ເຝິກຊ້ອມໃຫຍ່ການສວນສະໜາມຄັ້ງທີ 1 ເພືອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 70 ປີ.
ເວລາອອກຂ່າວ: 2019-01-16 10:45:16 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 808 | ຄວາມນິຍົມ:
ການເຝິກຊ້ອມໃຫຍ່ສວນສະໜາມຂອງກ້ອນກຳລັງເຫຼົ່າ ຮົບຕ່າງໆຄັ້ງທີ 1 ເພື່ອສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວຄົບຮອບ 70 ປີ ໄດ້ ຈັດຂຶ້ນໃນວັນທີ 14 ມັງກອນ 2019 ນີ້, ໂດຍມີ ທ່ານ ທອງ ລຸນ ສີສຸລິດ ກຳມະການກົມ ການເມືອງສູນກາງພັກ ນາຍົກ ລັດຖະມົນຕີ, ພ້ອມດ້ວຍການ ນຳພັກ-ລັດ, ການນຳກະຊວງ
ປ້ອງກັນປະເທດ, ພະນັກງານ ປະຕິວັດອາວຸໂສບຳນານ, ພະນັກງານ-ນັກຮົບ ແລະ ມວນຊົນເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.
ການເຝິກຊ້ອມໃຫຍ່ແມ່ນເລີ່ມຕົ້ນດ້ວຍການຮັບຊົມການສະ ແດງສິລະປະຈາກກອງສິລະ ປະກອນກອງທັບ ແລະ ການສະ ແດງຫັດກາຍມວຍຂອງເຫຼົ່າຮົບ ຕີພິເສດ, ຈາກນັ້ນກໍໄດ້ເລີ່ມເຝິກ ຊ້ອມໃຫຍ່ການສວນສະໜາມ ໂດຍເລີ່ມຈາກຂະບວນລົດພະ ນັກງານປະຕິວັດອາວຸໂສຕາມ ດ້ວຍກ້ອນທຸງໄຊກອງທັບປະ ຊາຊົນລາວ, ກ້ອນກອງທັບອິດ ສະຫຼະ, ກ້ອນກຳລັງກອງທັບປົດ ປ່ອຍ, ກ້ອນກຳລັງເພດຍິງ 369, ກ້ອນນາຍທະຫານບົກ, ກ້ອນນາຍທະຫານອາກາດ, ກ້ອນນາຍທະຫານຊາຍແດນ, ກ້ອນທະຫານຮາບ, ກ້ອນທະຫານຕີພິເສດ, ກ້ອນທະຫານລົດ ຕັງ-ຍານເກາະ, ກ້ອນທະຫານ ປືນໃຫຍ່ໜ້າດິນ, ກ້ອນທະຫານ ປ້ອງກັນອາກາດ, ກ້ອນທະຫານ ຊ່າງແສງ, ກ້ອນທະຫານສື່ສານ, ກ້ອນກຳລັງແພດເພດຍິງ, ກ້ອນ
ທະຫານທ້ອງຖິ່ນ, ກ້ອນກຳລັງກອງຫຼອນ, ກ້ອນກຳລັງປ້ອງກັນຕົວ ແລະ ຂະບວນພາຫະນະປະກອບດ້ວຍຂະບວນລົດ ທະຫານຮາບ-ຍານເກາະຂະບວນລົດເຫຼົ່າຮົບລົດຕັງ-ຍານ
ເກາະ, ຂະບວນລົດເຫຼົ່າຮົບປືນ ໃຫຍ່ໜ້າດິນ, ຂະບວນລົດເຫຼົ່າ ຮົບປ້ອງກັນອາກາດ, ຂະບວນ ລົດເຫຼົ່າຮົບຊ່າງແສງ, ກ້ອນກອງແກວົງກອງທັບປະ ຊາຊົນລາວ, ການສະແດງຝູງບິນ Mi-17 ຈຳນວນ 3 ລຳປະກອບທຸງຊາດ, ທຸງພັກ ແລະ ທຸງກາ 70 ປີ ກອງທັບປະຊາຊົນລາວ, ຝູງບິນ LE-500 ຈຳນວນ 4 ລຳ ແລະ ການສະແດງໂດດຈ້ອງທາງອາ ກາດປະກອບທຸງຊາດ, ທຸງພັກ, ທຸງກາ 70 ປີກອງທັບປະຊາຊົນ ລາວຈຳນວນພົນທັງໝົດ 50 ສະຫາຍ.
ການເຝິກຊ້ອມສວນສະໜາມໃນຄັ້ງນີ້ກໍເພື່ອສະແດງຜ່ານໃຫ້ການນຳພັກ-ລັດກໍຄືຄະນະຮັບຜິດຊອບໄດ້ປະກອບຄຳຄິດເຫັນເພື່ອນຳໄປປັບປຸງແກ້ໄຂຂອດທີ່ ຍັງຄົງຄ້າງໃຫ້ດີຂຶ້ນ ແນໃສ່ເຮັດໃຫ້ການເດີນຂະບວນສວນສະໜາມໃນງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 70 ປີ ໃນວັນທີ 20 ມັງກອນ 2019 ນີ້, ມີຄວາມເປັນເອກະພາບ, ສວຍງາມ, ມີຄວາມຈຶກຈັກເຂັ້ມ ແຂງສະແດງໃຫ້ເຫັນເຖິງການ ເຕີບໃຫຍ່ເຂັ້ມແຂງຂອງກອງ ທັບປະຊາຊົນລາວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ