີ 2, ມີຄະນະພັກ-ຄະນະບັນ ຊາກອງພັນ 224 ພ້ອມດ້ວຍພະ ນັກງານວິຊາສະເພາະແພດໝໍ ເຂົ້າຮ່ວມ. ຈຸດປະສົງໃນການເຄື່ອນໄຫວ ຄັ້ງນີ້ ເພື່ອເປີດນໍາໃຊ້ໂຮງໝໍພາກ ສະໜາມ ( ສູນກັກກັນ ແລະ ປິ່ນ ປົວພະຍາດໂຄວິດ-19 ) ຢູ່ກອງ ພັນ 413, ກອງພັນໃຫຍ່ 202 ກອງພົນທີ 2, ພ້ອມທັງມອບໝາຍ ພະນັກງານວິຊາສະເພາະແພດ ໝໍທີ່ປະຈໍາການຢູ່ໂຮງໝໍພາກ ສະໜາມຈໍານວນ 4 ສະຫາຍ, ໂດຍຈະມີການຜັດປ່ຽນກັນໃນ ແຕ່ລະໄລຍະເພື່ອດູແລ, ຕິດຕາມ ອາການຂອງຄົນເຈັບທີ່ຖືກເກັບ ຕົວຢ່າງສົ່ງມາຈໍາກັດບໍລິເວນຢູ່ ສູນກັກກັນ ຖ້າຜົນອອກເປັນບວກ ຈຶ່ງປິ່ນປົວຕາມອາການຂອງຄົນ ເຈັບໃຫ້ຫາຍດີສາມາດກັບມາ ໃຊ້ຊີວິດເປັນປົກກະຕິຢູ່ໃນ ສັງຄົມ ກໍຄືຢູ່ກົມກອງ. ໂດຍ: ສຸວັນໂນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ