![](../images/HEADERS.jpg)
ກົມທະຫານຊາຍແດນ ກສນ ມອບໂຄງການກໍ່ສ້າງກອງຮ້ອຍທະຫານຊາຍແດນ 315 ໃຫ້ທະຫານແຂວງຄຳມ່ວນ.
ເວລາອອກຂ່າວ: 2019-01-16 10:34:35 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 349219467 | ຄວາມນິຍົມ:
ໃນວັນທີ 12 ມັງກອນ 2019ນີ້, ທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານ ຊາຍແດນ ກົມໃຫຍ່ເສນາທິການ ກອງທັບ ( ກສນ ) ໄດ້ມອບໂຄງ ການກໍ່ສ້າງຄ້າຍກອງຮ້ອຍທະ ຫານຊາຍແດນ 315 ໃຫ້ກອງ ບັນຊາການທະຫານແຂວງຄຳ ມ່ວນ ໃນນັ້ນມີຫ້ອງການ 1 ຫຼັງອາຄານຊັ້ນດຽວຂະຫນາດ 33x7 ແມັດ, ຫ້ອງນອນໂສດ 1 ຫຼັງຂະຫນາດ 36x8 ແມັດ, ເຮືອນຄົວ 1 ຫຼັງຂະຫນາດ 18x 30 ແມັດ, ສາງອາວຸດຂະຫນາດ 8x5 ແມັດ, ຫ້ອງນ້ຳຂະຫນາດ 9x50x7 ແມັດ ແລະ ປະຕູໂຂງ ຂະຫນາດ 7,5x2x2 ແມັດ ລວມມູນຄ່າທັງໝົດ 5 ຕື້ກວ່າ ກີບ, ກ່າວຮັບໂດຍ ພັນເອກ ຄຳພາ ຕາງຊາຢຸດ ຫົວໜ້າການທະ ຫານທະຫານແຂວງຄຳມ່ວນ, ເຊິ່ງມີ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກເມືອງ ຫົວຫນ້າ ຄະນະຈັດຕັ້ງເມືອງຫນອງບົກ, ຄະນະພັກ-ຄະນະບັນຊາ, ພະ ນັກງານ-ນັກຮົບ, ອຳນາດການ ປົກຄອງບ້ານ, ປກສ ບ້ານພ້ອມດ້ວຍພໍ່ແມ່ປະຊາຊົນອ້ອມຂ້າງ ເມືອງຫນອງບົກເຂົ້າຮ່ວມເປັນ ສັກຄີພິຍານ.
ພົນຈັດຕະວາ ສີພັນ ພຸດທະ ວົງ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງ ການກໍ່ສ້າງກອງຮ້ອຍທະຫານ ຊາຍແດນ 315 ເປັນໂຄງການ ຂອງລັດຖະບານມອບໃຫ້ກະ ຊວງປ້ອງກັນປະເທດເປັນຜູ້ຄຸ້ມ ຄອງໂດຍໃຫ້ບໍລິສັດລາວີນາໂກ້ 36 ກໍ່ສ້າງຈຳກັດຜູ້ດຽວເປັນຜູ້ ລົງທຶນກ່ອນ 100% ໂຄງການ ນີ້ໄດ້ລົງມືຈັດຕັ້ງປະຕິບັດມາແຕ່ ເດືອນ 8 ປີ 2017 ມາເຖິງປັດຈຸ ບັນໃຊ້ເວລາກໍ່ສ້າງທັງຫມົດ 1 ປີ 4 ເດືອນ ໄດ້ສຳເລັດ100% ພົນຈັດຕະວາ ສີພັນ ພຸດທະວົງ ໃນນາມເຈົ້າຂອງໂຄງການຂໍສະແດງຄວາມຂອບອົກຂອບໃຈມາ ຍັງສະຫາຍ ຈິງວັນຫຽນ ຮອງ ປະທານບໍລິສັດລານາວີໂກ້ 36 ກໍ່ສ້າງຈຳກັດຜູ້ດຽວທີ່ໄດ້ສະຫຼະ ຂອງຕົນ ປະກອບສ່ວນເຂົ້າໃນ ການກໍ່ສ້າງໂຄງການດັ່ງກ່າວຈົນ ສຳເລັດ ແລະ ຂໍມອບຕໍ່ໃຫ້ກອງບັນຊາການທະຫານແຂວງຄຳ ມ່ວນກໍຄືກອງຮ້ອຍທະຫານຊາຍ ແດນ 315 ເປັນຜູ້ຄຸ້ມຄອງນຳໃຊ້ ແລະ ປົກປັກຮັກສາຕໍ່ໄປ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ