ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນຊ່າງແສງຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2021
ເວລາອອກຂ່າວ: 2021-11-29 10:28:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 419 | ຄວາມນິຍົມ:



ວັນທີ 24 ພະຈິກ 2021 ນີ້, ໂຮງຮຽນຊ່າງແສງໄດ້ຈັດຕັ້ງຍິງ ເປົ້າໝາຍດ້ວຍລູກປືນແທ້ ປະຈຳ ປີ 2021 ຢູ່ທີ່ສະໜາມຍິງປືນ ອາຊຽນຫຼັກ 27, ໂດຍການເຂົ້າ ຮ່ວມຂອງ ສະຫາຍ ພັນໂທ ບຸນທະວີ ໂພໄຊ ຮອງຫົວໜ້າ ກົມຊ່າງແສງ ກົມໃຫຍ່ເສນາທິ ການກອງທັບ, ມີຄະນະພັກ-ຄະ ນະບັນຊາ ແລະ ພະນັກງານ-ນັກ ຮົບເຂົ້າຮ່ວມ. ສະຫາຍ ພັນໂທ ສີບູນ ທຳມະວົງ ຮອງອຳນວຍການ ຫົວໜ້າພະແນກອົບຮົມໂຮງຮຽນ ຊ່າງແສງ ຜູ້ຊີ້ນຳວຽກງານອົບ ຮົມ-ຫັດແອບໃຫ້ຮູ້ວ່າ: ການຈັດ ຕັ້ງປະຕິບັດອົບຮົມ-ຫັດແອບໃນ ຄັ້ງນີ້ກໍເພື່ອເຮັດໃຫ້ພະນັກງານ- ນັກຮົບ ພາຍໃນກົມກອງໄດ້ຮູ້ ກ່ຽວກັບບັນດາທ່າຈັງຫວະ, ເຕັກນິກຕ່າງໆ ຂອງການຍິງ ເປົ້າໝາຍດ້ວຍລູກປືນແທ້ ທັງຮັບປະກັນໃຫ້ມີຄວາມຊຳນິຊຳນານຄ່ອງແຄ້ວ ໃນການນຳໃຊ້ອາວຸດຍຸດໂທປະກອນໃຫ້ມີຄຸນນະພາບສູງ. ເພື່ອເປັນພື້ນຖານ ໃນເວລາສູ້ຮົບຕົວຈິງໃຫ້ໄດ້ຮັບ ຜົນດີ ແລະ ຖືກຕ້ອງກັບຄໍາສັ່ງ ຂອງຂັ້ນເທິງຕາມແຜນການອົບ ຮົມ ປະຈຳປີ 2021 ຂອງກົມ ອົບຮົມ ກົມໃຫຍ່ເສນາທິການ ກອງທັບ. ພາຍຫຼັງຫັດແອບພະ ນັກງານ-ນັກຮົບທຸກສະຫາຍຕ້ອງ ກຳແໜ້ນທາງດ້ານທິດສະດີຫຼັກ ການ ແລະ ລຳດັບ, ບາດກ້າວ ເນື້ອໃນຫັດແອບ, ກຳແໜ້ນບັນ ດາທ່າຈັງຫວະການເຄື່ອນໄຫວ ຂອງບົດຍິງ ແລະ ປະຕິບັດການ ຍິງໃຫ້ໄດ້ຮັບຜົນສູງ ການຫັດ ແອບຈັງຫວະຕ້ອງຄ່ອງແຄ້ວ ເພື່ອ ນໍາໄປປະຕິບັດໃຫ້ໄດ້ຮັບຜົນສູງ. ໂດຍ: ເຕີ້ຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ