ກອງຮ້ອຍ 16 ທະຫານ ແຂວງບໍ່ແກ້ວ ປິດອົບຮົມ-ຫັດແອບ
ເວລາອອກຂ່າວ: 2021-11-30 08:35:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 419 | ຄວາມນິຍົມ:
ພິທີປິດຊຸດອົບຮົມ-ຫັດແອບ ປັບປຸງລະບຽບແບບແຜນເຝິກຝົນ ກຳລັງແຮງກາຍ ປະຈຳປີ 2021
ຂອງກອງຮ້ອຍ 16 ທະຫານ
ແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນວັນທີ 26 ພະຈິກ 2021 ນີ້, ໂດຍການ
ເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ທອງໄຂ ສີຍາ
ລາດ ຫົວໜ້າການທະຫານ ກອງ ບັນຊາການທະຫານແຂວງບໍ່ ແກ້ວ, ມີຄະນະພັກ-ຄະນະບັນ
ຊາກົມກອງ, ຕະຫຼອດຮອດພະ
ນັກງານ ຫຼັກແຫຼ່ງກອງຮ້ອຍ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ສີທົນ
ອວນຄະນະຈັກ ຫົວໜ້າການທະ ຫານກອງຮ້ອຍ 16 ໄດ້ສະຫຼຸບຕີ ລາຄາຜົນໄດ້ຮັບໃນການຈັດຕັ້ງ ປະຕິບັດວຽກງານອົບຮົມ-ຫັດ ແອບປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍ ປະຈຳປີ 2021 ທົ່ວກ້ອງຮ້ອຍ 16, ໂດຍໄດ້ ປະຕິບັດຕາມແຜນການຂອງກົມໃຫຍ່ເສນາທິການກອງທັບ ແລະ ຄຳສັ່ງແນະນຳຂອງກົມອົບຮົມ ວ່າດ້ວຍ ການຈັດຕັ້ງປະຕິບັດ
ອົບຮົມ-ຫັດແອບປັບປຸງລະບຽບ
ແບບແຜນ ເຝິກຝົນກຳລັງແຮງ
ກາຍປະຈຳປີ ໃຫ້ໄດ້ຮັບຜົນສູງ ຄະນະພັກ-ຄະນະບັນຊາທຸກຂັ້ນ ແລະ ຄະນະຮັບຜິດຊອບທີ່ກ່ຽວ ຂ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການເຄື່ອນໄຫວຊີ້ນຳໃກ້ຊິດ ຕິດແທດ ຢູ່ກົມກອງຂອງຕົນ ໃຫ້ຈັດຕັ້ງການອົບຮົມ-ຫັດແອບ ປະຈຳປີຢ່າງເປັນປົກກະຕິ ແລະ
ເຂັ້ມງວດ, ເຮັດໃຫ້ນາຍ ແລະ
ພົນທະຫານມີຄວາມຮູ້, ຄວາມ
ສາມາດ ແລະ ກໍາໄດ້ທິດສະດີຫຼັກ ການ ທາງດ້ານສິລະປະຍຸດ-ຍຸດ ທະວິທີ ມີຄວາມຊຳນິຊຳນານ, ຮັບ
ປະກັນໃນການກຽມພ້ອມສູ້ຮົບ ໃນສະເພາະໜ້າ ແລະ ຍາວນານ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມ ຕື່ນຕົວຕໍ່ການປະຕິບັດລະບຽບ ວິໄນຂອງກອງທັບຢ່າງເຂັ້ມ ງວດ, ຖືເອົາວຽກງານດັ່ງກ່າວກາຍເປັນຊີວິດປະຈຳວັນ ແລະ ທັງເປັນການເຝິກຝົນຫຼໍ່ຫຼອມ ແຮງກາຍຂອງພະນັກງານ-ນັກ ຮົບໃຫ້ມີສຸຂະພາບແຂງແຮງດີ, ຫ້າວຫັນຕໍ່ໜ້າທີ່ວຽກງານເຮັດ ສຳເລັດໜ້າທີ່ຕາມການຈັດຕັ້ງ ຂັ້ນເທິງມອບໝາຍ ແລະ ເຮັດ
ໃຫ້ກົມກອງມີຜົນງານໃບໜ້າໃໝ່ ຂຶ້ນເປັນກ້າວໆ, ຜ່ານການຈັດຕັ້ງ ປະຕິບັດວຽກງານອົບຮົມ-ຫັດ
ແອບ ສາມາດຕີລາຄາ: ພາກ ການເມືອງບັນລຸໄດ້ 86%, ພາກ
ສິລະປະຍຸດ 82%, ພາກຍຸດ
ທະວິທີ 82%, ພາກພາລາທິການ 81%, ພາກລະບຽບກິລາ 82%,
ສາມາດຕີລາຄາຜົນການເຝິກ ແອບຮໍ່າຮຽນພາຍໃນກົມກອງ. ຂັ້ນເກັ່ງ 23 ສະຫາຍ, ກາງ 33
ສະຫາຍ ແລະ ຄາດໝາຍ 02
ສະຫາຍ. ທຽບໃສ່ແຜນການ
ບັນລຸໄດ້ 82,6%.
ໂດຍ: ຄາມ ສີວົງພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ