ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ທ່ານ ພົນໂທ ວີໄລ ຫຼ້າຄຳຟອງ ເຂົ້າຮ່ວມພິທີເປີດນຳໃຊ້ໂຮງພີມໂຊກພາໄຊ.
ເວລາອອກຂ່າວ: 2019-01-16 10:36:35 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1266 | ຄວາມນິຍົມ:



ກົມໃຫຍ່ພະລາທິການປ້ອງ ກັນຄວາມສະຫງົບ (ປກສ) ຮ່ວມກັບບໍລິສັດ ລິດປັນຍາ ອອກ ແບບ-ກໍ່ສ້າງຈໍາກັດຜູ້ດຽວໄດ້ ລົງນາມສັນຍາຮ່ວມທຸລະກິດ ເພື່ອພັດທະນາປັບປຸງໂຮງພິມ ປກສ. ພາຍຫລັງ, ດໍາເນີນການ ກໍ່ສ້າງ, ຕິດຕັ້ງເຄື່ອງຈັກສໍາ ເລັດ ແລະ ໄດ້ທົດລອງພິມສິ່ງ ພິມຕ່າງໆເຫັນວ່າຮູບຊົງສີສັນ ມີຄຸນະພາບດີ ສາມາດຮັບໃຊ້ ວຽກງານການພິມໃນກຳລັງ ປກສ ແລະ ສັງຄົມທົ່ວໄປໄດ້. ມາຮອດຕອນແລງວັນທີ 11 ມັງກອນ 2019 ນີ້, ໄດ້ຈັດພິ ທີເປີດນຳໃຊ້ໂຮງພິມ ໂຊກພາໄຊ ຈໍາກັດ ຢ່າງເປັນທາງການ ເຊິ່ງ ມີທີ່ຕັ້ງຢູ່ບ້ານໂພນສະອາດເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມຕັດ ຜ້າ ແລະ ລັ່ນຄ້ອງເປີດງານຂອງ ທ່ານ ພົນໂທ ວິໄລ ຫລ້າຄໍາຟອງ ເລຂາທິການສູນກາງພັກ, ລັດ ຖະມົນຕີກະຊວງ ປກສ, ທ່ານ ພົນຈັດຕະວາ ຄຳໄຕ ຄໍາແພງເພັດ ຫົວໜ້າກົມໃຫຍ່ພະລາທິ ການ ປກສ ແລະ ທ່ານ ນາງ ສຸ ນັດຕາ ລິດປັນຍາ ປະທານບໍລິ ສັດລິດປັນຍາອອກແບບ-ກໍ່ສ້າງ ຈໍາກັດຜູ້ດຽວ ມີບັນດາຄະນະນໍາ ກະຊວງ, ຕາງໜ້າຈາກກົມກອງ, ຂະແໜງການອ້ອມຂ້າງກະຊວງ ພ້ອມດ້ວຍແຂກຖືກເຊີນເຂົ້າ ຮ່ວມ. ທ່ານ ພົນຈັດຕະວາ ຄໍາໄຕ ຄໍາແພງເພັດ ໄດ້ກ່າວວ່າ: ເມື່ອກ່ອນ ໂຮງພິມຂອງກຳລັງ ປກສ ເປັນ ພຽງໂຮງພິມຂະໜາດນ້ອຍ, ເຄື່ອງຈັກບໍ່ທັນສະໄໝ, ການບໍ ລິການພິມຍັງຈໍາກັດ, ບໍ່ໄດ້ເປີດກວ້າງ ແລະ ຮັບໃຊ້ສະເພາະແຕ່ ພາຍໃນກໍາລັງ ປກສ;ແຕ່ພາຍຫລັງທີ່ໄດ້ອະນຸຍາດໃຫ້ເອກະຊົນມາຮ່ວມທຸລະກິດ ແລະ ພັດທະນາປັບປຸງຄືນໃໝ່ໄດ້ເຮັດໃຫ້ໂຮງພິມມີຄວາມທັນສະໄໝ ແລະ ມີຄຸນະພາບດີຂຶ້ນສາມາດ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານການພິມຮັບໃຊ້ພາຍໃນກໍາ ລັງ ປກສ ກໍຄື ສັງຄົມທົ່ວໄປ. ການປັບປຸງໂຮງພິມ ທ່ານ ນາງ ສຸນັດຕາ ລິດປັນຍາ ໄດ້ ລາຍງານໃຫ້ຮູ້ວ່າ: ປະກອບມີ: ກໍ່ສ້າງອາຄານ 3 ຫລັງ, ຕິດຕັ້ງເຄື່ອງຈັກໃໝ່ 13 ລາຍການ (ເຄື່ອງຈັກພິມອັອບເຊັດ 4 ສີ, ເຄື່ອງຈັກເຂົ້າກາວ, ເຄື່ອງຈັກເກັບ ຊ້ອນ, ເຄື່ອງໜີບຫົວປະຕິທິນ, ເຄື່ອງແປງກາວ, ເຄື່ອງເຮັດກາບ ປົກແຂງ, ເຄື່ອງລີດສະຕິກເກີ, ລີດເຈ້ຍ, ເຂົ້າຢ່ວງເຫລັກດູກງູ, ເຄື່ອງພັບ ແລະ ເຄື່ອງແພັກ, ນໍາ ໃຊ້ເຄື່ອງຈັກເກົ່າ 20 ລາຍການ ພ້ອມທັງປະກອບເຄື່ອງເຟີນີເຈີ, ຄອມພິວເຕີ ແລະ ພາຫະນະຮັບ ໃຊ້ອີກຈໍານວນໜຶ່ງມີມູນຄ່າການ ລົງທຶນທັງໝົດ 75,15 ຕື້ກີບ, ກໍານົດເວລາຮ່ວມທຸລະກິດ 45 ປີ, ກະຊວງ ປກສ ໄດ້ເອົາຊັບສິນ (ສິດນໍາໃຊ້ທີ່ດິນ) ປະກອບເປັນ ທຶນຮ່ວມທຸລະກິດຖືຫຸ້ນ 30% ແລະ ບໍລິສັດຖືຫຸ້ນ 70%. ສຳລັບຜະລິດຕະພັນສິ່ງພິມທີ່ ສາມາດຜະລິດໄດ້ລວມມີ: ປຶ້ມ ອ່ານ-ປຶ້ມຂຽນ, ປະຕິທິນ, ໃບບິນ, ໃບຍ້ອງຍໍ, ຖົງ, ແບບຟອມ ແລະ ແຟ້ມໃສ່ເອກະສານຕ່າງໆ, ລວມ ທັງຜະລິດປຶ້ມຄວາມປອດໄພ ຕ່າງໆເຊັ່ນ: ປຶ້ມແຊ໋ກທະນາ ຄານ, ໃບຕາດິນ ແລະ ໃບປະກາສະນິ ຍະບັດ, ຜະລິດສື່ສິ່ງພິມ ແລະ ປ້າຍໂຄສະນາ. ໃນຕໍ່ໜ້ານັ້ນຍັງ ຈະຍົກລະດັບການລົງທຶນຊື້ເຄື່ອງ ຈັກເພີ່ມຕື່ມ ເພື່ອໃຫ້ສາມາດຜະ ລິດສິ່ງພິມທີ່ມີຄວາມປອດໄພລະ ດັບຊາດ ແລະ ສາກົນເປັນຕົ້ນ: ອີ-ບໍເດີພາດ, ອີ-ພາດສະປອດ, ປື້ມຝາກເງິນທະນາຄານ, ຜະລິດ ບັດ ATM, ບັດວີຊາ ແລະ ບັດ ພະນັກງານຕ່າງໆ. ໂດຍ: ບຸນທະວີ ອິນທະມິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ