ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຖາບັນການເງິນຈຸລະພາກ ສິນຊັບເມືອງເໜືອ ມອບເຄື່ອງໃຫ້ກອງພັນ 417
ເວລາອອກຂ່າວ: 2021-11-30 08:37:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2509 | ຄວາມນິຍົມ:



ວັນທີ 25 ພະຈິກຜ່ານມານີ້, ສະຫາຍ ສຸກປັນຍາ ຖິ່ນນາກອນ ຕາງໜ້າສະຖາບັນການເງິນ ຈຸລະພາກ ສິນຊັບເມືອງເໜືອ ສາຂາແຂວງອຸດົມໄຊ ພ້ອມດ້ວຍ ຄະນະ ໄດ້ນຳເອົາ ປິນເຕີ 1 ຊຸດ ແລະ ເຄື່ອງອຸປະກອນກີລາ ລວມ ມູນຄ່າທັງໝົດ 2 ລ້ານກວ່າກີບ ໄປມອບໃຫ້ກອງພັນ 417 ທີ່ຂຶ້ນ ກັບກອງພົນທີ 3, ກ່າວຮັບໂດຍ ສະຫາຍ ພັນໂທ ທອງພຽນ ອິນນຸສອນ ຫົວໜ້າການເມືອງ ກອງພັນ 417 ພ້ອມດ້ວຍຄະນະ. ໂອກາດນີ້, ສະຫາຍ ພັນໂທ ທອງພຽນ ອິນນຸສອນ ໄດ້ກ່າວ ສະແດງຄວາມຂອບໃຈມາຍັງ ສະຖາບັນການເງິນຈຸລະພາກ ສິນຊັບເມືອງເໜືອສາຂາແຂວງ ອຸດົມໄຊ ທີ່ເຫັນໄດ້ຄວາມໝາຍສໍາຄັນໃນການເຄື່ອນໄຫວວຽກ ງານຂອງກົມກອງພວກເຮົາ ຈຶ່ງໄດ້ນໍາເອົາເຄື່ອງດັ່ງກ່າວມາ ມອບໃຫ້ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານຫ້ອງການ ແລະ ປະກອບສ່ວນເຂົ້າໃນການສ້າງຂະບວນການກີລາ ເພື່ອສ້າງຜົນ ງານໄວ້ຂໍ່ານັບຮັບຕ້ອນວັນສໍາ ຄັນຕ່າງໆ ເຮັດໃຫ້ກົມກອງມີບັນຍາກາດຟົດຟື້ນເປັນປົກກະຕິ, ພ້ອມ ທັງກ່າວວ່າຈະນໍາໃຊ້ເຄື່ອງດັ່ງ ກ່າວໃຫ້ເກີດປະໂຫຍດສູງສຸດ ແລະ ຫວັງຢ່າງຍິ່ງວ່າໂອກາດ ຕໍ່ໄປຈະໄດ້ຮັບການຊ່ວຍເຫຼືອ ຈາກສະຖາບັນດັ່ງກ່າວຕື່ມອີກ. ໂດຍ: ລີໂດ ດວງສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ