ທະຫານເມືອງນໍ້າບາກ ເຜີຍແຜ່ເຊື່ອມຊຶມຄໍາສັ່ງ ຂອງກົມການເມືອງສູນກາງພັກ
ເວລາອອກຂ່າວ: 2021-11-26 15:07:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1118 | ຄວາມນິຍົມ:
ໃນວັນທີ 23 ພະຈິກ 2021 ນີ້, ກອງບັນຊາການທະຫານ ເມືອງນໍ້າບາກແຂວງຫຼວງພະ ບາງ ໄດ້ເຜີຍແຜ່ເຊື່ອມຊຶມຄໍາ ສັ່ງເລກທີ 01, 02 ຂອງກົມການ ເມືອງສູນກາງພັກ ແລະ ມະຕິ 03, 04 ຂອງສະພາແຫ່ງຊາດ ວ່າດ້ວຍ 2 ວາລະແຫ່ງຊາດ ຢູ່ທີ່ສະໂມສອນກົມກອງຂອງຕົນ. ໂດຍການເປັນປະທານເຜີຍແຜ່ ເຊື່ອມຊຶມຂອງ ສະຫາຍ ພັນໂທ
ຊຽງປ້ານ ບຸນທຽມພົ້ວ ຮອງ
ຫົວໜ້າການທະຫານກອງບັນ
ຊາການທະຫານເມືອງນໍ້າບາກ, ມີຄະນະພັກ-ຄະນະບັນຊາກອງ ບັນຊາການທະຫານເມືອງ, ກອງ
ຮ້ອຍ 26 ຕະຫຼອດຮອດພະນັກ
ງານ-ນັກຮົບພາຍໃນກອງບັນຊາການທະຫານເມືອງດັ່ງກ່າວເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ໃນພິທີ ສະຫາຍ ຮອງຫົວໜ້າ ການທະຫານກອງບັນຊາການ ທະຫານເມືອງນໍ້າບາກທະຫານແຂວງຫຼວງພະບາງ ໄດ້ເຜີຍແຜ່ເຊື່ອມຊຶມບັນລະຍາຍເອກະສານ ວ່າດ້ວຍ ຄໍາສັ່ງເລກທີ 01, 02, ຂອງກົມການເມືອງສູນກາງພັກ ແລະ ມະຕິ 03, 04 ຂອງສະ
ພາແຫ່ງຊາດ ວ່າດ້ວຍ 2 ວາລະ ແຫ່ງຊາດໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ເຊື່ອມຊຶມເຂົ້າໃຈແຈ້ງ ຢ່າງເລິກເຊິ່ງຢ່າງເປັນທາງການ ຕໍ່ກັບບັນດາເນື້ອໃນຈິດໃຈເອກະ ສານທີ່ສໍາຄັນດັ່ງກ່າວກໍ່ຄືແນວ ທາງແຜນນະໂຍບາຍປ່ຽນແປງ ໃໝ່ຂອງພັກ-ລັດນໍາໄປຈັດຕັ້ງ ປະຕິບັດເຂົ້າສູ່ຊີວິດຕົວຈິງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ