ທະຫານແຂວງຜົ້ງສາລີ ປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ.
ເວລາອອກຂ່າວ: 2019-01-16 10:35:30 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 349219505 | ຄວາມນິຍົມ:
ເພື່ອທົບທວນຫວນຄືນປະ ຫວັດມູນເຊື້ອແຫ່ງການເຕີບໃຫຍ່ ຂະຫຍາຍຕົວ ແລະ ຜົນງານຄຸນງາມຄວາມດີຂອງບັນພະບູລຸດທີ່ໄດ້ເສຍສະລະເລືອດເນື້ອເພື່ອ ພັກ-ເພື່ອລັດ ແລະ ເພື່ອປະເທດ ຊາດຕະຫຼອດໄລຍະ 70 ປີ, ມາໃນຕອນເຊົ້າຂອງວັນທີ 10 ມັງ
ກອນ 2019ນີ້,ຢູ່ທີ່ສະໂມສອນ
ກອງບັນຊາການທະຫານແຂວງ ຜົ້ງສາລີ ໄດ້ຈັດພິທີປາຖະກະຖາ ເຫຼົ່າມູນເຊື້ອວັນສ້າງຕັ້ງກອງທັບ
ປະຊາຊົນລາວ ຄົບຮອບ 70 ປີ ( 20 ມັງກອນ 1949-20 ມັງ ກອນ 2019) ພາຍໃຕ້ການເຂົ້າ ຮ່ວມຂຶ້ນປາຖະກະຖາຂອງທ່ານ ຄໍາເຈັນ ວົງໂພສີ ກໍາມະການສູນກາງພັກ,ເລຂາພັກແຂວງເຈົ້າແຂວງຜົ້ງສາລີ,ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ, ມີຄະນະປະຈຳພັກ, ຄະ ນະພັກ-ຄະນະບັນຊາກອງບັນ ຊາການ, ຄະນະຫ້ອງອົງການ 5 ຫ້ອງ ຕະຫຼອດຮອດນາຍ ແລະ ພົນທະຫານ ພາຍໃນອົງການ 5 ຫ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີປະທານໄດ້ເຫລົ່າເຖິງປະຫວັດມູນເຊື້ອການເຕີບໃຫຍ່ຂະຫຫຍາຍຕົວຂອງກອງທັບປະ ຊາຊົນລາວຕະຫຼອດໄລຍະ 70 ປີ (20 ມັງກອນ 1949-20 ມັງ ກອນ 2019)ທີ່ມີການຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານຢ່າງພິລະອາດຫານເຊິ່ງສະແດງໃຫ້ເຫັນຄວາມສາມັກຄີປອງດອງຂອງກອງທັບກັບປະຊາຊົນລາວບັນ ດາເຜົ່າ ແລະ ຍາດເອົາໄຊຊະນະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ວຍຊາດເຮັດສຳເລັດພາ ລະກຳປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ໄດ້ຢ່າງ ສົມບູນ ແລະ ໄດ້ປະກາດສ້າງ ຕັ້ງກອງທັບປະຊາຊົນລາວຂຶ້ນ ໃນວັນທີ 20 ມັງກອນ 1949 ຢູ່ເຂດທີ່ໜັ້ນຖ້ຳແມ ເຂດລາວ ຮຸ່ງເມືອງຊຽງຄໍ້ ແຂວງຫົວພັນ ໃນເວລານັ້ນໂດຍແມ່ນທ່ານປະ ທານ ໄກສອນ ພົມວິຫານ ເປັນຜູ້ນຳພາ-ບັນຊາ ແລະ ໄດ້ສະຖາ ປະນາເປັນປະເທດ ສປປ ລາວ ໃນວັນທີ 2 ທັນວາ 1975 ຢ່າງ ສົມບູນ.
ໂດຍ: ບຸນເລີດ ສີບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ