ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອົງການຈັດຕັ້ງມະຫາຊົນ ທະຫານແຂວງໄຊສົມບູນ ສ້າງຂະບວນການອອກແຮງງານຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ ຂອງຊາດ
ເວລາອອກຂ່າວ: 2021-11-29 10:27:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 224 | ຄວາມນິຍົມ:



ວັນທີ 25 ພະຈິກ 2021 ນີ້, ອົງການຈັດຕັ້ງມະຫາຊົນຊາວ ໜຸ່ມ-ແມ່ຍິງ ກອງບັນຊາການທະ ຫານແຂວງໄຊສົມບູນ ສ້າງຂະ ບວນການອອກແຮງງານລວມ ຢູ່ອານຸສາວະລີສາຍສໍາພັນສູ້ຮົບ ລາວ-ຫວຽດນາມ ແຂວງໄຊສົມ ບູນ, ເຊິ່ງນໍາພາໂດຍ ສະຫາຍ ພັນໂທ ບຸນເພັງ ທໍາມະວົງ ຫົວ ໜ້າພະແນກຊາວໜຸ່ມ ກອງບັນ ຊາການທະຫານແຂວງ, ມີສະ ຫາຍ ພັນຕີ ນາງ ສົມພອນ ສີບຸນເຮືອງ ຫົວໜ້າພະແນກສະ ຫະພັນແມ່ຍິງ ກອງບັນຊາການ ທະຫານແຂວງ ພ້ອມດ້ວຍສະ ມາຊິກ ຊາວໜຸ່ມ-ແມ່ຍິງອົງການ 5 ຫ້ອງເຂົ້າຮ່ວມ. ການອອກແຮງງານໃນຄັ້ງນີ້, ແມ່ນສຸມໃສ່ອະນາໄມໜານດອກ ໄມ້, ຖາງປ່າ ເຊິ່ງແຕ່ລະຄົນໄດ້ ເອົາໃຈໃສ່ດ້ວຍຄວາມຮັບຜິດ ຊອບສູງ ຈົນເຮັດໃຫ້ການ ອອກແຮງງານໃນຄັ້ງນີ້ສໍາ ເລັດຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍຄວາມ ສໍາຄັນ ເພື່ອຂໍ່ານັບຮັບຕ້ອນ ວັນຊາດ ທີ 2 ທັນວາ ຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດ ຂອງປະທານ ໄກສອນ ພົມວິ ຫານ ຄົບຮອບ 101 ປີ ທີ່ຈະ ມາເຖິງໃນມໍ່ໆ ນີ້, ທັງເປັນການ ອະນາໄມສະຖານທີ່ທັງພາຍ ໃນ ແລະ ພາຍນອກ ໃຫ້ມີ ຄວາມສະອາດຈົບງາມນອກ ຈາກນີ້, ຍັງເປັນການຮັດແໜ້ນ ຄວາມສາມັກຄີໃຫ້ມີຄວາມ ໜັກແໜ້ນຕື່ມອີກ. ໂດຍ: ມະລິ ສຸພັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ