ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະນາຄານສະຖາບັນການເງິນຈຸລະພາກ ສາຂາແຂວງອຸດົມໄຊ ມອບເຄື່ອງກີລາໃຫ້ກອງຮ້ອຍ 16
ເວລາອອກຂ່າວ: 2021-11-29 10:27:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 661 | ຄວາມນິຍົມ:



ໃນວັນທີ 24 ພະຈິກ 2021 ນີ້, ສະຫາຍ ວຽງແກ້ວ ໄພນະສອນ ຮັບຜິດຊອບວຽກງານການຕະ ຫຼາດ ສະຖາບັນການເງິນຈຸລະ ພາກ ສາຂາແຂວງອຸດົມໄຊ ພ້ອມດ້ວຍທິມງານໄດ້ນໍາເອົາ ເຄື່ອງກີລາມູນຄ່າ 545.000 ກີບ ມອບໃຫ້ກອງຮ້ອຍ 16, ເຊິ່ງ ໃຫ້ກຽດກ່າວຮັບໂດຍ ສະຫາຍ ຮ້ອຍເອກ ສົມສັກ ອີນແກ້ວວົງໄຊ ຫົວໜ້າການທະຫານກອງຮ້ອຍ 16, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບເຂົ້າ ຮ່ວມ. ສະຫາຍ ວຽງແກ້ວ ໄພນະສອນ ໄດ້ກ່າວມອບເຄື່ອງໃນຄັ້ງນີ້ວ່າ: ໃນສະພາບການຄວບຄຸມ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດ ໂຄວິດ-19 ນີ້, ເພື່ອ ສ້າງຄວາມສາມັກຄີຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ລະຫວ່າງຮາກ ຖານກັບກົມກອງໃຫ້ມີຄວາມ ແໜ້ນແຟ້ນຂຶ້ນເລື້ອຍໆ, ທັງເປັນ ການປະກອບສ່ວນຂະບວນ ການຂອງກົມກອງໃຫ້ມີບັນຍາ ກາດ ໃນວັນບຸນສຳຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ຂອງ ກອງທັບ. ໃນໂອກາດດຽວກັນນີ້, ສະຫາຍ ຮ້ອຍເອກ ສົມສັກ ອີນແແກ້ວ ວົງໄຊ ໄດ້ສະແດງຄວາມຂອບ ໃຈ ແລະ ຕີລາຄາສູງຕໍ່ ສະຖາ ບັນການເງິນຈຸລະພາກ ສາຂາ ແຂວງອຸດົມໄຊ ເຊິ່ງຍາມໃດ ກໍເຫັນໄດ້ຄວາມໝາຍຄວາມ ສຳຄັນຂອງວຽກງານປ້ອງກັນ ຊາດ ແລະ ວຽກງານຂະບວນ ການຕ່າງໆ ຂອງກົມກອງຕະ ຫຼອດມາ, ສໍາລັບເຄື່ອງທີ່ໄດ້ ຮັບໃນຄັ້ງນີ້ ຈະນໍາໃຊ້ເຂົ້າໃນ ວຽກງານຂະບວນການລວມ ຂອງກົມກອງໃຫ້ເກີດຜົນສູງ, ພ້ອມທັງອວຍພອນໄຊອັນປະ ເສີດມາຍັງພະນັກງານສະຖາ ບັນການເງິນຈຸລະ ພາກໂດຍສະ ເພາະແມ່ນ ສະຫາຍ ວຽງແກ້ວ ໄພນະສອນ ພ້ອມດ້ວຍຄອບ ຄົວ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ການ ງານທຸກປະການ. ໂດຍ: ສຸລິເດດ ຮັກຄໍາພູວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ