ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານເມືອງນໍ້າບາກ ເຜີຍແຜ່ເຊື່ອມຊຶມຄໍາສັ່ງ ຂອງກົມການເມືອງສູນກາງພັກ
ເວລາອອກຂ່າວ: 2021-11-26 15:07:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1061 | ຄວາມນິຍົມ:



ໃນວັນທີ 23 ພະຈິກ 2021 ນີ້, ກອງບັນຊາການທະຫານ ເມືອງນໍ້າບາກແຂວງຫຼວງພະ ບາງ ໄດ້ເຜີຍແຜ່ເຊື່ອມຊຶມຄໍາ ສັ່ງເລກທີ 01, 02 ຂອງກົມການ ເມືອງສູນກາງພັກ ແລະ ມະຕິ 03, 04 ຂອງສະພາແຫ່ງຊາດ ວ່າດ້ວຍ 2 ວາລະແຫ່ງຊາດ ຢູ່ທີ່ສະໂມສອນກົມກອງຂອງຕົນ. ໂດຍການເປັນປະທານເຜີຍແຜ່ ເຊື່ອມຊຶມຂອງ ສະຫາຍ ພັນໂທ ຊຽງປ້ານ ບຸນທຽມພົ້ວ ຮອງ ຫົວໜ້າການທະຫານກອງບັນ ຊາການທະຫານເມືອງນໍ້າບາກ, ມີຄະນະພັກ-ຄະນະບັນຊາກອງ ບັນຊາການທະຫານເມືອງ, ກອງ ຮ້ອຍ 26 ຕະຫຼອດຮອດພະນັກ ງານ-ນັກຮົບພາຍໃນກອງບັນຊາການທະຫານເມືອງດັ່ງກ່າວເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ. ໃນພິທີ ສະຫາຍ ຮອງຫົວໜ້າ ການທະຫານກອງບັນຊາການ ທະຫານເມືອງນໍ້າບາກທະຫານແຂວງຫຼວງພະບາງ ໄດ້ເຜີຍແຜ່ເຊື່ອມຊຶມບັນລະຍາຍເອກະສານ ວ່າດ້ວຍ ຄໍາສັ່ງເລກທີ 01, 02, ຂອງກົມການເມືອງສູນກາງພັກ ແລະ ມະຕິ 03, 04 ຂອງສະ ພາແຫ່ງຊາດ ວ່າດ້ວຍ 2 ວາລະ ແຫ່ງຊາດໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ເຊື່ອມຊຶມເຂົ້າໃຈແຈ້ງ ຢ່າງເລິກເຊິ່ງຢ່າງເປັນທາງການ ຕໍ່ກັບບັນດາເນື້ອໃນຈິດໃຈເອກະ ສານທີ່ສໍາຄັນດັ່ງກ່າວກໍ່ຄືແນວ ທາງແຜນນະໂຍບາຍປ່ຽນແປງ ໃໝ່ຂອງພັກ-ລັດນໍາໄປຈັດຕັ້ງ ປະຕິບັດເຂົ້າສູ່ຊີວິດຕົວຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ