ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງຮ້ອຍສື່ສານ ກອງພັນໃຫຍ່ 302 ປີດຊຸດອົບຮົມເຫຼົ່າຮົບ
ເວລາອອກຂ່າວ: 2021-11-26 15:08:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 367 | ຄວາມນິຍົມ:



ວັນທີ 24 ພະຈິກ 2021 ນີ້, ກອງຮ້ອຍສື່ສານທີ່ຂຶ້ນກັບພະ ແນກເສນາທິການ ກອງພັນ ໃຫຍ່ 302 ໄດ້ຈັດຕັ້ງປີດຊຸດອົບ ຮົມເຫຼົ່າຮົບ ວິຊາສະເພາະສື່ ສານໄລຍະສັ້ນ ຊຸດທີ 1 ປະຈຳປີ 2021 ທົ່ວກອງພັນໃຫຍ່ 302 ຂຶ້ນຢູ່ທີ່ກົມກອງຂອງຕົນ, ໂດຍ ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນໂທທອງຄືນ ສຸລິວັນ ຮອງຫົວໜ້າພະແນກເສນາທິ ການ ກອງພັນໃຫຍ່ 302, ມີ ສະຫາຍ ພັນຕີ ຄຳວົງ ໄຊຍະສີ ຫົວໜ້າຂະແໜງສື່ສານ, ມີບັນ ດາຄະນະພັກ-ຄະນະບັນຊາ 2 ກອງພັນ ແລະ ຄະນະພັກ-ຄະ ນະບັນຊາ ກອງຮ້ອຍສື່ສານ ພ້ອມ ດ້ວຍນັກສຳມະນາກອນມາ ຈາກ 2 ກອງພັນ 403, 416 ແລະ ກອງຮ້ອຍດັ່ງກ່າວເຂົ້າຮ່ວມ 30 ສະຫາຍ. ສະຫາຍ ພັນຕີ ຄຳວົງ ໄຊຍະສີ ຫົວໜ້າຂະແໜງສື່ສານໄດ້ຂຶ້ນ ຜ່ານບົດສະຫຼຸບຜ່ານການເຝິກ ອົບຮົບ ໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເປັນຕົ້ນແມ່ນ ວັດຖຸອົບຮົມ-ຫັດແອບ ບໍ່ທັນ ຕອບສະໜອງຕາມບົດຮຽນ, ສະຖານທີ່ເຝິກແອບບໍ່ອຳນວຍຄວາມສະດວກ ແລະ ອື່ນໆ, ເຊິ່ງນັກສຳມະນາກອນ ໄດ້ເຝິກ ອົບຮົມກ່ຽວກັບທິດສະດີ ແລະ ຫຼັກການນຳໃຊ້ຈັກ XD-D9B1, 5 ວັນ, ສາມາດຕີລາຄາຜົນໄດ້ ຮັບຂັ້ນເກັ່ງບັນລຸໄດ້ 16 ສະຫາຍ ເທົ່າກັບ 53,33%, ຂັ້ນດີ 11 ສະຫາຍ ເທົ່າກັບ 36,66%, ຄາດໝາຍ 3 ສະຫາຍ ເທົ່າກັບ 10%, ອົບຮົມທິດສະດີ ແລະ ຫຼັກການນຳໃຊ້ຈັກ TBR 2.000, 5 ວັນ, ຂັ້ນເກັ່ງບັນລຸໄດ້ 16 ສະຫາຍ ເທົ່າກັບ 53,33%, ຂັ້ນດີ 12 ສະຫາຍ ເທົ່າກັບ 40%, ຄາດໝາຍ 2 ສະຫາຍ ເທົ່າກັບ 6,66%, ອົບຮົມຈັກ PRC146, 5 ວັນ, ຂັ້ນເກັ່ງບັນລຸໄດ້ 22 ສະຫາຍ ເທົ່າກັບ 73,33%, ຂັ້ນດີ 7 ສະຫາຍ ເທົ່າ 23,33%, ຄາດໝາຍ 1 ສະຫາຍ ເທົ່າ 3,33%, ອົບຮົມທິດສະດີ ແລະ ຫຼັກການນຳໃຊ້ກົດໂທລະລົມ, 15 ວັນ, ຂັ້ນເກັ່ງບັນລຸໄດ້ 15 ສະຫາຍ ເທົ່າກັບ 56,66%, ຂັ້ນດີ 11 ສະຫາຍ ເທົ່າກັບ 36,66%, ຄາດໝາຍ 2 ສະຫາຍ ເທົ່າກັບ 6,66%. ທັງນີ້ກໍເພື່ອ ເຮັດໃຫ້ນັກເຝິກອົບຮົມໄດ້ຮຽນຮູ້ທາງດ້ານວິຊາສະເພາະເຫຼົ່າ ຮົບສື່ສານ ແລະວຽກງານການ ເມືອງຂອງກົມກອງໃຫ້ມີປະສິດ ຕິພາບສູງ, ເພື່ອຍົກລະດັບຄວາມ ຮູ້, ຄວາມສາມາດທາງດ້ານວິ ຊາສະເພາະ, ສິລະປະຍຸດ, ຍຸດ ທະວິທີສື່ສານໃຫ້ສູງຂຶ້ນກວ່າ ເກົ່າ, ເຮັດໃຫ້ນັກເຝິກອົບຮົມ ມີຄວາມຊຳນິຊຳນານ, ກຳໄດ້ທ່າ ຈັງຫວະບາດກ້າວ ແລະ ນຳໃຊ້ ເຂົ້າໃນວຽກງານສູ້ຮົບຕົວຈິງ ໄດ້ຢ່າງຄ່ອງແຄ້ວ. ໂອກາດດຽວກັນນີ້, ສະຫາຍ ພັນໂທ ທອງຄືນ ສຸລິວັນ ແລະ ສະຫາຍ ພັນຕີ ຄຳວົງ ໄຊຍະສີ ໄດ້ຜັດປ່ຽນກັນຂຶ້ນມອບຂອງ ຂວັນ ລາງວັນ ປະເພດທີ l ແລະ ປະເພດທີ ll ໃຫ້ແກ່ນັກເຝິກອົບ ຮົມທີ່ຮຽນດີ, ຮຽນເກັ່ງ ຕື່ມອີກ. ໂດຍ: ພອນແກ້ວ ວິໄລສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ